spot_img
Homeຂ່າວຕ່າງປະເທດເກີດເຫດຊາຍໄລ່ແທງຄົນທີ່ສະຖານີລົດໄຟໃນເຢຍລະມັນ ບາດເຈັບສາຫັດ 4​ ຄົນ

ເກີດເຫດຊາຍໄລ່ແທງຄົນທີ່ສະຖານີລົດໄຟໃນເຢຍລະມັນ ບາດເຈັບສາຫັດ 4​ ຄົນ

Published on

ສະຖານີວິທະຍຸໃນລັດບາວາເຣຍ ທາງຕາເວັນອອກສຽງໃຕ້ຂອງເຢຍລະມັນລາຍງານວ່າ ເກີດເຫດຊາຍຄົນໜຶ່ງໄລ່ແທງຜູ້ໂດຍສານທີ່ສະຖານີລົດໄຟແຫ່ງໜຶ່ງຊ່ວງເຊົ້າມື້ນີ້ຕາມເວລາທ້ອງຖິ່ນ ມີຜູ້ບາດເຈັບອາການສາຫັດ 4 ຄົນ.

ລາຍງານລະບຸວ່າ ຕຳຫຼວດກຳລັງກວດສອບຕາມທີ່ມີຜູ້ເຫັນເຫດການອ້າງວ່າ ໄດ້ຍິນຊາຍຄົນນັ້ນຮ້ອງສັນລະເສີນພະເຈົ້າລະຫວ່າງໄລ່ແທງຜູ້ຄົນ ມືມີດຖືກຕຳຫຼວດຈັບກຸ່ມແລ້ວ ແລະ ເຫຍື່ອທັງ 4 ຄົນລ້ວນເປັນຜູ້ຊາຍ ດ້ານຕຳຫຼວດລັດບາວາເຣຍ ເຜີຍກັບສຳນັກຂ່າວເອເອຟພີວ່າ ເຫດເກີດເມື່ອເວລາ 03:00 ໂມງ ມື້ນີ້ ຕາມເວລາມາດຕະຖານສາກົນ ກັງກັບເວລາ 10:00 ໂມງມື້ນີ້ຕາມເວລາບ້ານເຮົາທີ່ເມືອງກຣາຟິງ ທາງຕາເວັນອອກຂອງເມືອງມິວນິກ ເມືອງເອກຂອງລັດ ຜູ້ຕົກເປັນເຫຍື່ອ 2 ຄົນບາດເຈັບສາຫັດ ອີກຄົນອາການໜັກເຖິງຊີວິດ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...