spot_img
HomeມູມໄອທີລາວSharp ກຽມທີ່ຈະຊຸກຍູ້ພັດທະນາໜ້າຈໍມືຖືລຸ້ນໃໝ່ ໃຫ້ມີຄວາມລະອຽດ 600 PPI!!

Sharp ກຽມທີ່ຈະຊຸກຍູ້ພັດທະນາໜ້າຈໍມືຖືລຸ້ນໃໝ່ ໃຫ້ມີຄວາມລະອຽດ 600 PPI!!

Published on

ພັດທະນາການກ້າວກະໂດດຂອງເຕັກໂນໂລຊີໃນບາງຈັງຫວະນັ້ນກໍເປັນເລື່ອງທີ່ບໍ່ຕອບສະໜອງກັບເງິນໃນກະເປົາຂອງເຮົາຜູ້ທີ່ເປັນຄົນຊົມໃຊ້ເທົ່າໃດ ແລະເຖິງວ່າໜ້າຈໍມືຖືຄວາມລະອຽດຫຼ້າສຸດທີ່ລະດັບ WQHD ຫຼືໜ້າຈໍ 2K ນີ້ກຳລັງຈະເລີ່ມວາງຈຳໜ່າຍໃນຊ່ວງເຄິ່ງປີຫຼັງຈາກຫຼາຍໆບໍລິສັດຜູ້ຜະລິດ ເຊິ່ງສາມາດເຮັດຄວາມລະອຽດໄດ້ສູງສຸດ 540 ພິກເຊວຕໍ່ຕາຕະລາງນິ້ວແລ້ວກໍຕາມ ເພີ່ມຂຶ້ງມາ 200 ພິກເຊວນັບຕັ້ງແຕ່ໂລກຂອງ Android ກ້າວສູ່ຍຸກ HD ເມື່ອສອງປີທີ່ຜ່ານມານີ້

ແຕເບິ່ງຄືວ່າພັດທະນາການໃໝ່ໆ ຍັງຄົງເກີດຂຶ້ນມາຢ່າງຕໍ່ເນື່ອງ ໂດຍຫຼ້າສຸດນີ້ຜູ້ຜະລິດໜ້າຈໍຍັກໃຫຍ່ຈາກຍີ່ປຸ່ນ Sharp ໄດ້ປະກາດຄວາມພ້ອມສຳລັບສາຍການຜະລິດໜ້າຈໍອຸປະກອນພົກພາລຸ້ນໃໝ່ສຳລັບການສະແດງຜົນໄດ້ລະອຽດສູງສຸດໃນລະດັບ 600 ພິກເຊວຕໍ່ຕາຕະລາງນິ້ວສຳລັບຂະໜາດໜ້າຈໍສະເລ່ຍ 5.5 ນິ້ວ ແລະຕາມມາດ້ວຍຂະໜາດໜ້າຈໍລະຫວ່າງ 7 ຈົນເຖິງ 9 ນິ້ວ ສຳລັບອຸປະກອນປະເພດແທັບເລັດທີ່ມີຄວາມເປັນໄປໄດ້ຢ່າງສູງວ່າຈະມີຄວາມລະອຽດໃນລະດັບ 2160 x 3840 ພິກເຊວ ຫຼື 4K ກັນເລີຍ (2K ບໍ່ທັນໄດ້ໃຊ້ຊ້ຳ 4K ຈະອອກມາລະອຸກໃຈຂະໜາດ)

ນອກຈາກນັ້ນແລ້ວ Sharp ຍັງພະຍາຍາມຊຸກຍູ້ໜ້າຈໍເຕັກໂນໂລຊີ IGZO ສຳລັບຕະຫຼາດມືຖືລະດັບກາງໃຫ້ຫຼາຍຂຶ້ນເຊັ່ນດຽວກັນ ຄວາມເປັນໄປໄດ້ທີ່ຈະນຳໄປໃຊ້ໃນອຸປະກອນປະເພດສວມໃສ່ ແຕ່ເຕັກໂນໂລຊີດັ່ງກ່າວນີ້ຍັງມີຂໍ້ຈຳກັດໃນເລື່ອງຂອງຄວາມລະອຽດທີ່ຍັງເຮັດໄດ້ພຽງແຕ່ 300 ພິກເຊວຕໍ່ຕາຕະລາງນິ້ວເທົ່ານັ້ນ

ທີ່ມາ: androidauthority

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...