Homeຂ່າວຕ່າງປະເທດນິສສັນ ຂູ່ຍົກເລີກຂໍຊື້ຫຸ້ນມິດຊູບິຊິຖ້າໂກງຄ່າປະຢັດນໍ້າມັນໃນລົດນອກປະເທດອີກ

ນິສສັນ ຂູ່ຍົກເລີກຂໍຊື້ຫຸ້ນມິດຊູບິຊິຖ້າໂກງຄ່າປະຢັດນໍ້າມັນໃນລົດນອກປະເທດອີກ

Published on

ທ່ານ ຄາຣ໌ລອສ ກອສ໌ນ ປະທານເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ຂອງນິສສັນ ມໍເຕີເຕືອນວ່າ ຈະຍົກເລີກຂໍ້ຕົກລົງຊື້ຫຸ້ນໃຫຍ່ໃນມິດຊູບິຊິ ມໍເຕີ ຫາກເລື່ອງໂກງຄ່າປະຢັດນໍ້າມັນຂະຫຍາຍໄປຍັງລົດທີ່ຈຳໜ່າຍໃນຕ່າງປະເທດນຳ.

ທ່ານ ກອສ໌ນ ກ່າວໃນການປະຊຸມໂຕະມົນກັບສື່ມວນຊົນຕ່າງຊາດໃນວານນີ້ວ່າ ຂໍ້ຕົກລົງທີ່ນິສສັນຈະໃຊ້ເງິນ 2.200 ລ້ານໂດລາສະຫະລັດ​ຊື້ຫຸ້ນ 34% ຂອງມິດຊູບິຊິຈະເປັນອັນຈົບທັນທີ ຫາກມິດຊູບິຊິບໍ່ຊື່ສັດເລື່ອງທີ່ອ້າງວ່າໂກງຄ່າປະຢັດນໍ້າມັນສະເພາະລົດທີ່ຈຳໜ່າຍໃນຍີ່ປຸ່ນ ຂະນະນີ້ການຊື້ຫຸ້ນຍັງເປັນພຽງບັນທຶກຄວາມເຂົ້າໃຈ ແລະ ຈະເປັນຂໍ້ຕົກລົງຫຼັງຈາກທີ່ມີການສອບຜ່ານທຸລະກິດແລ້ວ ສ່ວນລົດທີ່ມິດຊູບິຊິຈຳໜ່າຍໃນສະຫະລັດ ເອີຣົບ ແລະ ບ່ອນອື່ນໆ ຈະມີບັນຫາເລື່ອງຄ່າປະຢັດນໍ້າມັນນຳຫຼືບໍ່ນັ້ນ ຫາກທາງການຍີ່ປຸ່ນຈະເຜີຍແຜ່ລາຍງານຜົນການກວດສອບພາຍໃນເດືອນນີ້ ດັ່ງນັ້ນ ກ່ອນທີ່ຈະສະຫຼຸບຂໍ້ຕົກລົງ ນິສສັນຈະຕ້ອງຮູ້ສະຖານະການທີ່ແທ້ຈິງກ່ອນ ແລະຫາກເລື່ອງລາວບານປາຍກໍຈະບໍ່ເຮັດຂໍ້ຕົກລົງຢ່າງແນ່ນອນ.

ມິດຊູບິຊິ ບໍລິສັດຜະລິດລົດອັນດັບຫ້າຂອງຍີ່ປຸ່ນຍອມຮັບເມື່ອເດືອນກ່ອນວ່າ ປອມແປງຕົວເລກຜົນທົດສອບຄ່າປະຢັດນໍ້າມັນໃຫ້ສູງເກີນຄວາມຈິງມາຫຼາຍປີ ມີລາຍງານວ່າ ມິດຊູບິຊິໂກງຄ່າປະຢັດນໍ້າມັນລົດເກືອບທຸກຮຸ່ນທີ່ຈຳໜ່າຍໃນຍີ່ປຸ່ນມາຕັ້ງແຕ່ປີ 1991 ລວມເຖິງລົດຂະໜາດນ້ອຍທີ່ຜະລິດໃຫ້ນິສສັນຕາມໂຄງການຮ່ວມທຶນນຳ ນິສສັນຊຶ່ງເປັນບໍລິສັດຜະລິດລົດອັນດັບສອງຂອງຍີ່ປຸ່ນເປັນຝ່າຍພົບເລື່ອງນີ້ ຂະນະທີ່ມິດຊູບິຊິຢືນຢັນວ່າ ນິສສັນບໍ່ຮູ້ເຫັນກັບການໂກງດັ່ງກ່າວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...