Homeຂ່າວເຫດການນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຂໍ່ານັບປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຂໍ່ານັບປະທານປະເທດ ແຫ່ງ ສສ ຫວຽດນາມ

Published on

ຂປລ. ໃນຕອນບ່າຍ ຂອງວັນທີ 15 ພຶດສະພາ ນີ້ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີນດາຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດ ນາມຢູ່ສຳນັກງານປະທານປະເທດ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

ສະຫາຍ ເຈີນດາຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ສະ ແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງສະແດງໃຫ້ ເຫັນເຖິງຄວາມເຊື້ອໜັ້ນຂອງ ການນໍາພັກ-ລັດ, ກໍຄືປະຊາຊົນລາວ ບັນດາເຜົ່າ.

ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປີຕິຊົມຍິນດີເປັນຢ່າງຍີ່ງ ແລະ ຮູ້ສຶກເປັນກຽດອັນສູງທີ່ໄດ້ນຳ ພາຄະນະຜູ້ແທນຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການເຄື່ອນໄຫວວຽກງານການຕ່າງປະເທດຄັ້ງທຳອິດ ພາຍຫລັງໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມທີ່ມີມູນເຊື້ອ ອັນດີງາມ ນັ້ນໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍີ່ງໆຂຶ້ນ.

ການຢ້ຽມຢາມ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຂອງສປປ ລາວ ຄັ້ງນີ້ ສືບຕໍ່ຈາກການຢ້ຽມຢາມ ສສ ຫວຽດນາມ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ທີ່ເປັນມູນ ເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນເວລາຕໍ່ມາສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງກໍໄດ້ເຂົ້າ ພົບປະສະ ຫາຍນາງ ຫງວຽນ ທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ທີ່ ສະພາແຫ່ງຊາດນະຄອນຫລວງຮ່າໂນ້ຍ.

Untitled-1 thonglun lao-viet 4

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...