Homeມຸມຂ່າວ AECອາຊຽນ ຫັນການຈ້າງງານເຂົ້າໃນລະບົບ ກ້າວໄປສູ່ການສົ່ງເສີມ ວຽກທີ່ມີຄຸນຄ່າ ແລະ ເປັນທຳ

ອາຊຽນ ຫັນການຈ້າງງານເຂົ້າໃນລະບົບ ກ້າວໄປສູ່ການສົ່ງເສີມ ວຽກທີ່ມີຄຸນຄ່າ ແລະ ເປັນທຳ

Published on

ຂປລ. ກອງປະຊຸມ​ ເຈົ້າໜ້າທີ່ອາວຸ​ໂສ​​ ແຮງ​ງານອາຊຽນ ຄັ້ງ​ທີ 12 ​ໄດ້​ຈັດ​ຂຶ້ນ​ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11 ພຶດສະພາ ນີ້ ທີ່​ນະຄອນຫລວງ​ວຽງຈັນ, ​ພາຍ​ໃຕ້​ຫົວ​ຂໍ້ “ການ​ຫັນປ່ຽນ ຈາກ​ການ​ຈ້າງ​ງານນອກ​ລະບົບ ​ໄປ​ສູ່​ການ​ຈ້າງ​ງານ​ ໃນ​ລະບົບ ​ເພື່ອ​ກ້າວ​ໄປ​ສູ່​ ການ​ສົ່ງ​ເສີມວຽກ ທີ່​ມີ​ຄຸນຄ່າ ​ແລະ ​ເປັນ​ທຳ​ໃນ​ອາຊຽນ” ​ເຊິ່ງ​ເປັນ​ການ​ສືບຕໍ່ ຈາກກອງປະຊຸມ ເຈົ້າໜ້າທີ່ອາວຸ​ໂສ​​ ແຮງ​ງານອາຊຽນ ຄັ້ງ​ທີ 11 ທີ່​ປະ​ເທດ​ຟີ​ລິບ​ປິນ​ ເມື່ອ​ຕົ້ນ​ປີ 2015 ຜ່ານ​ມາ. ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ ກອງ​ປະຊຸມ ມີ​ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ພ້ອມ​ດ້ວຍບັນດາ​ ຕົວ​ແທນ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ກ່າວ​ວ່າ: ກອງ​ປະຊຸມ​​ ເຈົ້າໜ້າທີ່​ອາວຸ​ໂສ​ ແຮງ​ງານ​ອາຊຽນ ຄັ້ງ​ທີ 12 ນີ້ ຈະ​ໄດ້​ປຶກສາ​ຫາລື ບັນດາ​ບັນ​ຫາ ສຳຄັນຕົ້ນຕໍ​ ຂອງ​ວຽກງານ​ແຮງ​ງານ ທີ່​ພົວພັນ​ເຖິງ​ ວຽກງານ​ເສດຖະກິດ ​ແລະ ສັງຄົມ ​ໂດຍ​ຜ່ານ​ເອກະສານ​ ການຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ງານ​ຂອງ​ປະຊາ​ຄົມ ວັດທະ​ນະ​ທຳ-​ສັງຄົມ, ​ເສດຖະກິດ ​ແລະ ​ເອກະສານ​ ຂະ​ແໜງການ​ ທີ່​ກ່ຽວຂ້ອງ ​ເຊັ່ນ: ຂອບ​ວຽກພາກ​ພື້ນ ​ແລະ ​ແຜນ​ປະຕິບັດ​ງານ ເພື່ອ​ຈັດ​ຕັ້ງ​ປະຕິ​ບັດ ຖະ​ແຫລ​ງການ​ອາຊຽນ ວ່າ​ດ້ວຍ​ການ​ສ້າງ​ ຄວາມ​​ເຂັ້ມ​ແຂງ​ແກ່ການ​ປົກ​ປ້ອງ​ສັງຄົມ, ສົນທິສັນຍາ​ອາຊຽນ ວ່າ​ດວ້ຍການ​ ຕ້ານ​ການ​ຄ້າ​ມະນຸດ ​ໂດຍ​ສະ​ເພາະ​ ແມ່ຍິງ ​ແລະ ​ເດັກນ້ອຍ,​ ຂອບ​ວຸດ​ທິ ການສຶກສາ​ອາຊຽນ, ​ແຜນ​ງານລັດຖະມົນຕີ​ ແຮງ​ງານ​ອາຊຽນ 2016-2020; ​ແຜນ​ງານ​ຂອງ​ ຄະນະ​ກຳມະການ ຈັດ​ຕັ້ງ​ປະຕິບັດ ຖະ​ແຫລ​ງການ​ອາຊຽນ ວ່າ​ດ້ວຍ​ການ​ປົກ​ປ້ອງ ​ແລະ ຄຸ້ມ​ຄອງ​ສິດທິ​ແຮງ​ງານ ເຄື່ອນ​ຍ້າຍ 2016-2020,​​ ແຜນ​ປະຕິບັດ​ງານ ​ສຸຂະພາບ ​ແລະ ຄວາມ​ປອດ​ໄພ​ອາຊຽນ 2016-2020 ​ແລ​ະ​ ແຜນປະຕິບັດ​ງານ​ ຂອງໜ່ວຍ​ເຈົ້າໜ້າທີ່​ ອາວຸ​ໂສ​ແຮງ​ງານ​ອາຊຽນ. ອີກບັນຫາໜຶ່ງທີ່​ສຳຄັນ ​ຂອງ​ກອງ​ປະຊຸມ​ນີ້ ​ແມ່ນ​ການ​ພິຈາລະນາ​ ຮ່າງ​ຖະ​ແຫລ​ງການວຽງຈັນ ວ່າ​ດ້ວຍ​ການ​ຫັນປ່ຽນ ຈາກ​ການ​ຈ້າງ​ງານ​ ນອກ​ລະບົບ ​ໄປ​ສູ່​ການ​ຈ້າງ​ງານ​ ໃນ​ລະບົບ ​ເພື່ອ​ກ້າວ​ໄປ​ສູ່​ ການ​ສົ່ງ​ເສີມ​ ວຽກທີ່​ມີ​ຄຸນຄ່າ ​ແລະ ​ເປັນ​ທຳ​ໃນ​ອາຊຽນ ​ເພື່ອ​ຈະ​ໄດ້​ລາຍ​ງານ ​ຕໍ່​ກອງ​ປະ​ຊຸມ ລັດຖະມົນຕີ​ ແຮງ​ງານ​ອາຊຽນ ຄັ້ງ​ທີ 24 ພິຈາລະນາ​ຕໍ່​ໄປ.

ຢ່າງ​​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ ວຽກ​ແຮງ​ງານ ​ເປັນ​ວຽກທີ່​ກວ້າງຂວາງ ​ແລະ ສະໜັບສະໜູນ ການ​ພັດທະນາ​ ເສດຖະກິດ-​ສັງຄົມ ຂອງ​ບັນ​ດາ​ປະ​ເທດ​ ສະມາຊິກ​ອາຊຽນ, ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ​ໄດ້​ເນັ້ນໃຫ້​ທີ່​ປະຊຸມ ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ ບັນ​ດາ​ເອກະສານ ທີ່​ກ່ຽວຂ້ອງ​ ກັບ​ການ​ອຳ​ນວຍ ຄວາມ​ສະດວກ​ໃຫ້​ແກ່ ການ​ຊອກ​ຫາວຽກ​ ເຮັດ​ງານ​ທຳໃນ​ອາຊຽນ ​ໃຫ້​ມີ​ຄວາມ​ຮັດກຸມ ​ແລະ ມີ​ຄວາມ​ແທດ​​ເໝາະ ກັບ​ບັນດາ​ປະ​ເທດ ສະມາຊິກ​ອາຊຽນ; ສະ​ເໜີ​ໃຫ້​ພິຈາລະນາ ບັນດາ​ເນື້ອ​ໃນ​ເອກະສານ ທີ່​ກ່ຽວຂ້ອງ​ກັບ​ ການ​ເພີ່ມ​ທະວີ​ ຄວາມ​ກົມກຽວ ​ໃນ​ການ​ປະສານ​ງານ ​ວຽກງານພັດທະ​ນາ​ ສີມື​ແຮງ​ງານ, ສ້າງ ​ແລະ ທົດ​ສອບ​ມາດ​ຕະຖານ​ ສີມື​ແຮງ​ງານ ​ແລະ ກ້າວ​ໄປ​ເຖິງ​ ການ​ຮັບ​ຮູ້​ສີມື​ແຮງ​ງານ ​ເຊິ່ງກັນ ​ແລະ ກັນ; ສະ​ເໜີ​ ໃຫ້​ພິຈາລະນາ ກົນ​ໄກ​ປະສານ​ງານ ​ໃນ​ການ​ຮ່ວມ​ມືຍາດ​ແຍ່ງ​ ການ​ຊ່ວຍ​ເຫລືອ ຈາກ​ປະ​ເທດ​ຄູ່ເຈລະຈາ ​ແລະ ອົງການ​ ຈັດ​ຕັ້ງ​ສາກົນ​ອື່ນໆ ​ເພື່ອ​ສະໜັບສະໜູນ ການຈັດ​ຕັ້ງ​ປະຕິບັດ ບັນ​ດາກິດຈະ​ກຳ ​ແລະ ​ແຜນງານ​ທີ່​ພົວພັນ ​ກ່ຽວກັບ​ແຮງ​ງານ ​ໃຫ້​ມີ​ປະສິດທິພາບ​ກວ່າ​​ເກົ່າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...