Homeຂ່າວການພັດທະນາເຈົ້າ​ໜ້າທີ່​ອາວຸໂສ​ຮ່ວມ​ຫາລືຫຼາຍ​ບັນຫາ​ກ່ຽວ​ກັບ​ອາ​ຊຽນ

ເຈົ້າ​ໜ້າທີ່​ອາວຸໂສ​ຮ່ວມ​ຫາລືຫຼາຍ​ບັນຫາ​ກ່ຽວ​ກັບ​ອາ​ຊຽນ

Published on

ວັນທີ 6 ພຶດ­ສະ­ພາ 2016, ສປປ ລາວ ໃນນາມປະ­ທານອາຊຽນໄດ້ເປັນເຈົ້າ­ພາບ ແລະປະ­ທານກອງປະ­ຊຸມເຈົ້າໜ້າ­ທີ່ອາ­ວຸ­ໂສອາຊຽນ ທີ່ໂຮງ­ແຮມຫຼວງພະບາງວິວ, ແຂວງຫຼວງພະບາງ ພາຍໃຕ້ການເປັນປະ­ທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດ­ຖະ­ມົນ­ຕີ ປະຈຳສຳ­ນັກ­ງານນາ­ຍົກ­ລັດ­ຖະ­ມົນ­ຕີ, ທັງເປັນຫົວ­ໜ້າເຈົ້າໜ້າ­ທີ່ອາ­ວຸ­ໂສອາຊຽນຂອງລາວ ແລະມີຄະ­ນະຜູ້ແທນຈາກ 10  ປະ­ເທດສະ­ມາ­ຊິກອາຊຽນ ແລະ ຜູ້ຕາງໜ້າຈາກກອງເລ­ຂາອາຊຽນເຂົ້າຮ່ວມ.

ກອງປະ­ຊຸມຄັ້ງນີ້ ໄດ້ສືບ­ຕໍ່ປຶກ­ສາຫາລືກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດວິ­ໄສທັດປະ­ຊາຄົມອາຊຽນ 2025 ໂດຍສະ­ເພາະແຜນແມ່ບົດສຳ­ລັບເສົາ­ຄໍ້າປະ­ຊາຄົມການ­ເມືອງ-ຄວາມໝັ້ນ­ຄົງອາຊຽນ 2025 ທີ່ບັນ­ດາຜູ້­ນຳອາຊຽນໄດ້ຮັບ­ຮອງເອົາໃນກອງປະ­ຊຸມສຸດຍອດອາຊຽນຄັ້ງທີ 27 ໃນເດືອນພະ­ຈິກ 2015 ທີ່ ຜ່ານມາ ໃຫ້ມີປະສິດ­ທິຜົນນອກນັ້ນ, ກອງປະ­ຊຸມຍັງໄດ້ປຶກ­ສາຫາ­ລືກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດບັນ­ດາຂໍ້ສະ­ເໜີແນະຂອງໜ່ວຍງານສະ­ເພາະກິດລະ­ດັບສູງ ເພື່ອສົ່ງ­ເສີມຄວາມເຂັ້ມ­ແຂງກອງເລ­ຂາອາຊຽນ ແລະ ທົບທວນອົງກອນຕ່າງໆຂອງອາຊຽນ, ການສະ­ໝັກເຂົ້າເປັນພາ­ຄີສົນ­ທິ­ສັນ­ຍາໄມ­ຕີຈິດ ແລະການຮ່ວມມືຢູ່ອາ­ຊີຕາ­ເວັນອອກ, ການຂະ­ຫຍາຍການຮ່ວມມືກັບພາຍນອກ, ບັນ­ຫາການທົບທວນກົດບັດອາຊຽນ, ຄວາມເປັນແກນກາງ­ຂອງອາຊຽນ ແລະ ບັນ­ຫາອື່ນໆທີ່ກ່ຽວ­ຂ້ອງກັບປະ­ຊາຄົມອາຊຽນ.

ສຳ­ລັບການຮ່ວມມືກັບພາຍນອກ, ກອງປະ­ຊຸມໄດ້ປຶກ­ສາຫາ­ລືກ່ຽວກັບການກະ­ກຽມໃຫ້ແກ່ກອງປະ­ຊຸມສຸດຍອດສະ­ເຫຼີມ­ສະ­ຫຼອງການຮ່ວມມືອາຊຽນ-ລັດເຊຍຄົບ­ຮອບ 20 ທີ່ຈະຈັດຂຶ້ນໃນວັນທີ 19-20 ພຶດ­ສະ­ພາ 2016 ຢູ່ໂຊຈີ, ລັດ­ເຊຍ, ກອງປະ­ຊຸມສຸດຍອດສະ­ເຫຼີມສະຫຼອງການຮ່ວມມືອາຊຽນ-ຈີນ ຄົບ­ຮອບ 25 ປີ, ກອງປະ­ຊຸມສຸດຍອດອາຊຽນກັບຄູ່ເຈລະ­ຈາໃນຂອບບວກໜຶ່ງ, ບວກສາມ ແລະ ກອງປະ­ຊຸມສຸດຍອດອາ­ຊີຕາ­ເວັນອອກທີ່ຈະຈັດຂຶ້ນໃນເດືອນກັນ­ຍາ 2016 ຢູ່ ສປປ ລາວ.

ນອກ­ຈາກນີ້, ກອງປະ­ຊຸມຍັງໄດ້ປຶກສາຫາ­ລືກ່ຽວກັບການກະ­ກຽມ ສຳ­ລັບກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດຄັ້ງທີ 49, ບັນ­ດາກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນ+1 ກັບຄູ່ເຈລະ­ຈາອາຊຽນ, ກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງປະ­ເທດອາຊຽນ+3 ຄັ້ງທີ 17, ກອງປະຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດຂອງກອງປະ­ຊຸມສຸດຍອດອາ­ຊີຕາ­ເວັນອອກ ຄັ້ງທີ 6 ແລະກອງປະ­ຊຸມເວ­ທີພາກພື້ນອາຊຽນ ຄັ້ງທີ 23 ທີ່ ສປປ ລາວ ຈະເປັນປະ­ທານ ແລະ ເປັນປະ­ທານຮ່ວມ ຊຶ່ງຈະຈັດຂຶ້ນ ໃນວັນທີ 21-26 ກໍ­ລະ­ກົດ 2016 ທີ່ ນະຄອນຫຼວງວຽງຈັນ.

ໃນວັນດຽວກັນ, ກໍ່ໄດ້ມີກອງປະ­ຊຸມເຈົ້າໜ້າ­ທີ່ອາ­ວຸ­ໂສ ສຳ­ລັບການຮ່ວມມືໃນຂອບແມ່­ນໍ້າຂອງ-ຄົງຄາ ຊຶ່ງເປັນກອງປະ­ຊຸມຮ່ວມມືລະ­ຫວ່າງ 5 ປະ­ເທດລຸ່ມແມ່­ນໍ້າຂອງ (ກຳ­ປູ­ເຈຍ, ສປປ ລາວ, ມຽນມາ, ໄທ, ຫວຽດ­ນາມ ແລະອິນເດຍ)  ເພື່ອຮັດແໜ້ນການຮ່ວມມືກັນໃນບັນ­ດາຂົງ­ເຂດການຮ່ວມມືໄດ້­ແກ່ການທ່ອງທ່ຽວ, ວັດ­ທະ­ນະ­ທຳ, ການສຶກສາ ແລະ ຂົນ­ສົ່ງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...