Homeຂ່າວທ້ອງຖິ່ນສົກນີ້ຫຼວງພະບາງ ສົ່ງອອກສິນຄ້າທະລຸແລ້ວ 3 ຮ້ອຍຕື້ກວ່າກີບ ຈີນຄືຕະຫຼາດໃຫຍ່

ສົກນີ້ຫຼວງພະບາງ ສົ່ງອອກສິນຄ້າທະລຸແລ້ວ 3 ຮ້ອຍຕື້ກວ່າກີບ ຈີນຄືຕະຫຼາດໃຫຍ່

Published on

ຫຼວງພະບາງເມືອງມໍລະດົກໂລກນັບວ່າເປັນອີກແຂວງໜຶ່ງຂອງລາວທີ່ມີຊື່ສຽງໂດ່ງດັງໃນດ້ານການທ່ອງທ່ຽວໃນແຕ່ລະປີສາມາດດຶງດູດຜູ້ຄົນຈາກທຸກມຸມໂລກເຂົ້າມາທ່ຽວຊົມໄດ້ຢ່າງບໍ່ຂາດສາຍແນວໃດກໍດີນອກຈາກທ່າແຮງດ້ານທ່ອງທ່ຽວແລ້ວພໍ່ແມ່ປະຊາຊົນພາຍໃນແຂວງຍັງມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຜະລິດເປັນ ສິນຄ້າໂດຍເຄິ່ງສົກປີນີ້ແຂວງຫຼວງພະບາງມີຕົວເລກມູນຄ່າການສົ່ງອອກສິນຄ້າລວມທັງໝົດແລ້ວ 317,9 ຕື້ກີບ ທຽບໃສ່ສົກປີແລ້ວເພີ່ມຂຶ້ນ 10,26% ໂດຍສິນຄ້າສ່ວນໃຫຍ່ແມ່ນສົ່ງໄປ ສປ ຈີນ ຂະນະທີ່ການນຳເຂົ້າແມ່ນມາ ຈາກໄທຫຼາຍກວ່າໝູ່.

ອີງຕາມຂໍ້ມູນຈາກພະແນກອຸດສາ ຫະກຳ ແລະການຄ້າແຂວງຫຼວງພະບາງເປີດເຜີຍຕໍ່ທີມຂ່າວ ເສດຖະກິດ-ສັງຄົມ ເມື່ອວັນທີ 9 ພຶດສະພານີ້ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກ ໃນໄລຍະ 6 ເດືອນຕົ້ນ ປີ ສົກ 2016-2017 ປະຕິບັດໄດ້ທັງໝົດ 317,9 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 56,68% ທຽບໃສ່ໄລຍະດຽວກັນຂອງສົກປີ 2014-2015 ເພີ່ມຂຶ້ນ 10,26% ໃນນັ້ນປະກອບ ມີ ເຄື່ອງປ່າຂອງດົງກວມ 53,34%; ຜະ ລິດຕະພັນກະສິກໍາ 19,69%; ຜະລິດຕະ ພັນໄມ້ 25,12% ແລະສິນຄ້າປະເພດອື່ນໆກວມເອົາ 0,85% ໂດຍສິນຄ້າສ່ວນໃຫຍ່ແມ່ນສົ່ງອອກໄປປະເທດຈີນ ກວມ 87,01%;  ຫວຽດນາມ 4,82%; ໄທ 7,25% ແລະປະເທດອື່ນໆ 0,65%.

ສໍາລັບການນໍາເຂົ້າສິນຄ້າໃນໄລຍະດຽວກັນປະຕິບັດໄດ້ 47,7 ຕື້ກີບ ທຽບໃສ່ຕົວເລກແຜນການປະຕິບັດໄດ້ 28,21% ທຽບໃສ່ໄລຍະດຽວກັນຂອງ ປີ 2014-2015 ເພີ່ມຂຶ້ນ 34,72% ສ່ວນໃຫຍ່ແມ່ນນຳເຂົ້າມາຈາກປະເທດ ໄທກວມ 50,75%; ຈີນ 48,40% ແລະ ຫວຽດນາມ 0,85% ສ່ວນວ່າມູນຄ່າຂາຍສິນຄ້າກັບຕ່າງປະເທດລວມມູນຄ່າ 365,6 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງສົກປີ 2014-2015 ເພີ່ມຂຶ້ນ 12,94%.

ນອກຈາກນັ້ນຍອດມູນຄ່າການຜະລິດຂອງຜະລິດຕະພັນອຸດສາຫະກຳ ແມ່ນປະຕິບັດໄດ້ 208,1 ຕື້ກີບ ທຽບໃສ່ແຜນການປີແມ່ນປະຕິບັດໄດ້ 46,02% ທຽບໃສ່ໄລຍະດຽວກັນປີຜ່ານມາແມ່ນ ເພີ່ມຂຶ້ນ 61,38% ສ່ວນຍອດການຈຳໜ່າຍຂອງຜະລິດຕະພັນອຸດສາຫະກຳແມ່ນປະຕິບັດໄດ້ 247,6 ຕື້ກີບ ທຽບໃສ່ແຜນການປີແມ່ນ ປະຕິບັດໄດ້ 44,57% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 39,03%.

ດ້ານມູນຄ່າຈໍລະຈອນສິນຄ້າຂາຍຍ່ອຍພະແນກການຄ້າແຂວງພະບາງລະບຸວ່າມີ 4,16 ຕື້ກີບ ເພີ່ມຂຶ້ນເກືອບ 10 ເທົ່າຕົວ ສາເຫດຍ້ອນຕະຫຼາດພາຍມີການຂະຫຍາຍຕົວ, ການບໍລິໂພກສິນຄ້າປະເພດຕ່າງໆແມ່ນເພີ່ມຂຶ້ນ, ລາຄາສິນຄ້າບາງຊະນິດກໍເພີ່ມຂຶ້ນໂດຍສະເພາະ ສິນຄ້າປະເພດເຄື່ອງໃຊ້ສອຍ, ເຄື່ອງໃຊ້ ຟຸມເຟືອຍ, ເຄື່ອງໄຟຟ້າ ແແລະ ອື່ນໆ.

ທີ່ມາ: logo
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...