Homeຂ່າວຕ່າງປະເທດຈີນຢືນຢັນ ນັກບູຮານຄະດີຄົ້ນພົບ ຮອຍຕີນໄດໂນເສົາ ຂະໜາດນ້ອຍທີ່ສຸດໃນໂລກ!

ຈີນຢືນຢັນ ນັກບູຮານຄະດີຄົ້ນພົບ ຮອຍຕີນໄດໂນເສົາ ຂະໜາດນ້ອຍທີ່ສຸດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພຶດສະພານີ້ວ່າ ນັກບູຮານຄະດີຈີນ, ສະຫະລັດອາເມຣິກາ ແລະ ເກົາຫລີໃຕ້ ໄດ້ຢືນຢັນວ່າ ພົບຮອຍຕີນໄດໂນເສົາ ທີ່ມີຂະໜາດນ້ອຍທີ່ສຸດໃນໂລກ ຢູ່ແຂວງເສສວນ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ໂດຍຮອຍຕີນທີ່ພົບ ແມ່ນມີຄວາມຍາວປະມານ 2 ຊັງຕີແມັດເທົ່ານັ້ນ ມີອາຍຸຫລາຍກວ່າ 140 ລ້ານປີຜ່ານມາ ຊຶ່ງເປັນຮອຍຕີນໄດໂນເສົາ ທີ່ມີຂະໜາດນ້ອຍທີ່ສຸດ ເທົ່າທີ່ເຄີຍມີການຄົ້ນພົບມາ, ບັນດານັກວິທະຍາສາດ ພາກັນເອີ້ນຮອຍຕີນດັ່ງກ່າວນີ້ວ່າ Minisauripus.

ດ້ານເຈົ້າໜ້າທີ່ບູຮານຄະດີຈີນປະຈຳຢູ່ທ້ອງຖິ່ນດັ່ງກ່າວ ໄດ້ອອກມາລາຍງານວ່າ ມີການຄົ້ນພົບຮອຍຕີນແບບດຽວກັນນີ້ ຫລາຍກວ່າ 100 ຮອຍ ໃນເຂດບໍ່ແຮ່ຂອງເມືອງ ແຕ່ການສະຫງວນ ແລະ ຮັກສາໄວ້ນັ້ນ ເປັນເລື່ອງທີ່ຍາກຫລາຍ ເນື່ອງຈາກຖືກຜົນກະທົບຈາກການຂຸດຄົ້ນບໍ່ແຮ່.

559000004781103 559000004781101

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...