Homeຂ່າວການພັດທະນາລາວ-ອາ­ເມ­ລິ­ກາຫາ­ລື​ຫຼາຍ​ປະ­ເດັນສຳ­ຄັນ​ຂອບຮ່ວມ​ມື​ສອງ​ຝ່າຍ

ລາວ-ອາ­ເມ­ລິ­ກາຫາ­ລື​ຫຼາຍ​ປະ­ເດັນສຳ­ຄັນ​ຂອບຮ່ວມ​ມື​ສອງ​ຝ່າຍ

Published on

ວັນ​ທີ 6 ພຶດ­ສະ­ພາຜ່ານ​ມາ​ນີ້ ທີ່​ກະ­ຊວງ​ການ​ຕ່າງ­ປະ­ເທດ, ນະ­ຄອນ­ຫຼວງວຽງ​ຈັນ ​ໄດ້​ມີ​ພິ­ທີ​ພົບ​ປະ​ສອງ​ຝ່າຍ​ປະຈຳ­ປີ​ຄັ້ງ​ທີ 7 ລະ­ຫວ່າງ ສປປ ລາວ ແລະ ສະ­ຫະ­ລັດ​ອາ­ເມ­ລິ­ກາ, ຊຶ່​ງ​ມີ​ຄະ­ນະ​ຜູ້​ແທນ​ຝ່າຍ​ລາວ​ນຳ​ໂດຍ​ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ, ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການຕ່າງ­ປະ­ເທດ ແລະ​ ຄະ­ນະ​ຜູ້​ແທນ​ອາ​ເມ​ຣິກາ ນຳ​ໂດຍ ທ່ານ ດາ​ນຽນ ຣັດ​ເຊວ ລັດຖະ​ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ​ຕ່າງປະ­ເທດ, ພ້ອມ​ດ້ວຍ​ບັນ­ດາ​ເຈົ້າ​ໜ້າ­ທີ່​ຈາກກະ­ຊວງ​ການ​ຕ່າງ­ປະ­ເທດ, ກະ­ຊວງ​ປ້ອງກັນ​ປະ­ເທດ ແລະ​ ອົງ­ການ​ພັດ­ທະ­ນາ​ສາກົນ​ຂອງ​ສະ­ຫະ­ລັດ​ອາ­ເມ­ລິ­ກາ.

ໂອ­ກາດ​ນີ້ສອງ​ຝ່າຍ​ໄດ້​ສະ­ຫຼຸບ​ຕີ​ລາຄາ​ຄືນ ແລະ​ ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວກັບ​ບັນ­ຫາ​ຕ່າງໆ​ທີ່​ນອນ​ຢູ່​ໃນ​ຂອບ​ການຮ່ວມ​ມື​ທັງ​ສອງ​ຝ່າຍ​ເຊັ່ນ: ວຽກ​ງານການ​ຊອກ​ຄົ້ນ​ຫາ​ສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ອາ​ເມ​ຣິ​ກາ​ທີ່​ຫາຍ​ສາບ​ສູນ​ໄປ​ໃນປາງ​ສົງ­ຄາມ (MIX), ການ​ເກັບ​ກູ້​ລະເບີດ​ທີ່​ບໍ່​ທັນ​ແຕກ (UXO), ການ​ຮ່ວມມື​ດ້ານ​ສາ­ທາ­ລະ­ນະ​ສຸກ, ການ​ສຶກ​ສາ, ແລະ ​ວັດ­ທະ­ນະ­ທຳ, ການ​ຊຸກ­ຍູ້​ສົ່ງ­ເສີມການ​ພົວ­ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ-ການລົງ­ທຶນ​ລະ­ຫວ່າງ​ສອງ​ປະ­ເທດ.

ນອກ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຢ້ຽມ­ຢາມສປ​ປລາວຂອງ​ປະ­ທາ­ນາ­ທິ­ບໍ­ດີ ບາ​ລັກ ໂອ​ບາ​ມາ ໃນ​ເດືອນ​ກັນ­ຍາ​ທີ່​ຈະ​ມາ​ເຖິງ​ນີ້ຊຶ່ງ​ເປັນການ​ຢ້ຽມ­ຢາມ​ຄັ້ງ​ທຳ​ອິດ, ພ້ອມ​ດຽວ​ກັນ ຍັງ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ເປັນ​ປະທານ​ອາ​ຊຽນ​ຂອງ ສປປ ລາວ ແລະ​ໃນວາ­ລະ​ທີ່ ສປປ ລາວ ຈະ​ໄດ້​ຕ້ອນ­ຮັບ​ບັນດາ​ຜູ້­ນຳ​ລະ­ດັບ​ໂລກ​ທີ່​ເຂົ້າ​ມາ​ຮ່ວມ​ກອງປະ­ຊຸມ​ອາ​ຊຽນ ແລະ ​ອາ­ຊີ​ຕາ­ເວັນ​ອອກໃນ​ປີ​ນີ້.

ໂອ­ກາດ​ດຽວ​ກັນເຈົ້າ​ໜ້າ­ທີ່​ສະ­ຫະລັດ​ອາ​ເມ​ຣິ​ກາ ແລະ​ ສປປ ລາວ ເຫັນ​ດີຕໍ່​ເປົ້າ​ໝາຍ​ຂອງ​ແຜນ​ງານ​ການ​ໃຫ້ຄວາມ​ຊ່ວຍ­ເຫຼືອ​ພັດ­ທະ­ນາ​ຂອງ​ສະ­ຫະລັດ​ອາ​ເມ​ຣິ​ກາ​ຮອບ­ດ້ານ​ໃນ ສປປ ລາວ ໃນ​ໃກ້ໆ​ນີ້​ມີ​ມູນ​ຄ່າ​ເກືອບ​ເຖິງ 50 ລ້ານໂດ​ລາ​ສະ­ຫະ­ລັດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...