Homeຂ່າວການສຶກສາໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ຮຸ່ນທີ່ IX

ໂຮງຮຽນການເມືອງ-ການປົກຄອງແຂວງສາລະວັນ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ຮຸ່ນທີ່ IX

Published on

ໃນທ້າຍອາທິດທີ່ຜ່ານ ມານີ້ ໂຮງຮຽນການເມືອງ – ການປົກຄອງແຂວງສາລະວັນ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ ແກ່ນັກສຶກສາທິດສະດີການ ເມືອງ – ການປົກຄອງຊັ້ນກາງ ຮຸ່ນທີ IX ສົກຮຽນ 2014 – 2016 ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ຮສ.ປອ. ທອງສະ ລິດ ມັງໜໍ່ເມກ ກຳມະການສູນ ກາງພັກ ເລຂາຄະນະພັກ ຫົວ ໜ້າສະຖາບັນການເມືອງ – ການປົກຄອງແຫ່ງຊາດ, ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງ ເລຂາພັກແຂວງ ຫົວໜ້າຄະນະ ຈັດຕັ້ງແຂວງ, ແຂກຖືກເຊີນ ຈາກພະແນກການອ້ອມຂ້າງ ແຂວງ, ຄະນະນຳຈາກ 8 ຕົວ ເມືອງ, ຫົວໜ້າອຳນວຍການ ໂຮງຮຽນການເມືອງ – ການປົກ ຄອງທ້ອງຖິ່ນຈາກແຂວງຈຳ ປາສັກ, ເຊກອງ ແລະ ອັດຕະ ປື ພ້ອມດ້ວຍນັກສຶກສາທິດສະ ດີຊັ້ນກາງຮຸ່ນທີ IX ກໍໄດ້ເຂົ້າ ຮ່ວມ.

ໃນພິທີທ່ານ ຮສ.ປອ. ທອງ ສະລິດ ມັງໜໍ່ເມກ ກໍໄດ້ມອບ ໃບປະກາດໃຫ້ແກ່ນັກສຶກສາ ທີ່ຮຽນຈົບຈາກໂຮງຮຽນການ ເມືອງ – ການປົກຄອງແຂວງສາ ລະວັນ, ຊັ້ນກາງ ຮຸ່ນທີ IX ຊຶ່ງມີ 62 ສະຫາຍ, ຍິງ 18 ສະຫາຍ, ພ້ອມດ້ວຍມອບໃບຍ້ອງຍໍໃຫ້ ແກ່ຄູ – ອາຈານທີ່ສອນດີ, ສອນ ເດັ່ນ ຊຶ່ງມີ 11 ສະຫາຍ, ຍິງ 1 ສະຫາຍ, ນັກສຶກສາດີເດັ່ນ 6 ສະຫາຍ, ຍິງ 3 ສະຫາຍ, ການ ດຳເນີນການຮຽນ – ການສອນ ຊຶ່ງໄດ້ເລີ່ມມາແຕ່ວັນທີ 24 ກໍ ລະກົດ 2014 – ວັນທີ 2 ມີນາ 2016 ຈຶ່ງສຳເລັດ, ມີນັກສຶກ ສາທັງໝົດ 62 ສະຫາຍ, ຍິງ 18 ສະຫາຍ, ມາຈາກພະແນກ ການອ້ອມຂ້າງແຂວງ 28 ສະຫາຍ, ຍິງ 8 ສະຫາຍ, ບັນ ດາເມືອງ 34 ສະຫາຍ, ຍິງ 10 ສະຫາຍ, ການຮຽນ – ການ ສອນລວມທັງໝົດ 29 ວິຊາ ເທົ່າກັບ 80 ໜ່ວຍກິດ, ໃຊ້ເວ ລາຮຽນທັງໝົດ 1.280 ຊົ່ວ ໂມງ, ປະກອບມີ 3 ໝວດຄື: ໝວດຄວາມຮູ້ທົ່ວໄປ, ໝວດວິ ທະຍາສາດພື້ນຖານ, ໝວດວິ ຊາສະເພາະ.

ສ່ວນຮູບແບບການຮຽນ – ການສອນອື່ນໆແມ່ນໄດ້ປະຕິ ບັດຕາມຫຼັກສູດຊັ້ນກາງທີ່ສະ ຖາບັນການເມືອງ – ການປົກ ຄອງແຫ່ງຊາດກຳນົດອອກ ແລະ ໄດ້ມີຜົນສຳເລັດເປັນຢ່າງດີ.

ຂ່າວ: ກິນດາວັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...