Homeຂ່າວການພັດທະນາທູດລາວປະຈຳ ລາຊະອານາຈັກໄທ ເຂົ້າຮ່ວມງານສານສາຍສຳພັນວັດທະນາທຳໄທຊົງດຳ

ທູດລາວປະຈຳ ລາຊະອານາຈັກໄທ ເຂົ້າຮ່ວມງານສານສາຍສຳພັນວັດທະນາທຳໄທຊົງດຳ

Published on

ຕອນ​ແລງ​ຂອງ​ວັນ​ທີ 7 ພຶດ­ສະ­ພາ 2016 ຜ່ານ​ມາ​ນີ້, ທ່ານ ຫຼີ ບຸນ​ຄ້ຳ ເອກ​ອັກ​ຄະ​ລັດ​ຖະ ທູດ ແຫ່ງ ສປປ ລາວ ປະ­ຈຳ​ລາ ຊະ​ອາ­ນາ­ຈັກ​ໄທ ແລະ​ທ່ານ ບຸນ​ສີ ວົງ​ບົວ​ສີ ກົງ­ສຸນ​ໃຫຍ່

ແຫ່ງ ສປປ ລາວ ປະ­ຈຳ​ຂອນ​ແກ່ນ ພ້ອມ​ດ້ວຍ ອ້າຍ​ເອື້ອຍ​ນ້ອງ​ພະ­ນັກ­ງານ​ສະ ຖານ​ທູດ​ລາວ​ທີ່​ບາງ­ກອກ​ຈຳ­ນວນ ໜຶ່ງ​ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມ​ງານ ສານ​ສາຍ­ສຳ­ພັນ​ວັດ­ທະ­ນະ­ທຳ​ປະ ເພ­ນີ ໄທ​ຊົງ​ດຳ ຫຼື ໄທ​ດຳ ປະ­ຈຳ​ປີ 2016 ຊຶ່ງ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ​ສອງ ໂດຍ​ມູນ​ນິ­ທິ​ໄທ​ຊົງ​ດຳ ແລະ​ສະ​ມາ ຄົມ​ໄທ​ດຳ​ແຫ່ງ​ປະ­ເທດ​ໄທ​ຮ່ວມ ກັບ​ສະ​ຖາ​ບັນ​ວິ­ໄຈ​ພາ­ສາ ແລະ​ວັດ­ທະ­ນະ­ທຳ​ເອ​ເຊຍ ຂອງ​ມະ­ຫາ​ວິ ທະ​ຍາ​ໄລ​ມະ­ຫິ​ດົນ​ທີ່​ມະ­ຫາ​ວິ​ທະ ຍາ​ໄລ​ມະ­ຫິ​ດົນ, ວິ­ທະ­ຍາ​ເຂດ​ສາ ລາ​ຍາ, ຈັງ­ຫວັດ​ນະ­ຄອນ​ປະ­ຖົມ.

ຄະ­ນະ​ສະ­ຖານ­ທູດ​ໄດ້​ຮັບ​ການ ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ​ຈາກ ທ່ານ ສະ­ໄຫວ ເພັດ​ລຸນ, ປະ­ທານ​ສະ​ມາ ຄົມ​ໄທ​ດຳ​ແຫ່ງ​ປະ­ເທດ​ໄທ ຕະ ຫຼອດ​ຮອດ​ພໍ່​ແມ່​ປະ­ຊາ­ຊົນ​ຄົນ​ໄທ ເຊື້ອ­ສາຍ​ໄທ​ດຳ​ທີ່​ເຂົ້າ​ຮ່ວມ​ງານ ຢ່າງ​ຫຼວງ­ຫຼາຍ.

ໂອ­ກາດ​ນີ້ ທ່ານ ຫຼີ ບຸນ​ຄ້ຳ ໄດ້ ໃຫ້​ກຽດ ມີ​ຄວາມ​ເຫັນ​ຕໍ່​ພິ­ທີ ໂດຍ ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່ ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ, ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຄະ­ນະ​ຈັດ​ງານ ແລະ​ຕີ​ລາ­ຄາ​ສູງ​ການ​ເຕົ້າ­ໂຮມ ຄວາມ​ສາ­ມັກ­ຄີ​ຊ່ວຍ­ເຫຼືອ​ກັນ​ຂອງ​ຄົນ​ເຊື້ອ­ສາຍ​ໄທ​ດຳ​ທີ່​ມີ​ຕົ້ນ​ກຳ ເນີດ​ສືບ​ສາຍ​ເຜົ່າ​ພັນ​ຈາກ​ປະ ເທດ​ລາວ, ຊົມ­ເຊີຍ​ການ​ອະ­ນຸ​ຮັກ ແລະ​ສົ່ງ­ເສີມ​ວັດ­ທະ­ນະ­ທຳ​ຮີດ ຄອງ​ປະ­ເພ­ນີ​ຂອງ​ຊາວ​ໄທ​ດຳ ເອົາ​ໄວ້​ໄດ້​ເປັນ​ຢ່າງ​ດີ, ຍັງ​ບໍ່​ລືມ ບັນ­ພະ­ບຸ­ລຸດ​ຕົ້ນ​ກຳ­ເນີດ, ຫວັງ​ວ່າ ສິ່ງ​ດີ­ງາມ​ເຫຼົ່າ​ນີ້​ຈະ​ໄດ້​ຮັບ​ການ ສົ່ງ­ເສີມ​ໃຫ້​ແພ່​ຂະ­ຫຍາຍ​ຮອດ​ເຊັ່ນ ລູກ​ເຊັ່ນ​ຫຼານ​ສືບ­ຕໍ່​ໄປ.

ໃນ​ງານ​ດັ່ງ­ກ່າວ​ໂຄ­ສົກ​ເວ­ທີ ແລະ​ຜູ້​ເຂົ້າ​ຮ່ວມ​ສ່ວນ​ຫຼາຍ​ແມ່ນ ເວົ້າ​ພາ­ສາ​ສຳ­ນຽງ​ໄທ​ດຳ, ມີ​ການ­ສະ­ແດງ​ສິ­ລະ​ປະ​ຂອງ​ພີ່­ນ້ອງ​ຄົນ ໄທ​ເຊື້ອ​ໄທ​ດຳ​ຈາກ​ຈັງ­ຫວັດ (ແຂວງ) ຕ່າງໆ​ຢ່າງ​ມ່ວນ­ຊື່ນ, ຊຶ່ງ​ສ່ອງ​ແສງ​ເຖິງ​ການ​ອະ­ນຸ​ຮັກ ການ​ນຸ່ງ​ຖື, ການ​ຟ້ອນ-ຮ້ອງ​ລຳ ແບບ​ໄທ​ດຳ​ທີ່​ອ່ອນ​ຊ້ອຍ​ງົດ​ງາມ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...