Homeຂ່າວພາຍ​ໃນລັດຖະບານກຽມເບ້ຍໄມ້ 2 ລ້ານ 8 ແສນເບ້ຍ ເພື່ອປູກຄືນຄວາມອຸດົມສົມບູນໃຫ້ທໍາມະຊາດ

ລັດຖະບານກຽມເບ້ຍໄມ້ 2 ລ້ານ 8 ແສນເບ້ຍ ເພື່ອປູກຄືນຄວາມອຸດົມສົມບູນໃຫ້ທໍາມະຊາດ

Published on

ເນືອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໃນວັນທີ 1 ມິຖຸນາ ນີ້, ລັດຖະບານຕັ້ງເປົ້າຈະກະກຽມເບ້ຍໄມ້ໃຫ້ໄດ້ 2,800,000 ເບ້ຍເພື່ອປູກໃນເຂດປ່າຊຸດໂຊມ, ດິນປອກໂລ້ນ, ດິນຫວ່າງ ແລະ ເຂດອື່ນໆ ເຊິ່ງແມ່ນຫນຶ່ງໃນຫລາຍຄວາມພະຍາຍາມເພື່ອຄືນຄວາມອຸດົມສົມບູນໃຫ້ປ່າໄມ້ ແລະ ຊີວະນາໆພັນ. ປັດຈຸບັນເນື້ອທີ່ປົກຫຸ້ມປ່າໄມ້ຢູ່ ສປປ ລາວມີປະມານ 47% ແຕ່ໃນອະນາຄົດລັດຖະບານຈະສູ້ຊົນເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ປະມານ 70% ແລະ ໃຫ້ຖືກຕາມທີດຂອງການພັດທະນາສີຂຽວ.

ຈາກຄວາມພະຍາຍາມດັ່ງນັ້ນພາກລັດໄດ້ເລັ່ງກວດສອບ ແລະ ເຂັ້ມງວດໂຄງການລົງທຶນທີ່ບໍ່ມີປະສິດທິຜົນ ຫລື ໃຫ້ຜົນຕອບແທນນອ້ຍແກ່ຍາວເວລາໂດຍສະເພາະການປູກຕົ້ນໄມ້ອຸດສາຫະກໍາເຊັ່ນ: ຢາງພາລາ, ໄມ້ເກດສະຫນາ, ປູກກ້ວຍຈໍານວນຫນຶ່ງ ແລະ ອຶ່ນໆ….

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...