ແຂວງຄໍາມ່ວນ ປະກາດຮັບຮອງເອົາ ເມືອງໜອງບົກ ເປັນເມືອງຊາວໜຸ່ມ 4 ບຸກ!

ພິທີປະກາດຮັບຮອງ ເມືອງໜອງບົກ ແຂວງຄໍາມ່ວນ ເປັນເມືອງ 4 ບຸກ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2016 ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ແສງທອງ ພະຄຸນທອງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ທັງເປັນຜູ້ຊີ້ນໍາວຽກງານ ອົງການຈັດຕັ້ງມະຫາຊົນຂອງແຂວງ ທ່ານ ສິນທະສອນ ມະຫາໂຄດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໜອງບົກ ທ່ານ ດຣ. ແກ້ວອຸດອນ ບຸດສິງຂອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີບັນດາທ່ານໃນຄະນະບໍລິຫານງານຊາວໜຸ່ມເມືອງ ບັນດາແຂກຖືກເຊີນຈາກພະແນກການ ຕາງໜ້າຮາກຖານຊາວໜຸ່ມ ຈາກພະແນກການອ້ອມຂ້າງແຂວງ ຕາງໜ້າຄະນະບໍລິຫານງານຊາວໜຸ່ມເມືອງ 10 ໂຕເມືອງ ຕະຫຼອດຮອດຕາງໜ້າສະມາຊິກຊາວໜຸ່ມ ຫ້ອງການອ້ອມຂ້າງເມືອງ ແລະ ບ້ານພາຍໃນເມືອງເຂົ້າຮ່ວມ 300 ກວ່າຄົນ.

ທ່ານ ໄກສອນ ຈະເລີນສຸກ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໜອງບົກ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມເມືອງ ໃນໄລຍະ 1 ປີຜ່ານມາ ຄືແຕ່ປີ 2014 – 2015 ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານ 4 ບຸກ ໃນແຕ່ລະດ້ານຂອງຊາວໜຸ່ມຄື ດ້ານແນວຄິດ ຄະນະພັກແຕ່ລະຂັ້ນ ຍາມໃດກໍໄດ້ເອົາໃຈໃສ່ ແລະ ຖືວຽກງານມະຫາຊົນເປັນວຽກທີ່ສຳຄັນ ດ້ວຍການສືກສາອົບຮົມ ການເມືອງ-ແນວຄິດ ຈັດຕັ້ງນຳພາເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ກົດລະບຽບຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ ມູນເຊື້ອ 60 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ນອກຈາກນັ້ນ ກໍໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານຕ່າງໆ ປັບປຸງຊຸກຍູ້ວຽກງານຊາວໜຸ່ມຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ຄະນະໜ່ວຍຊາວໜຸ່ມແຕ່ລະຂັ້ນ ໃນທົ່ວເມືອງໄດ້ 159 ຄັ້ງ ມີຜູ້ເຂົ້າຮ່ວມ 8.640 ເທື່ອຄົນ ຍິງ 3.835 ເທື່ອຄົນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ວັນຊາດທີ 02 ທັນວາ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ໃນທຸກໆປີ ໃນປີນີ້ມີຜູ້ເຂົ້າຮ່ວມ 2.264 ກວ່າຄົນ ຍິງ 1.023 ກວ່າຄົນ ໄຂຂະບວນການແຂ່ງຂັນ 4 ບຸກ ໄດ້ທັງໝົດ 82 ໜ່ວຍ ແລະ ໃນແຕ່ລະຂົງເຂດ ຢ່າງເປັນຂະບວນຟົດຟື້ນ ມີຜູ້ເຂົ້າຮ່ວມ 3.622 ສະຫາຍ ຍິງ 1.642 ສະຫາຍ ຈັບມືແຂ່ງຂັນ 4 ບຸກຂອງໜຸ່ມໄດ້ 2.713 ຄົນ ຍິງ 1.512 ຄົນ ຜ່ານການກວດກາໂຕຈິງ ຂອງຄະນະຮັບຜິດຊອບຂະບວນການຂໍ້ແຂ່ງຂັນ 4 ບຸກ ສາມາດຕີລາຄາໄດ້ 80.50 % ດ້ານການເຝິກຝົນຫຼໍ່ຫຼອມຮໍ່າຮຽນ ຄະນະຊາວໜຸ່ມແຕ່ລະຂັ້ນ ບັນດາສະຫາຍສະມາຊິກຊາວໜຸ່ມ ຍາມໃດກໍໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ໂດຍສະເພາະແມ່ນການໄປຍົກລະດັບ ທາງດ້ານວິຊາສະເພາະ ແລະ ທິດສະດີການເມືອງ ການເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນ ແລະ ໄລຍະຍາວຢູ່ໃນປະເທດ ແລະ ຕ່າງປະເທດຈຳນວນ 293 ສະຫາຍ ຍິງ 115 ສະຫາຍ ແຕ່ສົກປີ 2012–2015 ມີສະມາຊິກຊາວໜຸ່ມ ທີ່ຮຽນຈົບຊັ້ນມັດທະຍົມ ໄດ້ໄປຮຽນວິຊາສະເພາະຈຳນວນ 265 ສະຫາຍ ຍິງ 98 ສະຫາຍ ໄປຮຽນຕ່າງປະເທດ 6 ສະຫາຍ ເດັກໃນເກນອາຍຸ 6-14 ປີໄດ້ເຂົ້າຮຽນ 99 % ພ້ອມກັນນັ້ນ ເມືອງໜອງບົກ ກໍໄດ້ສຳເລັດການປະກາດລຶບລ້າງ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ໄດ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ດ້ານວຽກງານການຈັດຕັ້ງ ທົ່ວເມືອງມີຮາກຖານຊາວໜຸ່ມ 9 ຮາກຖານ ມີໜ່ວຍຊາວໜຸ່ມທັງໝົດຈຳນວນ 82 ໜ່ວຍ ມີໄວໜຸ່ມທັງໝົດ 9.278 ຄົນ ຍິງ 4.319 ຄົນ ມີສະມາຊິກຊາວໜຸ່ມທັງໝົດ 2.712 ສະຫາຍ ຍິງ 1.512 ສະຫາຍ ໃນນັ້ນ ເປັນພະນັກງານ 523 ສະຫາຍ ຍິງ 283 ສະຫາຍ ສະມາຊິກຊາວໜຸ່ມເປັນສະມາຊິກພັກ 177 ສະຫາຍ ຍິງ 73 ສະຫາຍ ປະກອບເຂົ້າໃນກໍາລັງ ປກຊ-ປກສ 124 ສະຫາຍ ຍິງ 23 ສະຫາຍ ເປັນອາສາສະໝັກ 29 ສະຫາຍ ຍິງ 11 ສະຫາຍ ສະມາຊິກຊາວໜຸ່ມເປັນນັກຮຽນ 860 ສະຫາຍ ຍິງ 513 ສະຫາຍ ຊາວໜຸ່ມເປັນຊາວໄຮ່ນາ 526 ສະຫາຍ ຍິງ 347 ສະຫາຍ ສະມາຊິກຊາວໜຸ່ມ ເຂົ້າເປັນສະມາຊິກແມ່ຍິງ 294 ສະຫາຍ ສະມາຊິກຊາວໜຸ່ມເຂົ້າເປັນສະມາຊິກກຳມະບານ 552 ສະຫາຍ ຍິງ 294 ສະຫາຍ ຂະຫຍາຍໃໝ່ 4.952 ສະຫາຍ ຍິງ 253 ສະຫາຍ ພົ້ນອາຍຸກະສຽນຊາວໜຸ່ມ 35 ສະຫາຍ ຍິງ 12 ສະຫາຍ ຍົກຍ້າຍໄປຮຽນ ໄປກົມກອງໃໝ່-ຍົກຍ້າຍມາ 202 ສະຫາຍ ຍິງ 75 ສະຫາຍ ຈັດປະເພດສະມາຊິກຊາວໜຸ່ມແຂງ 4 ບຸກໄດ້ 2.712 ສະຫາຍ ຍິງ 1.512 ສະຫາຍ ເທົ່າ 100% ຂອງຈຳນວນສະມາຊິກ ປະກາດຢັ້ງຢືນເປັນຮາກຖານ ແລະ ໜ່ວຍ 4 ບຸກໄດ້ 100% . ຜ່ານການກວດກາໂຕຈິງ ຂອງຄະນະຮັບຜິດຊອບຂະບວນການແຂ່ງຂັນ 4 ບຸກ ສາມາດຕີລາຄາດ້ານການຈັດຕັ້ງໄດ້ 80,38 %.

ນອກຈາກນັ້ນ ດ້ານວິຊາຊີບ ແລະ ການສ້າງວຽກເຮັດງານທໍາ ນອກຈາກເອົາໃຈໃສ່ປະຕິບັດໜ້າທີ່ ວິຊາສະເພາະຂອງຕົນແລ້ວ ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຍັງໄດ້ປະກອບສ່ວນ ເຂົ້າໃນການຮ່ຳຮຽນວິຊາຊີບເຊັ່ນ ຮຽນສ້ອມແປງລົດໃຫຍ່ ລົດຈັກ ຊ່າງຈອດໂລຫະ ຊ່າງໄຟຟ້າ ຊ່າງຕັດຫຍິບ ຊ່າງເສີມຄວາມງາມ ຕາມໂຮງຮຽນວິຊາຊີບພາຍໃນແຂວງ ແລະ ຕ່າງແຂວງຈຳນວນ 39 ຄົນ ຜ່ານການກວດກາໂຕຈິງ ຂອງຄະນະຮັບຜິດຊອບຂະບວນການແຂ່ງຂັນ 4 ບຸກຂອງສະມາຊິກຊາວໜຸ່ມ ທີ່ເຂົ້າຮ່ວມແຂ່ງຂັນໃນທົ່ວເມືອງ ສາມາດຕີລາຄາດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳໄດ້ 80,52% ໃນພິທີ ຍັງໄດ້ມີການຍ້ອງຍໍບຸກຄົນ ແລະ ກົມກອງຮວມໝູ່ ທີ່ມີຜົນງານດີເດັ່ນໃນຂະບວນການ 4 ບຸກ ພ້ອມກັນນັ້ນ ຕາງໜ້າຄະນະໜ່ວຍຮາກຖານຊາວໜຸ່ມໃນທົ່ວເມືອງ ກໍໄດ້ພ້ອມກັນຈັບມືແຂ່ງຂັນ ເພື່ອພັດທະນາວຽກງານຊາວໜຸ່ມທົ່ວເມືອງ ໃຫ້ມີການເຕີບໃຫຍ່ຂະຫຍາຍໂຕກວ່າເກົ່າ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!