Homeຂ່າວຕ່າງປະເທດເກົາຫລີໃຕ້ ຊ້ອມຮົບທະຫານລົດຕັງ ຢູ່ເຂດຊາຍແດນທະເລ ຕິດກັບເກົາຫລີເໜືອ!

ເກົາຫລີໃຕ້ ຊ້ອມຮົບທະຫານລົດຕັງ ຢູ່ເຂດຊາຍແດນທະເລ ຕິດກັບເກົາຫລີເໜືອ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ພຶດສະພານີ້ວ່າ ໃນມື້ວານນີ້ (12 ພຶດສະພາ) ກອງທັບເກົາຫລີໃຕ້ ໄດ້ດຳ​ເນີນ​ການ​ຊ້ອມ​ຮົບ​ທະຫານ​ລົດຕັງ​ ຢູ່​ເຂດ​ນ່ານນ້ຳທະ​ເລ​ຕິດ​ກັບຊາຍແດນຂອງເກົາຫລີເໜືອ ໂດຍມີ​ການນຳເອົາ​ລົດຕັງ K9 ຈຳນວນຫລາຍຄັນ ເຂົ້າຮ່ວມໃນການເຝິກຊ້ອມ.

​ເຈົ້າ​ໜ້າ​ທີ່​ກອງທັບ​ເກົາຫລີໃຕ້ ໄດ້​ໃຫ້​ຮູ້​ວ່າ ກຳລັງທະຫານ​ເຮືອ​ສູ້​ຮົບ​ທາງບົກ ໄດ້​ປະຕິບັດ​ການ​ຊ້ອມ​ຮົບ​ດັ່ງກ່າວ ​ໃນ​ເ​ວລາ ​ປະມານ 1 ຊົ່ວ​ໂມງ ​ເລີ່​ມ​ແຕ່ເວລາ 16 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່​ໝູ່ເກາະ Baengnyeong ​ແລະ Yeonpyeong ໂດຍບັນດາ​ກຳ​ລັງ​ທະຫານທີ່ເຂົ້າ​ຮ່ວມ​​ຊ້ອມ​ຮົບ ​ໄດ້​ຍິງ​ລູກປືນ​ໃຫຍ່ຈາກລົດຕັງ K9 ປະມານ 400 ລູກ ​ແລະ ໄດ້ຍິງລູກສອນໄຟ ໄປ​ທາງ​ທິດໃຕ້​ຕາມ​ເສັ້ນ​ຊາຍ​ແດນທະ​ເລ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...