Homeຂ່າວເຫດການປະທານປະເທດ ເຂົ້າຮ່ວມພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີ ກະຊວງປ້ອງກັນປະເທດ!

ປະທານປະເທດ ເຂົ້າຮ່ວມພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີ ກະຊວງປ້ອງກັນປະເທດ!

Published on

ຂປລ. ​ໃນ​ວັນ​ທີ 9 ພຶດສະພາ ​​2016 ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ພິທີ​ມອບ-​ຮັບ​ ໜ້າ​ທີ່​ໃໝ່ ລະຫວ່າງ​ ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ (ຜູ້​ເກົ່າ) ​ແລະ ທ່ານ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ (ຜູ້​​ໃໝ່) ​ໂດຍການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ  ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ແຫ່ງ ສປປ ລາວ,  ພ້​ອມນີ້ ​ຍັງມີ​ບັນດາ​ຮອງ ລັດຖະມົນຕີ​, ບັນດາ​ຄະນະ​ນຳ ກະຊວງ​ດັ່ງກ່າວ, ພະນັກງານ ​ແລະ ​ແຂກຖືກ​ເຊີນ​.

ການ​ມອບ-​ຮັບໜ້າ​ທີ່​ໃໝ່​ໃນ​ຄັ້ງນີ້​ ເປັນ​ໄປ​ຕາມ​ການ​ປັບປຸງ ​ກົງຈັກ​ການຈັດຕັ້ງຂອງລັດຖະບານ ​ເຊິ່ງຜ່ານ​ການ​ເຫັນ​ດີ​ຈາກ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ VIII ທີ່​ໄດ້​ແຕ່ງຕັ້ງ ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ເປັນ​ຮອງ​ປະທານສະພາ​ແຫ່ງ​ຊາດ ແລະ ທ່ານ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ​ເປັນ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ. ​ທັງ​ນີ້ເພື່ອ​ສືບຕໍ່ຊີ້​ນຳ​ນຳພາ ວຽກງານ​ປ້ອງ​ກັນຊາ​ດ​ ໃຫ້​ດີ​ຂຶ້ນ​ເລື້ອຍໆ.

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...