spot_img
Homeຄວາມງາມສູດມັນຝຣັ່ງ ຫຼຸດຮອຍຊໍ້າກ້ອງຕາ

ສູດມັນຝຣັ່ງ ຫຼຸດຮອຍຊໍ້າກ້ອງຕາ

Published on

ສູດມັນຝຣັ່ງ ຫຼຸດຮ້ອຍຊໍ້າກ້ອງຕາ ບໍ່ຢາກເປັນຕາໝີແພນດ້າ ຟ້າວທຳຕາມສູດນີ້

ຊີວິດຂອງແມ່ຍິງ ນອກຈາກຈະຕ້ອງເຮັດວຽກແລ້ວ ກໍ່ຍັງຕ້ອງງາມໄປພ້ອມກັນກັບການເຮັດວຽກຕະຫຼອດໝົດມື້

ບາງມື້ກໍ່ຕ້ອງເລີຍໄປຫຼິ້ນກັບໝູ່ເພື່ອນອີກດ້ວຍ ງານໄປທ່ຽວແມ່ນໄປຮອດເດິກ ຕືນເຊົ້າແບບນີ້ ໝີແພນດ້າກ້ອງຕາຕ້ອງຖາມຫາກັນແນ່ນອນ ແຖມຍັງບໍ່ແມ່ນໝີແພນດ້າທີ່ໜ້າຮັກອີກດ້ວຍ ເປັນຕາອຸກໃຈ ແຕ່ບໍ່ຕ້ອງອຸກໃຈແລ້ວ ເພາະມື້ນີ້ເຮົາມີສູດຫຼຸດຮອຍຊໍ້າກ້ອງຕາມາຝາກໃຫ້ກັບແມ່ຍິງ ໄດ້ກັບມາເບິ່ງແຍງດວງຕາໃຫ້ໃສງາມແບບບໍ່ຕ້ອງຊື້ຢາ ຫຼຸດຮອຍຊໍ້າກ້ອງຕາແບບບໍ່ເປືອງເງິນເລີຍ ເປັນສູດທຳມະຊາດຈາກ ມັນຝຣັ່ງ.

ວິທີເຮັດ

1. ປອກມັນຝຣັ່ງດິບ 1 ຫົວ ປອກເອົາເປືອກມັນຝຣັ່ງອອກ ແລ້ວລ້າງໃຫ້ສະອາດ ຫຼັງຈາກນັ້ນນຳໄປຊອຍເປັນແຜ່ນນ້ອຍໆ ກ່ອນຈະເອົາມາຄັ້ນເອົານໍ້າ.

2. ຫຼັງຈາກນັ້ນກໍ່ເອົາສຳລີແຜ່ນລົງໄປຈຸບໃຫ້ຊຸ່ມນໍ້າມັນຝຣັ່ງ ກ່ອນຈະເອົາມາປິດຮອບດວງຕາ ເອົາໄວ້ປະມານ 15 ນາທີແລ້ວຈິ່ງລ້າງອອກໃຫ້ສະອາດ.

3. ເຮັດຊໍ້າໆ ອາທິດລະ 2-3 ຄັ້ງ ຮອບດວງຕາຂອງແມ່ຍິງ ຈະໃສ ແລະງາມຂຶ້ນມາໃຫ້ເຫັນໄດ້ຊັດເຈນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...