Home​ຂ່າວບັນເທິງສາວຕຸລີ່ ບິດາລັກ ຖືກແຕ່ງຕັ້ງໃຫ້ເປັນ ທູດວັດທະນະທຳການທ່ອງທ່ຽວ

ສາວຕຸລີ່ ບິດາລັກ ຖືກແຕ່ງຕັ້ງໃຫ້ເປັນ ທູດວັດທະນະທຳການທ່ອງທ່ຽວ

Published on

ຖືວ່າຫ່າງຫາຍກັນໄປດົນໃນວົງການບັນເທີງເພງບ້ານເຮົາ ສຳລັບສາວຄົນເກັ່ງສຽງດີ ແລະ ມີຫຼາຍຄວາມສາມາດຢ່າງ ສາວຕຸລີ່ ບິດາລັກ ທີ່ເຄີຍຝາກຜົນງານເພງມ່ວນໆ ດັງໆຫຼາຍເພງໃນອະດີດ ເຊັ່ນ: ເພງ ເຈັບບໍ່ຈຳ ແລະ ອີກຫຼາຍເພງ

9001

ມື້ນີ້ບັນເທີງດາລາ ກັບລາວໂພສຕ໌ ເຮົາເລີຍມີຂ່າວສາວ ຕຸລີ່ ມາຝາກແຟນໆໃຫ້ຫາຍຄິດຮອດ ເພາະ ໃນວັນທີ 10 / 5 / 2016 ທີ່ຫໍພິພິດຕະພັນແຫ່ງຊາດ ແຂວງຫລວງພະບາງ ສາວຕຸລີ່ ບິດາລັກ ຖືກແຕ່ງຕັ້ງໃຫ້ເປັນ ທູດວັດທະນະທຳການທ່ອງທ່ຽວ ໂຄງການອະນຸລັກປົກປັກຮັກສາເມືອງຫລວງພະບາງ ເພື່ອການທ່ອງທ່ຽວແບບຢືນຍົງ
ໂດຍໂຄງການ GIZ ການຮ່ວມມືລາວ-ເຢຍລະມັນ ແລະ ສະຫະພັນເອີຣົບ

ບອກໄດຄຳດຽວວ່າສາວຄົນນີ້ບໍ່ທຳມະດາ ທາງທີມງານຂໍສະແດງຄວາມດີໃຈ ແລະ ຂໍສົ່ງກຳລັງໃຈໃຫ້ ສາວຕຸລີ ເຮັດໜ້າທີ່ເປັນທູດວັດທະນະ ນຳສີລະປະວັດທະນະທຳລາວ ອອກໄປເຜີຍແຜ່ໃຫ້ຊາວໂລກໄດ້ເຫັນຢ່າງເຕັມທີ່

 

 

 

ບົດຄວາມຫຼ້າສຸດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...