spot_img
Homeຂ່າວເຫດການເກີດເຫດໄຟໄໝ້ຫໍພັກຄູ-ອາຈານ ໂຮງຮຽນລາວ-ເຢຍລະມັນ(ຫຼັກ 3)

ເກີດເຫດໄຟໄໝ້ຫໍພັກຄູ-ອາຈານ ໂຮງຮຽນລາວ-ເຢຍລະມັນ(ຫຼັກ 3)

Published on

ວັນທີ16/05/2016 ເວລາ 04:00ໂມງເຊົ້າ ໄດ້ເກີດເຫດໄຟໄໝ້ຫຼັງໂຮງຮຽນລາວ-ເຢຍລະມັນ(ຫຼັກ 3) ບ້ານ ວັດນາກ ເມືອງ ສີສັດຕະນາກ ແຂວງນະຄອນຫລວງວຽງຈັນ, ຄວາມເສຍຫາຍແມ່ນຫໍພັກຄູ-ອາຈານໄໝ້ຈຳນວນ 2ຕຶກ ແລະ ເຮັດໃຫ້ມີຜູ້ບາດເຈັບ1ຄົນ ເປັນເພດຍິງ ທີ່ຖືກໄຟລວກ ແຕ່ມີພົນລະເມືອງດີນຳສົ່ງໂຮງໝໍກ່ອນ.

4661

ທາງໜ່ວຍງານສະກັດກັ້ນອັກຄີໄພນະຄອນຫຼວງ,ໜ່ວຍກູ້ໄພມູນນິທິ ແລະ ໜ່ວຍກູ້ໄພ ພັດທະນາຜາສຸກ ສາມາດດັບເພີງໄຟເພື່ອບໍ່ໃຫ້ລຸກລາມໄດ້ສຳເລັດ.

ສາເຫດຂອງການໄໝ້ໃນຄັ້ງນີ້ຍັງຢູ່ໃນການສືບສວນຂອງເຈົ້າໜ້າທີ່ຢູ່ ຫາກໄດ້ຮັບການເປີດເຜິຍທາງທີມງານຈະນຳມາແຈ້ງໃຫ້ຊາບອີກຄັ້ງ

ທາງທີມງານຂໍສະແດງຄວາມເສຍໃຈກັບພາກສ່ວນທີ່ເຄາະຮ້າຍໃນຄັ້ງນີ້ດ້ວຍ

ຂ່າວຈາກ: ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຮັບແຈ້ງຈາກປະຊາຊົນທາງເບີສຸກເສີນ 1623

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...