Homeຂ່າວຕ່າງປະເທດລະດັບນ້ຳທະເລສູງຂຶ້ນ! ຖ້ວມເກາະ 5 ແຫ່ງ ຢູ່ມະຫາສະໝຸດປາຊີຟິກ ຈົມຫາຍຈາກແຜນທີ່ໂລກແລ້ວ!

ລະດັບນ້ຳທະເລສູງຂຶ້ນ! ຖ້ວມເກາະ 5 ແຫ່ງ ຢູ່ມະຫາສະໝຸດປາຊີຟິກ ຈົມຫາຍຈາກແຜນທີ່ໂລກແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ພຶດສະພາຜ່ານມານີ້ວ່າ ທີມນັກວິໄຈຊາວອົດສະຕຣາລີ ໄດ້ອອກມາຢືນຢັນເປັນຄັ້ງທຳອິດ ກ່ຽວກັບຜົນກະທົບທີ່ເກີດຂຶ້ນ ຈາກບັນຫາສະພາບອາກາດປ່ຽນແປງ ທີ່ສົ່ງຜົນເຮັດໃຫ້ລະດັບນ້ຳທະເລ ເພີ່ມສູງຂຶ້ນຖ້ວມຊາຍຝັ່ງເກາະຂະໜາດນ້ອຍ 5 ແຫ່ງ ຢູ່ມະຫາສະໝຸດປາຊີຟິກ ຈົມຫາຍໄປຈາກແຜນທີ່ໂລກແລ້ວ.

ທີມນັກວິໄຈດັ່ງກ່າວ ໄດ້ເປີດເຜີຍລາຍງານລົງ ໃນວາລະສານວິທະຍາສາດ ‘Environmental Research Letters’ ເມື່ອວັນອັງຄານທີ 10 ພຶດສະພາ 2016 ຜ່ານມາ ໂດຍລະບຸວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ໃນໄລຍະຫລາຍປີຜ່ານມາ ໄດ້ເຮັດໃຫ້ເກາະຂະໜາດນ້ອຍ 5 ແຫ່ງ ຂອງໝູ່ເກາະໂຊໂລມອນ ໃນມະຫາສະໝຸດປາຊີຟິກ ຈົມຫາຍໄປຈາກແຜນທີ່ໂລກແລ້ວ ໃນຂະນະທີ່ມີອີກ 6 ເກາະ ກຳລັງຖືກນ້ຳທະເລກັດເຊາະ ເຮັດໃຫ້ຊຸມຊົນຫລາຍແຫ່ງຖືກທຳລາຍ.

ການວິໄຈດັ່ງກ່າວ ແມ່ນຖືກດຳເນີນດ້ວຍການກວດສອບ ເກາະຈຳນວນ 33 ແຫ່ງ ໂດຍໃຊ້ພາບຖ່າຍທາງອາກາດ ແລະ ພາບຖ່າຍຈາກດາວທຽມ ເລີ່ມແຕ່ປີ 1947 ເຖິງປີ 2014 ປະກອບກັບຫລັກຖານທາງປະຫວັດສາດ ແລະ ຄວາມຮູ້ທາງທ້ອງຖິ່ນ ຊຶ່ງສາມາດລະບຸໄດ້ວ່າ ໝູ່ເກາະໂຊໂລມອນ ມີລະດັບນ້ຳທະເລສູງຂຶ້ນ ປະມານ 10 ຊັງຕີແມັດຕໍ່ປີ ຕະຫລອດໄລຍະ 2 ທົດສະວັດຜ່ານມາ.

ເກາະທີ່ຖືກຈົມຫາຍໄປທັງ 5 ເກາະດັ່ງກ່າວນີ້ ແມ່ນເປັນເກາະປະກາຣັງ ທີ່ບໍ່ມີຄົນອາໄສຢູ່ ໂດຍມີຂະໜາດພື້ນທີ່ ບໍ່ເກີນ 5 ເຮັກຕາ, ແຕ່ບາງເກາະໄດ້ຖືກນຳໃຊ້ອາໄສຢູ່ຊົ່ວຄາວ ໂດຍຊາວປະມົງໃນທ້ອງຖິ່ນ ຊຶ່ງການອອກມາຢືນຢັນ ກ່ຽວກັບຜົນກະທົບ ຂອງສະພາບອາກາດປ່ຽນແປງ ທີ່ເກີດຂຶ້ນຕໍ່ກັບຊາຍຝັ່ງ ແລະ ຜູ້ຄົນໃນມະຫາສະໝຸດປາຊີຟິກ ໃນເທື່ອນີ້ ແມ່ນເປັນຄັ້ງທຳອິດຂອງທີມນັກວິທະຍາສາດ, ແນວໃດກໍຕາມ ທີມນັກວິທະຍາສາດຍັງພົບວ່າ ການຖົດຖອຍຂອງຊາຍຝັ່ງ ທີ່ເກີດຂຶ້ນຈາກການກັດເຊາະຂອງຄື້ນນ້ຳ ກໍເປັນອີກປັດໄຈໜຶ່ງ ຂອງການຈົມລົງ.

 

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...