spot_img
Homeຂ່າວການພັດທະນາໄຊ​ຍະເລັ່ງ​ພັດ­ທະ­ນາພື້ນ­ຖານ​ໂຄງ​ລ່າງ ເພື່ອ​ຍົກ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ປະ­ຊາ­ຊົນ

ໄຊ​ຍະເລັ່ງ​ພັດ­ທະ­ນາພື້ນ­ຖານ​ໂຄງ​ລ່າງ ເພື່ອ​ຍົກ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ປະ­ຊາ­ຊົນ

Published on

ໃນ 6 ເດືອນ​ຜ່ານ​ມາ​ແຂວງ​ໄຊ​ຍະ​ບູ​ລີ ກໍ​ຄື​ພະ​ແນກ ຍທຂ ແຂວງ​ໄດ້​ຕັ້ງ­ໜ້າ​ເຄື່ອນ​ໄຫວ​ປະ­ຕິ­ບັດ​ໜ້າ­ທີ່ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ, ໃນ​ການ​ກໍ່ສ້າງ ແລະ​ປົກ​ປັກ​ຮັກ­ສາ​ເສັ້ນ­ທາງ​ເພື່ອຮັບ­ປະ­ກັນ​ໃຫ້​ແກ່​ການ​ສັນ­ຈອນ​ໄປ​ມາຫາ​ສູ່​ແຂວງ​ຫາ​ເມືອງ, ເມືອງ​ຫາ​ບ້ານ ແລະ​ແຂວງ​ອອກ​ສູ່​ຕ່າງ​ແຂວງ​ໃນ​ການ ແລກ­ປ່ຽນ​ຊື້​ຂາຍ​ສິນ­ຄ້າ ແລະ​ການ​ທ່ອງ ທ່ຽວ​ດ້ານ​ຕ່າງໆ​ໃຫ້​ມີ​ຄວາມ​ສະ­ດວກ ສະ­ບາຍ.

ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ພະ​ແນກ​ໂຍທາ​ທິ​ການ ແລະ​ຂົນ­ສົ່ງ ແຂວງ​ໄຊ​ຍະ​ບູ​ລີ ໃຫ້​ຮູ້​ວ່າ​ໃນ​ສົກ​ປີ 2015Œ2016 ນີ້​ພະ ແນກ ຍທຂ ໄດ້​ຮັບ​ອະ­ນຸ­ມັດ​ແຜນ​ພື້ນ­ຖານໂຄງ​ລ່າງ​ການ​ກໍ່­ສ້າງທັງ​ໝົດ 123 ໂຄງ ການ, ມູນ​ຄ່າ​ທັງ​ໝົດ 1,20 ພັນ​ຕື້​ກີບ, ໃນ​ນີ້​ໂຄງ­ການ​ຂັ້ນ​ແຂວງ​ຄຸ້ມ​ຄອງ 108 ໂຄງ­ການ, ມີ​ທຶນ​ທັງ​ໝົດ 737,03 ຕື້​ກີບ, ທຶນ​ພາຍ​ໃນ 704,21 ຕື້​ກີບ, ທຶນຕ່າງ­ປະ­ເທດ 32,83 ຕື້​ກີບ, ຜ່ານ​ການປະ­ຕິ­ບັດ​ໃນ 6 ເດືອນ​ຕົ້ນ​ສົກ​ປີ​ມາ​ນີ້​ສຳ ເລັດ 100% ມີ 83 ໂຄງ­ການ, ມູນ​ຄ່າ 402,09 ຕື້​ກີບ, ທຽບ­ໃສ່​ແຜນ­ການ​ປີປະ­ຕິ­ບັດ​ໄດ້ 80,22% ແລະ​ໂຄງ­ການ ຍັງ​ສຶບ​ຕໍ່​ປະ­ຕິ­ບັດ​ຍັງ 25 ໂຄງ­ການ​ທີ່ທາງ​ກະ­ຊວງ​ມອບ​ໃຫ້​ແຂວງ​ຈັດ​ຕັ້ງ​ປະ­ຕິ ບັດ​ມີ 15 ໂຄງ­ການ, ມີ​ທຶນ​ທັງ​ໝົດ 509,12 ຕື້​ກີບ ເປັນ​ທຶນ​ພາຍ​ໃນ 100% ແລະ​ຜ່ານ​ມາ​ປະ­ຕິ­ບັດ​ສຳ­ເລັດ 100% ມີ 9 ໂຄງ­ການ, ມູນ​ຄ່າ 47,53 ຕື້​ກີບ, ພວມ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ມີ 6 ໂຄງ­ການມູນ​ຄ່າ 461,59 ຕື້​ກີບ, ທຽບ­ໃສ່​ແຜນການ​ປີ​ປະ­ຕິ­ບັດ​ໄດ້ 70,32%.

ແນວ­ໃດ​ກໍ​ດີ ເພື່ອ​ສືບ­ຕໍ່​ພັດ­ທະ­ນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ແຂວງ ທັງ​ເປັນ​ການ​ເອື້ອ​ອຳ­ນວຍຄວາມ​ສະ­ດວກ, ກະ­ຕຸກ​ຊຸກ­ຍູ້​ໃຫ້­ການ​ພັດທະ​ນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງ​ແຂວງ ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ຕໍ່​ເນື່ອງ​ດ້ວຍຈັງ­ຫວະ​ທີ່​ໜັກ​ແໜ້ນ, ໂດຍ​ການ​ປັບ­ປຸງຂະ­ຫຍາຍ​ຕາ​ໜ່າງ​ເສັ້ນ­ທາງ​ຄົມ​ມະ​ນາຄົມ​ທາງ­ບົກ​ໃຫ້​ເຊື່ອມ​ຕໍ່​ກັບ​ບັນ­ດາ​ແຂວງ​ທີ່​ໃກ້​ຄຽງ ແລະ ​ບັນ­ດາ​ປະ­ເທດ​ພາກ​ພື້ນເຮັດ​ໃຫ້​ແຂວງ ໄຊ​ຍະ​ບູ​ລີ​ກາຍ­ເປັນ​ແຂວງ ບໍ­ລິ­ການ​ທາງ​ຜ່ານ​ໃນ​ອະ­ນາ­ຄົດ ແລະ​ສ້າງ​ເງື່ອນ­ໄຂ​ໃນ​ການ​ດຶງ​ດູດ​ການ​ລົງ­ທຶນ, ການ​ຄ້າ ແລະ​ການ­ທ່ອງ­ທ່ຽວສະ­ເພາະໃນ 6 ເດືອນ​ທ້າຍ​ປີ​ສົກ​ນີ້​ຕ້ອງ​ໄດ້​ເອົາ­ໃຈໃສ່​ສືບ­ຕໍ່​ກໍ່­ສ້າງ​ທາງ​ປູ­ຢາງ​ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ, ທາງ​ຫຼວງ​ທ້ອງ­ຖິ່ນ, ເສັ້ນ­ທາງ​ໄປ​ສູ່​ບັນ­ດາ​ເມືອງ, ເສັ້ນ­ທາງ​ໄປ​ຊາຍ​ແດນ ແລະ​ເສັ້ນ­ທາງ​ອອກ​ສູ່​ນ້ຳ­ຂອງ, ພ້ອມ​ທັງ​ຍົກ​ລະ­ດັບ​ເສັ້ນ­ທາງ​ປູ­ຢາງ​ປູ​ຫີນ​ໄປ​ສູ່​ຊົນ­ນະ­ບົດ, ຈຸດ​ສຸມ, ກຸ່ມ​ບ້ານ​ພັດ­ທະ­ນາ​ໃຫ້​ຮັບ­ປະ­ກັນ​ທຽວ​ໄດ້​ສະ­ດວກ​ຕະ­ຫຼອດ​ປີ.
ທີ່ມາ: logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...