Homeຂ່າວພາຍ​ໃນລາວ​ກຽມ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ ອາ​ຊຽນ

ລາວ​ກຽມ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມສະ­ພາ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ ອາ​ຊຽນ

Published on

ວັນ​ທີ 13 ພຶດ­ສະ­ພາ 2016 ຜ່ານ​ມາ ໄດ້​ມີ​ກອງ​ປະ­ຊຸມ​ກຽມ​ຄວາມພ້ອມ​ໃນ​ການ​ຈັດ​ກອງ​ປະ­ຊຸມ​ສະ­ພາ​ປະຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ​ອາ​ຊຽນຄັ້ງ​ທີ 15 ຂຶ້ນ​ທີ່​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ​ ທ່ອງ​ທ່ຽວ ນະ­ຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະ­ທານ ຂອງ​ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ກຳ­ມະ­ການ​ສູນ​ກາງ​ພັກ, ລັດ​ຖະ​ມົນຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ, ມີ​ທ່ານ​ຮອງ​ລັດ​ຖະ​ມົນຕີ, ທ່ານ​ຫົວ­ໜ້າ​ກົມ, ຮອງ​ກົມ ແລະ​ບັນດາ​ຫົວ­ໜ້າ​ພະ­ແນກ­ການ​ເຂົ້າ​ຮ່ວມ.

ໃນ​ກອງ​ປະ­ຊຸມ​ໄດ້​ເວົ້າ​ເຖິງ​ແຜນ​ງານ ບຸ­ລິ­ມະ­ສິດ​ທັງ​ໝົດ​ທີ່​ຈະ​ນຳ​ສະ­ເໜີ​ເຂົ້າ​ໃນກອງ​ປະ­ຊຸມ​ສຸດ​ຍອດ​ໃນ​ປີ 2016 ມີ​ທັງໝົດ 8 ແຜນ​ບຸ­ລິ­ມະ­ສິດ ຊຶ່ງ​ໃນ​ນັ້ນ​ມີ 2 ແຜນ​ບຸ­ລິ­ມະ­ສິດ​ຢູ່​ໃນ​ເສົາ­ຄ້ຳ​ປະ­ຊາ​ຄົມ ວັດ­ທະ­ນະ­ທຳ-ສັງ­ຄົມ​ຄື: 1. ຖະ­ແຫຼງການ​ວຽງ​ຈັນ ວ່າ​ດ້ວຍ​ການ​ຫັນ­ປ່ຽນຈາກ​ການ​ຈ້າງ​ງານ​ນອກ​ລະ­ບົບ​ໄປ​ສູ່ການ​ຈ້າງ​ງານ​ໃນ​ລະ­ບົບ ເພື່ອ​ກ້າວ​ໄປ​ສູ່ການ​ສົ່ງ­ເສີມ​ວຽກ​ທີ່​ມີ​ຄຸນ­ຄ່າ ແລະ​ເປັນທຳ​ໃນ​ອາ​ຊຽນກ່ຽວ​ກັບ​ວຽກ​ງານ​ດັ່ງກ່າວ​ພວກ​ເຮົາ​ກໍ​ໄດ້​ມອບ​ໃຫ້​ກະ­ຊວງແຮງ​ງານ​ສະ­ຫວັດ­ດີ​ການ​ສັງ­ຄົມ ຮ່າງ ທາງ​ດ້ານ​ເນື້ອ​ໃນ ແລະ​ກໍ​ໄດ້​ຜ່ານ​ການ ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ຢູ່​ໃນ​ກອງ​ປະ­ຊຸມ​ເຈົ້າໜ້າ­ທີ່​ອາ­ວຸ­ໂສ​ແຮງ​ງານ​ອາ​ຊຽນ​ຢູ່​ທີ່ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ອາ­ທິດ​ທີ່​ຜ່ານມາ​ແລ້ວ ແລະ​ພວມ​ສືບ­ຕໍ່​ສະ­ເໜີ​ຂໍ​ການຮັບ­ຮອງ​ໃນ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 24 ທີ່​ນະ­ຄອນ ຫຼວງ​ວຽງ​ຈັນ ໃນ​ວັນ​ອາ­ທິດ​ຈະ​ມາ​ເຖິງ​ນີ້ 2. ຖະ­ແຫຼງ­ການ​ວຽງ​ຈັນ ວ່າ​ດ້ວຍ​ການ ຊຸກ­ຍູ້ ແລະ​ສົ່ງ­ເສີມ​ການ​ຮ່ວມ​ມື​ທາງ​ດ້ານ ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໃນ​ອາ​ຊຽນ: ການ ຊຸກ­ຍູ້ ແລະ​ສົ່ງ­ເສີມ​ການ​ຮ່ວມ​ມື​ທາງ​ດ້ານມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ໃນ​ອາ​ຊຽນ​ນັ້ນ ກະ­ຊວງ ຖວ​ທ ໄດ້​ເປັນ​ເຈົ້າ​ການ​ຮ່າງ​ເນື້ອໃນ​ສຳ­ເລັດ​ໂດຍ​ພື້ນ­ຖານ​ແລ້ວ, ຮ່າງ​ບົດດັ່ງ­ກ່າວ​ໄດ້​ສົ່ງ​ໃຫ້​ບັນ­ດາ​ເຈົ້າ​ໜ້າ­ທີ່​ອາວຸ​ໂສ​ທາງ​ດ້ານ​ວັດ­ທະ­ນະ­ທຳ​ອາ​ຊຽນ SOMCA ຊຶ່ງ​ປະ­ຈຸ​ບັນ​ນີ້​ແມ່ນ ສສ ຫວຽດນາມ​ເປັນ​ປະ­ທານ SOMCA ແລະ AMCA ເພື່ອ​ຂໍ​ຄວາມ​ເປັນ​ເອ­ກະ​ພາບນຳ​ຂະ­ແໜງ­ການ​ວັດ­ທະ­ນະ­ທຳ​ອາ​ຊຽນ ຕາມ​ກົນ​ໄກ ປະ­ຈຸ​ບັນ​ພວມ​ລໍ­ຖ້າຄຳ​ເຫັນຂອງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ ຊຶ່ງ​ທ່ານ ປະ­ທານ SOMCA ແລະ AMCA ກໍ​ໄດ້ໃຫ້­ການ​ຮ່ວມ​ມື​ຢ່າງ​ເຕັມ­ທີ່ ແລະ​ພວກເຮົາ​ກໍ​ໄດ້​ກຳ­ນົດ​ການ​ສົ່ງ​ຄຳ​ຕອບ​ນັ້ນ​ບໍ່ໃຫ້​ກາຍ​ວັນ​ທີ 20 ພຶດ­ສະ­ພາ 2016.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...