Homeຂ່າວການພັດທະນາທລຍ ຊ່ວຍປະຊາຊົນເມືອງຫົວເມືອງ ຫລຸດພົ້ນຈາກຄວາມທຸກຍາກ!

ທລຍ ຊ່ວຍປະຊາຊົນເມືອງຫົວເມືອງ ຫລຸດພົ້ນຈາກຄວາມທຸກຍາກ!

Published on

ເມືອງຫົວເມືອງ ມີເນື້ອທີ່ທັງໝົດ 228.561 ເຮັກຕາ, ກວມເອົາ 13,13% ເນື້ອທີ່ຂອງແຂວງ ແລະ ເປັນເມືອງໜຶ່ງນອນຢູ່ໃນ 47 ເມືອງ ທຸກຍາກໃນທົ່ວປະເທດ. ເມືອງຫົວເມືອງ ຕັ້ງຢູ່ຫ່າງຈາກ ເທສະບານ ແຂວງຫົວພັນ ປະມານ 60 ກິໂລແມັດ ໄປທາງທິດຕາເວັນຕົກສ່ຽງໃຕ້, ປະກອບ 10 ກຸ່ມບ້ານ. ມີ 75 ບ້ານ, ມີພົນລະເມືອງທັງໝົດ 32.045 ຄົນ, ມີຄອບຄົວທັງໝົດ 4.815 ຄອບຄົວ, ມີ 2.417 ຄອບຄົວທຸກຍາກເທົ່າ 50,20% ລວມມີ 5 ເຜົ່າຄື: ເຜົ່າລາວລຸ່ມກວມ 15,30%, ເຜົ່າໄທແດງ ກວມເອົາ 1,27%, ເຜົ່າກຶມມຸ 26,12%, ເຜົ່າມົ້ງກວມ 21%  ແລະ ເຜົ່າຟ້ອງ ກວມ 36%; ໃນນັ້ນມີບ້ານທີ່ທຸກຍາກ 55 ບ້ານ ເທົ່າກັບ 75%, ບ້ານຫລຸດພົ້ນຈາກຄວາມທຸກຍາກ ມີ 19 ບ້ານ; ເທົ່າກັບ 25%, ບ້ານ ທີ່ມີເສັ້ນທາງແລ່ນໄດ້ 2 ລະດູມີ 31 ບ້ານ ແລະ ບ້ານທີ່ມີເສັ້ນທາງ ແລ່ນໄດ້ລະດູດຽວມີ 45 ບ້ານ, ມີ ເສັ້ນທາງລົດຕ໋ອກໆ ແລະ ລົດຈັກ ເຂົ້າເຖິງໄດ້ມີ 76 ບ້ານ.

ທ່ານ ແສງທອງ ວົງຄໍາເປີນ ຮອງຫົວໜ້າຫ້ອງການ ພັດທະນາຊົນນະບົດ ເມືອງຫົວເມືອງ ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາວ່າ: ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ເຂົ້າມາ ຈັດຕັ້ງປະຕິບັດວຽກຢູ່ 9 ກຸ່ມບ້ານຄື: ກຸ່ມບ້ານຄັງຄາວ, ກຸ່ມບ້ານເມືອງອໍ້, ກຸ່ມບ້ານສົບເລົ້າ, ກຸ່ມບ້ານລານຊຽງ, ກຸ່ມບ້ານສົງຄາວ, ກຸ່ມບ້ານເມືອງບໍ່, ກຸ່ມບ້ານເມືອງແຟນ, ກຸ່ມນາແລ້ງ ແລະ ກຸ່ມບ້ານໂພນໄຊ; ລວມທັງໝົດມີ 66 ບ້ານ. ສະພາບທີ່ພົ້ນເດັ່ນ ຢູ່ເມືອງຫົວເມືອງຂອງພວກເຮົາ ຖ້າທຽບໃສ່ເມື່ອກ່ອນບໍ່ທັນ ໄດ້ຮັບການສະໜັບສະໜູນ ການຊ່ວຍເຫລືອຈາກ ໂຄງການ ທລຍ ຊີວິດການເປັນຢູ່ ຂອງປະຊາຊົນພົບ ຄວາມຫຍຸ້ງຍາກຫລາຍດ້ານ, ມາເຖິງປັດຈຸບັນໄດ້ເຮັດໃຫ້ ຊີວິດການເປັນຢູ່ ຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ ມັນສະແດງອອກ ໃນການພັດທະນາ ພື້ນຖານໂຄງລ່າງ ທາງດ້ານເສັ້ນທາງຄົມມະນາຄົມ ການໄປມາຫາສູ່ສະດວກ, ສາທາລະນະສຸກ, ສຶກສາ ແລະ ກະສິກໍາ, ເສດຖະກິດ ມີການຂະຫຍາຍຕົວຕໍ່ເນື່ອງ.

ນັບແຕ່ປີ
2004 -2011 ຮອບ ວຽນທີ 2 ເຖິງຮອບວຽນທີ 8 ເມືອງຫົວເມືອງ ໄດ້ຮັບທຶນຊ່ວຍເຫລືອຈາກ ທລຍ ມີທັງໝົດ 155 ໂຄງການ, ປະກອບມີຂະແໜງສຶກສາທິການ ແລະ ກິລາ 42 ໂຄງການ, ຂະແໜງສາທາລະນະສຸກ 39 ໂຄງການ, ຂະແໜງໂຍທາທິການ ແລະ ພະລັງງານ, ການຄ້າ 40 ໂຄງການ, ຂະແໜງກະສິກໍາ 6 ໂຄງການ, ສ້າງຄວາມເຂັ້ມແຂງ, ກິດຈະກໍາ ສ້າງລາຍຮັບ 28 ໂຄງ ການ. ມີທຶນທັງໝົດ 15,052 ຕື້ ກີບ, ທຶນຊຸມຊົນປະກອນບສ່ວນມີ 3,58 ຕື້ກີບ.

ສົກປີ 2011-2012 ຮອບວຽນ ທີ  9  ມີ 13 ໂຄງການ, ທຶນຂອງ ທລຍ 3,16 ຕື້ກີບ, ທຶນຊຸມຊົນສົມທົບ 158 ລ້ານກີບ; ສົກ 2012 -2013 ຮອບວຽນທີ 10 ມີ 16 ໂຄງການ ທຶນ ທລຍ 2,42 ຕື້ກີບທຶນຊຸມຊົນ 160 ລ້ານກີບ; ສົກປີ 2013-2014 ຮອບວຽນທີ 11 ມີ 9 ໂຄງ ການ, ທຶນ ທລຍ 2,77 ຕື້ກີບ, ທຶນ ຊຸມຊົນ 128 ລ້ານກີບ; ສົກ 2014-2015 ຮອບວຽນທີ 12 ມີ 13 ໂຄງ ການທຶນ ທລຍ 2,77 ຕື້ກີບ ແລະ ທຶນຊຸມຊົນ 127 ລ້ານກີບ ແລະ ສົກປີ 2015 -2016 ມີທັງ ໝົດ 11 ໂຄງການ, ມີທຶນທລຍ 2,48 ຕື້ກີບ ແລະ ທຶນຊຸມຊົນ 152 ລ້ານກີບ.

ທ່ານ ແສງທອງ ວົງຄໍາເປິນ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ ທລຍ ສືບຕໍ່ຮອບວຽນທີ 13  ທີ່ພວມປະຕິບັດ ໂຄງການໂພສະນາການ ແລະ ໂຄງສ້າງພື້ນຖານໂຄງລ່າງ ທີ່ປະຕິບັດຢູ່ມີ ການກໍ່ສ້າງ ໂຮງຮຽນປະຖົມ 3 ແຫ່ງ ແລະ ກໍ່ສ້າງຂົວນໍ້າລົ້ນ 2 ແຫ່ງ. ໂຄງການໂພສະນາການ ແມ່ນລົງໄປຊຸກຍູ້ ຈັດຕັ້ງກຸ່ມທ້ອນເງິນ ຢູ່ພາຍໃນ 8 ກຸ່ມບ້ານ ແລະ ໄປແນະນໍາໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍໄດ້ກິນ ອາຫານພຽງພໍຄົບ 5 ໝູ່ ເພື່ອຫລຸດຜ່ອນ ອັດຕາເດັກນ້ອຍ ຂາດສານອາຫານ. ຍ້ອນ ທລຍ ເຂົ້າໄປຊ່ວຍເຫລືອກໍ່ສ້າງໂຮງຮຽນ, ນໍ້າລິນ, ຊົນລະປະທານສາມາດ ເຮັດນາໄດ້, ປະຊາຊົນມີຄວາມກະຕືລືລົ້ນ ຢາກສ້າງຢາກສາພັດທະນາ ຕົນເອງ, ຍ້ອນວ່າໂຮງຮຽນມີນໍ້າລິນ ແລະ ຊົນລະປະທານຢູ່ໃກ້ ເປັນການເອື້ອອໍານວຍ ໃຫ້ແກ່ປະຊາຊົນໄດ້ຊົມໃຊ້ ແລະ ເຂົ້າເຖິງຄວາມສະດວກສະບາຍ ຍູ່ທ່າງທໍາມາຫາກິນ ທັງເປັນການປະກອບສ່ວນ ໃຫ້ປະຊາຊົນຫລຸດພົ້ນ ຈາກຄວາມທຸກຍາກຫລ້າຫລັງອີກດ້ວຍ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...