Homeຂ່າວຕ່າງປະເທດອາເມຣິກາປະນາມໄທ ກໍລະນີຈັບກຸມ ນາງ ພັດນະຣີ ຊານກິດ ຂໍ້ຫາດູໝິ່ນສະຖາບັນກະສັດ!

ອາເມຣິກາປະນາມໄທ ກໍລະນີຈັບກຸມ ນາງ ພັດນະຣີ ຊານກິດ ຂໍ້ຫາດູໝິ່ນສະຖາບັນກະສັດ!

Published on

ສຳນັກຂ່າວຜູ້ຈັດການອອນລາຍຂອງໄທ ລາຍງານໃນວັນທີ 11 ພຶດສະພານີ້ວ່າ ສະຫະລັດອາເມຣິກາ ໄດ້ອອກມາປະນາມລັດຖະບານໄທ ກ່ຽວກັບກໍລະນີການຈັບກຸມ ນາງ ພັດນະຣີ ຊານກິດ ອາຍຸ 40 ປີ ໃນຂໍ້ຫາລະເມີດກົດໝາຍ ດູໝິ່ນສະຖາບັນພຣະມະຫາກະສັດຂອງໄທ ທີ່ອາດຖືກສານຕັດສິນ ຕັດອິດສະຫລະພາບ ດົນເຖິງ 15 ປີ ຍ້ອນຂຽນຄຳເຫັນສົນທະນາທາງເຟສບຸກ ວິພາກວິຈານບຸກຄົນໃນຣາຊະວົງຂອງໄທ ໂດຍລະບຸວ່າ ສະຫະລັດຯ ຊຶ່ງເປັນພັນທະມິດອັນເກົ່າແກ່ຂອງໄທ ສະແດງຄວາມບໍ່ພໍໃຈຢ່າງຍິ່ງ ຕໍ່ການກະທຳຂອງລັດຖະບານໄທ ແລະ ປະນາມການກະທຳຂອງລັດຖະບານ ໃນການຄວບຄຸມຕົວຜູ້ຖືກຫາຄັ້ງນີ້ ໂດຍການກະທຳດັ່ງກ່າວ ເປັນການສ້າງບັນຍາກາດຂອງການຂົ່ມຂູ່ ແລະ ຮູ້ສຶກກັງວົນ ຕໍ່ກັບພັນທະສາກົນ ໃນການປົກປ້ອງອິດສະຫລະພາບ ໃນການສະແດງອອກຂອງໄທອີກດ້ວຍ.

 

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...