Homeນານາສາລະສະໝຸນໄພກຳຈັດ ຂີ້ກາກ, ຂີ້ເຮື້ອນ, ຂີ້ກ້ຽນ ໃຫ້ຫາຍຂາດ

ສະໝຸນໄພກຳຈັດ ຂີ້ກາກ, ຂີ້ເຮື້ອນ, ຂີ້ກ້ຽນ ໃຫ້ຫາຍຂາດ

Published on

ວັນນີ້ເຮົາຈະມາແນະນຳສະໝຸນໄພທີ່ສາມາດກຳຈັດ ຂີ້ກາກ, ຂີ້ເຮື້ອນ, ຂີ້ກ້ຽນ ທີ່ມີຕາມຜິວໜັງໃນບໍລິເວນຮ່າງກາຍໃຫ້ຫາຍຂາດມາຝາກກັນ ຫາກໃຜບໍ່ຢາກເສຍເງິນໄປກັບການຊື້ຢາມາທາ ກໍ່ສາມາດເລືອກເອົາສູດໃດສູດໜຶ່ງໄປໃຊ້ໄດ້ເລີຍ

26_20150814162216.“ກະທຽມ” ປອກເປືອກກະທຽມແລ້ວຕຳໃຫ້ແຫຼກຈາກນັ້ນກໍ່ນຳມາທາໃສ່ບ່ອນທີ່ເປັນກາກ, ຂີ້ເຮື້ອນ,ຂີ້ກ້ຽນ ວັນລະ 2 ຄັ້ງ ຫຼັງຈາກຫາຍດີແລ້ວ ກໍ່ໃຫ້ທາຕໍ່ໄປຕື່ມອີກ 7-10ວັນ ຂີ້ກາກ, ຂີ້ເຮື້ອນກໍ່ຈະບໍ່ກັບມາຫາທ່ານເລີຍ

Health--Wellness-ImageCrop_2_22244-13-22729m“ຫົວຂ່າ” ໃຊ້ຂ່າສົດຕຳແລ້ວໄປປະສົມກັບເຫຼົາບອງຢາ ຈາກນັ້ນກໍ່ເອົາມາທາບໍລິເວນທີ່ເປັນຂີ້ກາກ, ຂີ້ເຮື້ອນ,ຂີ້ກ້ຽນ

dsc_0520_0

“ໃບຂີ້ເຫຼັກປ່າ” ໃບໄມ້ສົດຕຳໃຫ້ແຫຼກແລ້ວນຳໄປແຊ່ເຫຼົ້າຂາວໄວ້ປະມານ 3-5 ວັນ ໝັ່ນຄົນຢາທີ່ແຊ່ທຸກມື້ ຜ່ານໄປ 3-5 ວັນກໍ່ເອົານ້ຳທີ່ໝັກໄວ້ມາທາໃສ່ບໍລິເວນທີ່ເປັນຂີ້ກາກ, ຂີ້ເຮື້ອນ,ຂີ້ກ້ຽນ ວັນລະ 2-3 ເທື່ອ ຈົນກ່ວາຈະຫາຍດີ ຫຼື ບໍ່ດັ່ງນັ້ນກໍ່ນຳໃບຂີ້ເຫຼັກປ່າສົດມາຕຳໃຫ້ແຫຼກແລ້ວນຳມາທາໃສ່ບໍລິເວນທີ່ເປັນຂີ້ກາກ, ຂີ້ເຮື້ອນ,ຂີ້ກ້ຽນກໍ່ໄດ້

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...