Homeຂ່າວຕ່າງປະເທດລາຄານໍ້າມັນຂຶ້ນຕາມເຫດໄຟປ່າການາດາ ແລະ ຂ່າວປ່ຽນລັດຖະມົນຕີນໍ້າມັນຊາອຸ

ລາຄານໍ້າມັນຂຶ້ນຕາມເຫດໄຟປ່າການາດາ ແລະ ຂ່າວປ່ຽນລັດຖະມົນຕີນໍ້າມັນຊາອຸ

Published on

ລາຄານໍ້າມັນດິນປັບຂຶ້ນອີກໃນຕະຫຼາດອາຊີມື້ນີ້ ຂະນະທີ່ສະຖານະການໄຟປ່າກະທົບການຜະລິດໃນການາດາ ແລະ ຂ່າວການປັບປ່ຽນຕຳແໜ່ງລັດຖະມົນຕີກະຊວງນໍ້າມັນຊາອຸດິອາຣະບີ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄານໍ້າມັນດິນດັບເບິນຢູທີໄອ ງວດເດືອນມິຖຸນາປັບຂຶ້ນ 75 ເຊັນ ເປັນ 45,41 ໂດລາຕໍ່ບາເຣລ ສ່ວນນໍ້າມັນດິນເບຣນທະເລເໜືອປັບຂຶ້ນ 51 ເຊັນ ເປັນ 45,77 ໂດລາ ກ່ອນໜ້ານີ້ຊາອຸດິອາຣະບີ ຊຶ່ງເປັນຜູ້ສົ່ງອອກນໍ້າມັນລາຍໃຫຍ່ທີ່ສຸດຂອງອົງການກຸ່ມປະເທດຜູ້ສົ່ງອອກນໍ້າມັນ (ໂອເປັກ) ໄດ້ປັບປ່ຽນຕຳແໜ່ງທ່ານ ອາລີ ອັລໄນມີ ຊຶ່ງຢູ່ໃນຕຳແໜ່ງລັດຖະມົນຕີກະຊວງນໍ້າມັນມາ 2 ທົດສະວັດ ໃຫ້ ທ່ານ ຄາລິດ ອັລຟາລີ ປະທານບໍລິສັດນໍ້າມັນລາຍໃຫຍ່ຂອງລັດ ແລະ ພະຫະສະຫາຍຄົນສະໜິດຂອງເຈົ້າຊາຍໂມຮັມເໝັດ ບິນ ຊັລມານ ມົງກຸດຣາຊກຸມມານຊາອຸດິອາຣະບີ ຊຶ່ງຄວບຄຸມດ້ານນະໂຍບາຍເສດຖະກິດ, ນັກວິເຄາະດ້ານຕະຫຼາດນໍ້າມັນ ແລະ ກາຊ ກ່າວວ່າ ປະຈຸບັນທັງໄຟປ່າການາດາທີ່ສົ່ງຜົນຕໍ່ແຫຼ່ງຜະລິດນໍ້າມັນ ຂ່າວການປ່ຽນຕຳແໜ່ງລັດຖະມົນຕີນໍ້າມັນຊາອຸດິອາຣະບີທີ່ມີອິດທິພົນ ແລະ ຕົວເລກເສດຖະກິດຈີນທີ່ຍັງອ່ອນແອເປັນແຮງກົດດັນຕໍ່ລາຄານໍ້າມັນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...