spot_img
Homeຂ່າວການພັດທະນາຫຼວງນ້ຳທາ ມີການລົງທືນຂອງລັດແລະເອກະຊົນ 56 ໂຄງການ

ຫຼວງນ້ຳທາ ມີການລົງທືນຂອງລັດແລະເອກະຊົນ 56 ໂຄງການ

Published on

ຫຼວງ​ນ້ຳ​ທາ ໜຶ່ງ​ໃນ​ບັນ­ດາ ແຂວງ​ພາກ​ເໜືອ​ທີ່​ມີ​ເສັ້ນ­ທາງພາຍ​ໃນແລະ​ປະ­ເທດ​ໃກ້​ຄຽງ​ເປັນ ທ່າ­ແຮງ​ໃນ​ການ​ດຶງ​ດູດ​ນັກ​ລົງ­ທຶນສົ່ງ​ຜົນ​ໃຫ້​ໃນ​ສົກ​ປີ 2014-2015 ແຂວງ​ຫຼວງ​ນ້ຳ​ທາ ມີ​ການ​ລົງ­ທຶນຂອງ​ລັດແລະ​ເອ­ກະ​ຊົນ​ທັງ​ໝົດ 56 ໂຄງ­ການ.

    ອີງ​ຕາມ​ຂໍ້​ມູນ​ພະ​ແນກ​ແຜນ ການ ແລະ​ການ​ລົງ­ທຶນ​ຂອງ​ແຂວງ ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ໂຄງ­ການ​ລົງ ທຶນ​ຂອງ​ລັດ​ຕາມ​ທີ່​ສະ­ພາ​ອະ­ນຸ­ມັດ ແມ່ນ​ສາ­ມາດ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 37 ໂຄງ­ການ​ມູນ​ຄ່າ 81 ຕື້​ກວ່າ ກີບ ໃນ​ນັ້ນ ທຶນ​ພາຍ​ໃນ 42 ຕື້​ກີບ, ທຶນ​ຕ່າງ­ປະ­ເທດ 39 ຕື້​ກວ່າ​ກີບ, ຕາມ​ແຜນ​ອະ­ນຸ­ມັດ​ໃນ​ສົກ​ປີ 2014-2015 ໃນ​ນັ້ນ ໂຄງ­ການ​ສືບ­ຕໍ່​ໄດ້ ປະ­ຕິ­ບັດ 23 ໂຄງ­ການ ມູນ​ຄ່າ 39 ຕື້​ກວ່າ​ກີບ, ປະ­ຕິ­ບັດ​ສຳ­ເລັດ 100% ຂອງ​ແຜນ­ການ​ປີ, ໂຄງ ການ​ສະ­ເໜີ​ໃໝ່​ໄດ້​ປະ­ຕິ­ບັດ 12 ໂຄງ­ການ​ມູນ​ຄ່າ 2 ຕື້​ກວ່າ​ກີບ,ປະ­ຕິ­ບັດ​ສຳ­ເລັດ 100% ຂອງ ແຜນ­ການ​ປີ, ໂຄງ­ການ​ຊ່ວຍ­ເຫຼືອ ທາງ​ການ ເພື່ອ​ການ​ພັດ­ທະ­ນາ​ໄດ້ ປະ­ຕິ­ບັດ 2 ໂຄງ­ການ ມູນ​ຄ່າ 777,61 ລ້ານ​ກີບ ປະ­ຕິ­ບັດ​ສຳ ເລັດ 100%, ທຶນ​ຕ່າງ­ປະ­ເທດ 39 ຕື້​ກວ່າ​ກີບ, ປະ­ຕິ­ບັດ​ສຳ­ເລັດ 100% ຂອງ​ແຜນ­ການ.

ທັງ​ນີ້ ວຽກ​ງານ​ສົ່ງ­ເສີມ​ການ ລົງ­ທຶນ​ເອ­ກະ​ຊົນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ສາ­ມາດ​ປະ­ຕິ­ບັດ​ໄດ້​ດັ່ງ­ນີ້: ມີ​ນັກ​ລົງ­ທຶນ​ເອ­ກະ​ຊົນ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ສະ­ເໜີ​ຂໍ​ລົງ­ທຶນ ໃໝ່ ລວມ​ທຸກ​ຂະ­ແໜງ­ການ​ມີ 19 ໂຄງ­ການ ມູນ​ຄ່າ​ທັງ​ໝົດ 655 ຕື້​ກວ່າ​ກີບ, ທຶນ​ຈົດ​ທະ­ບຽນ 477 ຕື້​ກວ່າ​ກີບ ໃນ​ນັ້ນ ເປັນ​ໂຄງ­ການ ສຳ​ຫຼວດ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ 3 ໂຄງ­ການ, ສຳ­ລັບ​ໂຄງ­ການ​ທີ່ ສະ­ເໜີ​ລົງ­ທຶນ ທີ່​ໄດ້​ຜ່ານ​ການ​ຄົ້ນ ຄວ້າ​ຂອງ​ກອງ​ປະ­ຊຸມ ຄລທ ຂັ້ນ​ແຂວງ​ປະ­ກອບ​ມີ 13 ໂຄງ­ການ, ທຶນ​ພາຍ​ໃນ 10 ໂຄງ­ການ, ເປັນໂຄງ­ການ​ສຶກ​ສາ​ສຳ​ຫຼວດ 3 ໂຄງ ການ, ສຳ­ລັບ​ໂຄງ­ການ​ລົງ­ທຶນ​ມີ 7ໂຄງ­ການ, ມີ​ມູນ​ຄ່າ​ການ​ທັງ​ໝົດ 387 ຕື້​ກວ່າ​ກີບ, ທຶນ​ຈົດ​ທະ­ບຽນ  137 ຕື້​ກວ່າ​ກີບ ແລະ​ໂຄງ­ການ ລົງ­ທຶນ​ຕ່າງ­ປະ­ເທດ 6 ໂຄງ­ການ, ມີ​ທຶນ​ທັງ​ໝົດ 597 ຕື້​ກວ່າ​ກີບ, ທຶນ​ຈົດ​ທະ­ບຽນ 328 ຕື້​ກວ່າ​ກີບ.

ພ້ອມ​ກັນ​ນັ້ນ ວຽກ​ງານ​ຮ່ວມ​ມື​ກັບ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທັງ​ໝົດ 41 ໂຄງ­ການ, ມູນ​ຄ່າ 6 ລ້ານ​ກວ່າ​ໂດ​ລາ, ໃນ​ນັ້ນ: ການ​ຊ່ວຍ­ເຫຼືອ​ທາງ​ການ​ເພື່ອ ການ​ພັດ­ທະ­ນາ 33 ໂຄງ­ການ ມູນ ຄ່າ 5 ລ້ານ​ກວ່າ​ໂດ​ລາ, ການ​ຊ່ວຍ ເຫຼືອ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ທີ່​ບໍ່​ຂຶ້ນ​ກັບ​ລັດ­ຖະ­ບານ (INGO) 7 ໂຄງ­ການ ມູນ​ຄ່າ 1 ລ້ານ​ກວ່າ​ໂດ​ລາ.

ນອກ​ນັ້ນ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ ຈາກ ສສ. ຫວຽດ­ນາມ​ທັງ​ໝົດ 11 ຕື້​ໂດ​ລາ (ກໍ່­ສ້າງ​ໂຮງ­ໝໍ​ກອງ​ບັນ ຊາ​ການ​ຕຳ­ຫຼວດ​ພ້ອມ​ທັງ​ອຸ­ປະ ກອນ​ເປັນ​ຈຳ­ນວນ​ເງິນ 452 ລ້ານ ກວ່າ​ໂດ​ລາ, ກໍ່­ສ້າງ​ໂຮງ­ຮຽນ​ປະ ຖົມ​ສົມ­ບູນ​ເທ­ສະ​ບານ​ແຂວງ, ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ເທ­ສະ ບານ​ແຂວງ ແລະ​ໂຮງ­ຮຽນ​ມັດ​ທະ ຍົມ​ເທ­ສະ​ບານ​ເມືອງ​ວຽງ​ພູ​ຄາ 10 ລ້ານ​ໂດ​ລາ ແລະ​ທຶນ​ຊ່ວຍ­ເຫຼືອ ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ ກິດ-ສັງ­ຄົມ 8 ແສນ​ໂດ​ລາ) ແລະ ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ຈາກ ສປ ຈີນ 662 ແສນ​ກວ່າ​ໂດ​ລາ ເຂົ້າ​ໃນການ​ພັດ­ທະ­ນາ​ບັນ­ດາ​ຂະ­ແໜງ­ການ​ພາຍ​ໃນ​ແຂວງ​ເປັນ­ຕົ້ນ​ແມ່ນ​ໂຄງ­ການ​ຄວບ​ຄຸມ­ພະ​ຍາດ​ສັດ​ຂ້າມ​ຊາຍ​ແດນ 15 ພັນ​ກວ່າ​ໂດ ລາ, ໂຄງ­ການ​ລ້ຽງ­ສັດ​ເພື່ອ​ຜະ­ລິດ ເປັນ​ສິນ­ຄ້າ​ເຂດ​ພາກ​ເໜືອ​ຂອງ ລາວ 31 ພັນ​ໂດ​ລາ, ການ​ຮ່ວມ​ມື ທາງ​ດ້ານ​ປ່າ​ສະ­ຫງວນ​ນ້ຳ​ຫ້າ, ເຕົາ​ແກັດ​ຊີ­ວະ​ພາບ 567 ແສນ​ກວ່າ​ໂດ​ລາ, ສະ­ໜອງ​ພາ­ຫະ­ນະ​ໃຫ້​ກອງ​ບັນ­ຊາ​ການ​ຕຳ­ຫຼວດ​ແຂວງ 25 ພັນ​ໂດ​ລາ, ໂຄງ­ການ​ທົດ​ລອງ​ນຳ​ໃຊ້​ແຮງ​ລົມ​ເພື່ອ​ຜະ­ລິດ​ເປັນ​ພະ­ລັງ­ງານ​ໄຟ­ຟ້າ​ຢູ່​ເຂດ​ຊຽງ​ແຂງ 6 ພັນ​ກວ່າ​ໂດ​ລາ, ສະ­ໜອງ​ຄອມ​ພິວ ເຕີ ໃຫ້​ພະ​ແນກ​ວິ­ທະ­ຍາ­ສາດ ແລະ​ເຕັກ​ໂນ​ໂລ​ຊີ ເປັນ​ມູນ​ຄ່າ 7.500 ໂດ​ລາ ແລະ​ສະ­ໜອງ​ແນວ​ພັນ​ປາ​ໃຫ້​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ແລະ​ສິ່ງ­ແວ­ດລ້ອມ 8.125 ໂດ​ລາ.

ຮ້ານ ບລູບ​ແລ໋ກ ແມ່ນ​ຮ້ານ​ໜຶ່ງ ທີ່​ນັບ​ວ່າ​ເປັນ​ການ​ອອກ​ແບບ​ທີ່ ແປກ​ໃໝ່​ນັບ​ຕັ້ງ­ແຕ່​ການ​ຕັ້ງ​ຊື່​ຂອງ ຮ້ານ, ມີ​ສະ­ຖານ­ທີ່​ຈອດ​ລົດ​ກວ້າງ ຂວາງ ຊຶ່ງ​ເໝາະ​ສົມ​ກັບ​ການ​ມາ ພັກ­ຜ່ອນ​ຢ່ອນ​ໃຈ​ໄປ​ກັບ​ສຽງ​ເພັງ ບັນ​ເລັງ​ແບບ​ສະ­ບາຍໆ​ແລ້ວ​ຍັງ ມີ​ພໍ່­ຄົວ​ຄົນ​ລາວ​ແທ້​ທີ່​ມີ​ສີ­ມື ແລະ​ປະ­ສົບ​ການ​ໃນ​ການ​ແຕ່ງ­ອາ­ຫານ ມາ​ຫຼາຍ​ປີ ນອກ­ຈາກ​ນັ້ນ ທາງ​ຮ້ານ​ຍັງ​ຮັບ​ບໍ­ລິ­ການ​ຈັດ​ງານ​ຕ່າງໆ ເຊັ່ນ: ງານ​ລ້ຽງ, ງານ​ສ້າງ­ສັນ, ງານ​ວັນ​ເກີດ ແລະ​ອື່ນໆ​ອີກ, ຖ້າ ຫາ​ກວ່າ​ລູກ​ຄ້າ​ທ່ານ​ໃດ​ທີ່​ກຳ­ລັງ ຄິດ​ຢາກ​ຈັດ​ງານ​ສ້າງ­ສັນ​ຕ່າງໆ ກໍ​ສາ­ມາດ​ສອບ​ຖາມ​ທີ່​ເບີ 021 540 502, ໂດຍ​ຮ້ານ ຕັ້ງ​ຢູ່​ບ້ານ ໜອງ​ບົວ­ທອງ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ.

ຂ່າວຈາກ: ເສດຖກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...