Homeຂ່າວຕ່າງປະເທດກອງທັບອີຣັກເຜີຍ ປົດປ່ອຍດິນແດນ 2/3 ຈາກການຍຶດຄອງຂອງກຸ່ມໄອເອັສ ໄດ້ແລ້ວ!

ກອງທັບອີຣັກເຜີຍ ປົດປ່ອຍດິນແດນ 2/3 ຈາກການຍຶດຄອງຂອງກຸ່ມໄອເອັສ ໄດ້ແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ພຶດສະພາຜ່ານມານີ້ວ່າ ກອງທັບອີຣັກ ສາມາດປົດປ່ອຍພື້ນທີ່ດິນແດນ ທີ່ຖືກກຸ່ມລັດອິດສະລາມ ຫລື ໄອເອັສຍຶດຄອງ ໄດ້ປະມານ 2/3 ແລ້ວ ຫລັງຈາກທີ່ກຸ່ມດັ່ງກ່າວ ບຸກໂຈມຕີເຂົ້າຍຶດພື້ນທີ່ອັນກວ້າງຂວາງ ທາງພາກເໜືອ ແລະ ພາກຕາເວັນຕົກຂອງປະເທດ ຕັ້ງແຕ່ປີ 2014 ເປັນຕົ້ນມາ.

ແຫລ່ງຂ່າວໄດ້ລະບຸວ່າ ກຸ່ມໄອເອັສຊຶ່ງຍຶດຄອງຕາມເມືອງ ແລະ ແຂວງຕ່າງໆຂອງອີຣັກ ໄດ້ຫລຸດໜ້ອຍລົງ ຈາກເມື່ອກ່ອນທີ່ຍຶດຄອງດິນແດນອີຣັກ ປະມານ 40% ຮອດປັດຈຸບັນນີ້ ແມ່ນເຫລືອພຽງແຕ່ 14% ເທົ່ານັ້ນ,  ແນວໃດກໍຕາມ ກຸ່ມໄອເອັສ ຍັງຄົງສາມາດລົງມືໂຈມຕີນອງເລືອດ ໃນຫລາຍພື້ນທີ່ທົ່ວປະເທດ ຊຶ່ງຫລ້າສຸດໃນມື້ວານນີ້ (11 ພຶດສະພາ) ກຸ່ມດັ່ງກ່າວ ກໍໄດ້ກໍ່ເຫດລະເບີດຂ້າຕົວຕາຍ ໂຈມຕີເມືອງຫລວງແບກແດດຂອງອີຣັກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 52 ຄົນ ແລະ ບາດເຈັບອີກກວ່າ 78 ຄົນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...