ແຈ້ງການຂອງຄະນະຮັບຜິດຊອບງານຊາປະນະກິດສົບ ແລະ ໄຫວ້ອາໄລທົ່ວປະເທດ

0
2064

ແຈ້ງການຂອງຄະນະຊາປະນະກິດສົບ
ໄຫວ້ອາໄລທົ່ວປະເທດ ວັນທີ 19 ພຶດສະພາ 2014 ເວລາ 13:00 ເປັນເວລາ 1 ນາທີ
—————————————-
ຂປລ. ຄະນະຮັບຜິດຊອບງານຊາປານະກິດສົບ ແຈ້ງວ່າ: ໃນວັນທີ 19 ພຶດສະພາ 2014, ເວລາ 13 ໂມງ 00 ຈະມີ ພິທີໄວ້ອາໄລລະດັບຊາດ ໃນຂອບເຂດທົ່ວປະເທດ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງ ປ້ອງກັນປະເທດ; ສະຫາຍ ດຣ. ທອງບັນ ແສງອາ ພອນ ເລຂາ ທິການສູນກາງພັກ, ລັດຖະມົນຕີ ວ່າການກະຊວງປ້ອງກັນ ຄວາມສະຫງົບ; ສະຫາຍ ສຸກັນ ມະຫາລາດ ເລຂາທິການສູນກາງພັກ, ເຈົ້າຄອງນະ ຄອນຫລວງ ວຽງຈັນ ແລະ ສະຫາຍ ເຈືອງ ສົມບູນຂັນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເສຍ ຊີວິດໃນເວລາ 06 ໂມງ 23 ນາ ທີ ຂອງວັນທີ 17 ພຶດສະພາ 2014 ໂດຍການ ລຸກຂຶ້ນຢືນກົ້ມຫົວໄວ້ອາໄລ ເປັນເວລາ 01 ນາທີ (ສຳລັບຜູ້ທີ່ຂັບຂີ່ ຍານພາ ຫະນະຢູ່ທ້ອງຖະໜົນ ກໍໃຫ້ຢຸດລົດ ເປັນເວລາ 01 ນາທີເຊັ່ນກັນ).

ຂໍ້ມູນຈາກ: ຂ່າວສານປະເທດລາວ
—————————————

ແຈ້ງການຂອງຄະນະຮັບຜິດຊອບງານຊາປະນະກິດສົບ

ເລື່ອງ: ວັນ, ເວລາ ແລະ ສະຖານທີ່ຊາປະນະກິດ

ຄະນະຮັບຜິດຊອບງານຊາປະນະກິດ ຂໍແຈ້ງຂ່າວມາຍັງພະນັກງານ ສະມາຊິກພັກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ພ້ອມດ້ວຍພີ່ ນ້ອງ ຮ່ວມຊາດຊາບທົ່ວເຖິງກັນວ່າ:

ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງເຖິງສະຫາຍ ພົນໂທ ດວງໃຈ ພິຈິດ,ສະຫາຍ ດຣ ທອງບັນ ແສງອາພອນ, ສະຫາຍ ສຸກັນ ມະຫາລາດ ແລະ ສະຫາຍ ເຈືອງ ສົມບູນຂັນ ທີ່ໄດ້ເສຍຊີວິດ ຍ້ອນອຸບັດຕິເຫດເຮືອບິນຕົກໃນເວລາໄປປະຕິບັດໜ້າທີທາງລັດຖະການນັ້ນ ຄະນະຮັບຜິດຊອບງານຊາປະນະກິດສົບ ໄດ້ຈັດວາງຕາຕະລາງວາງພວງມາລາໄວ້ອາໄລເຖິງ 4 ສະຫາຍ ເລີ່ມແຕ່ ເວລາ 13ໂມງຂອງວັນທີ 18 ພຶດສະພາ 2014.

ສ່ວນສະຖານທີ່ ແລະ ຈັດພິທີຊາປະນະກິດສົບມີດັ່ງນີ້:

1/. ສະຫາຍ ດວງ ໃຈພິຈິດ, ຈັດຂື້ນທີ່ເດີ່ນ ພະທາດຫລວງ ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.

2/. ສະຫາຍ ດຣ ທອງບັນ ແສງອາພອນ, ຈັດຂື້ນທີ່ວັດເທບນິມິດ(ທາດຝຸ່ນ) ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.

3/. ສະຫາຍ ສຸກັນ ມະຫາລາດ,ຈັດຂື້ນທີ່ວັດເທບນິມິດ(ທາດຝຸ່ນ) ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.

4/. ສະຫາຍ ເຈືອງ ສົມບູນຂັນ,ຈັດຂື້ນທີ່ວັດບ້ານຕານມີໄຊ ໃນເວລາ 13 ໂມງ 00 ຂອງວັນທີ 19 ພຶດສະພາ 2014.

ເພື່ອເຮັດໃຫ້ງານຊາປານະກິດສົບຂອງບັນດາສະຫາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສົມກຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ກົມການເມືອງສູນກາງພັກຕົກລົງ:

ມາດຕາ 1: ແຕ່ງຕັ້ງຄະນະຮັບຜິດຊອບງານຊາປານະກິດສົບ ສະຫາຍ ພົນໂທ ດວງໃຈ ພິຈິດ; ສະຫາຍ ທອງບັນ ແສງອາພອນ; ສະຫາຍ ສຸກັນ ມະຫາລາດ ແລະ ສະຫາຍ ເຈືອງ ສົມບູນຂັນ ປະກອບດ້ວຍ ບັນດາສະຫາຍດັ່ງນີ້:

•ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ,ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເປັນປະທານ.
•ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຫົວ ໜ້າຫ້ອງວ່າການສູນກາງພັກ ເປັນຮອງ.
•ສະຫາຍ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຮອງ.
•ສະຫາຍ ພົນຕີ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຮອງ.
•ສະຫາຍ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນຄະນະ.
•ສະຫາຍ ນາງ ອ່ອນຈັນ ທຳມະວົງ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເປັນຄະນະ.
•ສະຫາຍ ສຈ.ດຣ. ພັນດວງຈິດ ວົງສາ ກຳມະການສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ເປັນຄະນະ.
•ສະຫາຍ ພົນຕີ ຈັນສະໝອນ ຈັນຍາລາດ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ເປັນຄະນະ.
•ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການລັດຖະບານ ເປັນຄະນະ.
•ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ ເປັນຄະນະ.
•ສະຫາຍ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຄະນະ.
•ສະຫາຍ ດຣ. ລຽນ ທິແກ້ວ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການເງິນ ເປັນຄະນະ.
•ສະຫາຍ ສຈ.ດຣ ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສາທາລະ ນະສຸກ ເປັນຄະນະ.
•ສະຫາຍ ຄຳຫລ້າ ລໍລອນສີ ກຳມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ ເປັນຄະນະ.
•ສະຫາຍ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ ເປັນຄະນະ.
•ສະຫາຍ ພົນຈັດຕະວາ ສົມແກ້ວ ສີລາວົງ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງ ກັນຄວາມສະຫງົບ ເປັນຄະນະ.
•ສະຫາຍ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນ ຄະນະ.
•ສະຫາຍ ສີສຸກ ພິລາວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຄະນະ.
•ສະຫາຍ ດຣ. ຄຳສຸກ ໄຊຍະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ.
•ສະຫາຍ ເພັດສາຄອນ ຫລວງອາໄພ ຮອງຫົວໜ້າຫ້ອງວ່າການລັດຖະບານ ເປັນຄະນະ.
•ສະຫາຍ ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ເປັນຄະນະ.
•ສະຫາຍ ພົນຈັດຕະວາ ສິນທະວົງ ໄຊຍະກອນ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ.
•ສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຄະນະ.
ຕາງໜ້າຄອບຄົວຜູ້ເສຍຊີວິດ ເປັນຄະນະ.

ສຳນັກຂ່າວສານປະເທດລາວ