spot_img
Homeຄວາມງາມຄວາມງາມຈາກນ້ຳກ້ອນ 5 ຂໍ້ ທີ່ຕ້ອງລອງ

ຄວາມງາມຈາກນ້ຳກ້ອນ 5 ຂໍ້ ທີ່ຕ້ອງລອງ

Published on

ສາວໆຫຼາຍຄົນຊອກຫາແຕ່ຜະລິດຕະພັນດີໆ ແພງໆ ມາໃຊ້ເພື່ອເຮັດໃຫ້ງາມ ແຕ່ບໍ່ເຄີຍມີໃຜຮູ້ເລີຍວ່າຄວາມງາມທີ່ທຸກຄົນສາມາດມີໄດ້ໂດຍບໍ່ຕ້ອງເສຍເງິນຫຼາຍກໍ່ມີ, ນ້ຳກ້ອນ ຂອງດີທີ່ທຸກຄົນເບິ່ງຂ້າມ ມັນສາມາດສ້າງຄວາມງາມໃຫ້ຜິວໄດ້ຢ່າງບໍ່ໜ້າເຊື່ອ ເຮົາມາເບິ່ງກັນເລີຍວ່າ ນ້ຳກ້ອນມັນສາມາດເຮັດຫຍັງເພື່ອຄວາມງາມໄດ້ແນ່

1.ແຕ່ງໜ້າຕິດທົນນານ
ເອົານ້ຳກ້ອນລູບໆທີ່ໃບໜ້າກ່ອນທີ່ຈະແຕ່ງໜ້າ ຄວາມເຢັນຈາກນ້ຳກ້ອນຈະຊ່ວຍໃຫ້ຮູຂຸມຂົນກະຊັບຂຶ້ນ ເມື່ອແຕ່ງໜ້າຈະເຮັດໃຫ້ເຄື່ອງສຳອາງທີ່ທາລົງໃບໜ້າຕິດທົນກວ່າປົກກະຕິ

2.ຜິວຊຸ່ມຊື່ນ
ຫຼັງລ້າງໜ້າໃຫ້ນຳນ້ຳກ່ອນມາຖູໆທີ່ໜ້າ ຮູຂຸມຂົນຈະເປີດຮັບຄວາມເຢັນແລ້ວດູດຊຶມເອົານ້ຳເຂົ້າໄປໃນໜ້າ ກ່ອນທີ່ຈະກະຊັບຕົວເຂົ້າ ເຮັດໃຫ້ຜິວຊຸ່ມຊື່ນ ຈາກນັ້ນກໍ່ນຳຄີຣມບຳລຸງມາທາໃສ່ເພື່ອເພີ່ມເຕີມຄວາມຊຸ່ມຊື່ນຂຶ້ນຕື່ມ.

3.ຫລຸດຄວາມມັນ
ບັນຫາຮູຂຸມຂົນກ້ວາງ ໜ້າມັນ ຈະໝົດໄປຖ້າລອງໃຊ້ວິທີນີ້ ໃຊ້ຜ້າຂົນໜູນຸ້ມໆຫໍ່ນ້ຳກ້ອນໄວ້ຈາກນັ້ນກໍ່ຄ່ອຍໆຖູຜ້າຂົນໜູໃຫ້ທົ່ວໄປໜ້າ ຄວາມເຢັນຈາກນ້ຳກ້ອນ ຈະກະຊັບຮູຂຸມຂົນ ເຮັດແບບນີ້ຈົນນ້ຳກ້ອນລະລາຍໝົດຜິວຈະຕຶງກະຊັບ ແລະ ຫລຸດຄວາມມັນໄດ້

4.ຫລຸດການລະຄາຍເຄືອງ
ຜິວທີ່ຖືກແສງແດດແຮງໆ ຈົນແສບຮ້ອນເກີດເປັນຮອຍແດງ ນ້ຳກ້ອນສາມາດບັນເທົາອາການເຫຼົ່ານັ້ນໄດ້ໂດຍການເອົາຜ້າຫໍ່ນ້ຳກ້ອນໄວ້ ແລ້ວລູບບໍລິເວນແສບຮ້ອນ ນອກຈາກນີ້ນ້ຳກ້ອນຍັງຊ່ວຍຫລຸດອາການອັກເສບບວມແດງ ຫຼື ອາການແພ້ເປັນພົດຜື່ນໄດ້ອີກດ້ວຍ

5.ປ້ອງກັນຮອຍແຫ່ວເທິງໃບໜ້າ
ຄວາມເຢັນຈາກນ້ຳກ້ອນຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ເຮັດໃຫ້ສານອາຫານຕ່າງໆ ສົ່ງມາລ້ຽງຜິວໜ້າເຮົາໄດ້ດີຂຶ້ນ ຜິວຈິ່ງເດັ້ງເປັ່ງປັ່ງ ຮອຍແຫ່ວເທິງໃບໜ້າກໍ່ຈະບໍ່ມາກ່ອນໄວອັນຄວນ

 

ທີ່ມາ: http://deedaily.com/beauty-fashion/1445

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...