spot_img
Homeຂ່າວພາຍ​ໃນປະ​ທາ​ນາ​ທິບໍດີ ສສ ມຽນມາ ​ສຳເລັດ​ການຢ້ຽມຢາມ​ທາງ​ລັດຖະກິດ ສປປ ລາວ

ປະ​ທາ​ນາ​ທິບໍດີ ສສ ມຽນມາ ​ສຳເລັດ​ການຢ້ຽມຢາມ​ທາງ​ລັດຖະກິດ ສປປ ລາວ

Published on

ຂປລ.ຕອບສະໜອງ ຕາມຄຳເຊີນຂອງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ອູ ຕິນ ຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມ​ດ້ວຍພັນລະຍາ ​​ແລະ ຄະ​ນະ ໄດ້ເດີນທາງມາຢ້ຽມຢາມ ທາງລັດຖະ ກິດ ທີ່ ສປປ ລາວ ໃນວັນທີ 6 ພຶດສະພາ 2016, ເປັນປະເທດທໍາອິດ ພາຍຫລັງເຂົ້າດຳລົງຕຳແໜ່ງໃໝ່ ແລະ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ຮັດແໜ້ນການຮ່ວມມືທີ່ດີ ລະຫ່ວາງ ສອງປະເທດ ລາວ ແລະ ມຽນມາ.

ພິທີຕ້ອນຮັບຢ່າງສົມກຽດ ແລະ ການພົບປະສອງຝ່າຍ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 6 ພຶດສະພາ 2016 ຢູ່ທີ່​ສຳນັກງານປະທານປະເທດ. ໃນການພົບປະສອງຝ່າຍ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ຄວາມຄິດ​ຄວາມເຫັນຮ່ວມກັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ໄດ້ຕົກລົງເຫັນດີ ເພີ່ມທະວີ ແລະ ຜັນຂະຫຍາຍຜົນການຕົກລົງ ຂອງຄະນະກຳມາທິການຮ່ວມມື ລາວ-ມຽນມາ ຄັ້ງທີ 11 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ຊອກຊ່ອງທາງຮ່ວມກັນໃນການສົ່ງເສີມການຄ້າ, ການລົງທືນ, ການສຶກສາ, ​ການທ່ອງ​ທ່ຽວ ແລະ ສາທາລະນະສຸກ ກໍຄື ການພົວພັນຮ່ວມມືລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ນັບກວ້າງຂວາງ ແລະ ເກີດດອກອອກ ຜົນຍິ່ງໆຂຶ້ນບົນພື້ນຖານສອງຝ່າຍຕ່າງມີຜົນປະໂຫຍດ.

ໃນໂອກາດການມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພິເສດ ໃນຕອນບ່າຍຂອງມື້ດຽວກັນ, ​ທ່ານນາງ ອອງ​ຊານ ຊູ​ຈີ, ທີ່​ປຶກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ທັງເປັນລັດຖະມົນຕີ ປະຈໍາສຳ​ນັກ​​ງານ ປະ​ທາ​ນາ​ທິ​ບໍ​ດີແຫ່ງ ສ​ສ ມຽນ​ມາ ທີ່ໄດ້ຕິດຕາມ ປະທານາທິບໍດີ ອູ ຕິນ ຈໍ ມາຢ້ຽມຢາມລາວຄັ້ງນີ້ ກໍ​ໄດ້​ເຂົ້າ​ພົບປະກັບ​ທ່ານ ສົມ​ພັນ ແພງ​ຄຳ​ມີ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຫ່ງ ສ​ປ​ປ ລາວ.ໃນຕອນທ່ຽງຂອງວັນ ດຽວກັນ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພັນລະຍາ ກໍໄດ້ຈັດງານລ້ຽງຕ້ອນຮັບ ເປັນກຽດໃຫ້ແກ່ທ່ານ ປະທານາທິບໍດີ ແລະ ພັນລະຍາ ພ້ອມດ້ວຍຄະນະ ແລະ ຕໍ່ຈາກ​ນັ້ນ ໄດ້ໄປ​ວາງ​ພວງ​ມາ​ລາ ທີ່ ອາ​ນຸ​ສາ​ວະ​ລີ​ນັກ​ຮົບ​ນິ​ລະ​ນາມ ແລະ ຢ້ຽມຢາມບັນ​ດາ​ສະ​ຖານ​ທີ່ ທາງວັດທະສະທໍາ ໃນນະຄອນຫລວງວຽງຈັນ ຄື: ພະທາດຫລວງ, ວັດສີສະເກດ ແລະ ຫໍພິ​ພິທະ​ພັນ​ແຫ່ງ​ຊາດ ກ່ອນເດີນທາງກັບຄືນປະເທດ ໃນຕອນແລງ ຂອງວັນດຽວກັນ ດ້ວຍຄວາມສະຫວັດດີພາບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...