Homeຂ່າວທ້ອງຖິ່ນເມືອງຈຳພອນ ປະກາດການຈັດຕັ້ງ ກຸ່ມທຸລະກິດດ້ານບໍລິການ

ເມືອງຈຳພອນ ປະກາດການຈັດຕັ້ງ ກຸ່ມທຸລະກິດດ້ານບໍລິການ

Published on

ຂປລ. ເມືອງຈຳພອນ ​ແຂວງ​ສະຫວັນ​ນະ​ເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ກຸ່ມທຸລະກິດໂຮງແຮມ, ເຮືອນພັກ, ຮ້ານກິນດື່ມ ແລະ ຮ້ານອາຫານ ​ໂດຍ​ໄດ້ແຕ່ງຕັ້ງ ທ່ານ ທອງສວຍ ວົງພານິດ ເປັນປະທານກຸ່ມ ແລະ ແຕ່ງຕັ້ງ ທ່ານ ເປ ພິມມະສອນ, ທ່ານ ນາງ ບຸນທະວີ ອິນຊີຊຽງໄໝ່ ​ແລະ ທ່ານ ສົມໃຈ ຄົມລັດສະໜີ ເປັນຮອງປະທານກຸ່ມ.

ເຂົ້າຮ່ວມ ​ໃນ​ພິທີ​ຄັ້ງ​ນີ້, ມີ ທ່ານ ສຸດທິ ຜີວສຸລິຍະມາດ ຮອງເຈົ້າເມືອງຈຳພອນ ແລະ ທ່ານ ລຳດວນ ເມືອງມະນີ ຫົວໜ້າຫ້ອງການ ຖວທ ເມືອງ, ມີບັນດາຫົວໜ້າ-ຮອງຫົວ ໜ້າຫ້ອງການ ພ້ອມດ້ວຍນັກທຸລະກິດ ໃນກຸ່ມດັ່ງກ່າວເຂົ້າຮ່ວມ. ​ໂດຍ​ມີ​ຈຸດປະສົງ ເພື່ອເສີມຂະຫຍາຍພາລະບົດບາດ ການເຕົ້າໂຮມຄວາມສາມັກຄີ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ໃຫ້ສາມາດດຳເນີນທຸລະກິດ ໄດ້ຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມກົດໝາຍ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...