ສະຫາຍເລຂາທິການໃຫຍ່-ປະທານປະເທດ ສຳເລັດການຢ້ຽມຢາມ ສັນຖະວະໄມຕີ ສປ ຈີນ

ຂປລ. ໂດ​ຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ສີຈິ້ນຜິ, ​ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວໄດ້ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ແຕ່ວັນທີ 03-05 ພຶດສະພາ 2016.

ໃນການຢ້ຽມຢາມຄັ້ງນີ້, ການນຳຝ່າຍຈີນໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຊົມເຊີຍຢ່າງສູງຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄວ້ວາງໃຈເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ບຸນຍັງ ວໍລະຈິດ ກໍໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງ ຕໍ່ການນຳຂັ້ນສູງ ຂອງພັກລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມໄມຕີຈິດມິດຕະພາບ ອັນມີມູນເຊື້ອ. ສອງຝ່າຍສະແດງຄວາມປິຕິຊົມຊຶ່ນ ຕໍ່ຜົນສໍາເລັດອັນໃຫຍ່ຫລວງ ໃນພາລະກິດສ້າງສາສັງຄົມນິຍົມ ຂອງແຕ່ລະປະເທດ, ໃນພາລະກິດປະຕິຮູບ ເປີດປະຕູສູ່ພາຍນອກຂອງຈີນ ແລະ ພາລະກິດ ການປ່ຽນແປງໃໝ່ ຂອງລາວ. 

ໃນໄລຍະການຢ້ຽມຢາມ, ສະຫາຍ ບຸນຍັງ ວໍລະຈິດ, ​ເລຂາທິການ​​ໃຫຍ່ປະທານປະເທດແຫ່ງ ສປປ ລາວໄດ້ພົບປະເຈລະຈາຢ່າງເປັນທາງການ ກັບ ສະຫາຍ ສີຈິ້ນຜິ, ​ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ; ພົບປະຫາລື ກັບ ສະຫາຍ ລີເຄີ້ສຽງ, ກໍາມະການ ປະຈໍາກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປ ຈີນ; ສະຫາຍ ຈາງເຕີຈຽງ, ກໍາມະການປະຈໍາ ກົມການ ເມືອງສູນກາງພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະສະຫາຍ ລິວຢຸນຊານ, ກໍາມະການປະຈໍາກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ. ໃນການພົບປະ ທີ່ດໍາເນີນໄປ ພາຍໃຕ້ບັນຍາກາດ ແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມ, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງ​​ແຕ່ລະພັກ, ​ແຕ່ລະປະເທດ, ​ທັງໄດ້ແລກ ປ່ຽນຄຳຄິດຄຳເຫັນນຳກັນແລະ ໄດ້ບັນລຸຄວາມເຫັນເປັນເອກະພາບກັນຢ່າງກວ້າງຂວາງ ກ່ຽວກັບການສືບຕໍ່ເສີມຂະຫຍາຍ ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກ​ໃນ​ສະພາບ​ການ​ໃໝ່ ແລະ ​ບັນຫາພາກພື້ນແລະ ສາກົນ ທີ່ສອງຝ່າຍຕ່າງ​​ມີຄວາມສົນໃຈຮ່ວມກັນ. ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງ ເລີກເຊິ່ງ ແລະ ມີຄວາມເປັນເອກະພາບກັນຢ່າງກວ້າງຂວາງ ກ່ຽວກັບການເສີມຂະຫຍາຍສາຍພົວພັນ ແບບຄູ່ຮ່ວມຍຸດ ທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປຈີນ ໃຫ້ມີຄວາມຫລາກຫລາຍ ແລະ ອຸດົມສົມບູນຍິ່ງຂຶ້ນ, ພ້ອມນັ້ນ ກໍໄດ້ແລກປ່ຽນທັດສະນະຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ຈີນ ຜູ້ນຳ​ທັງ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ: ນັບ​ແຕ່​ສອງ​ປະ​ເທດ​ໄດ້​ສ້າງສາ​ຍພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ໃນ​ປີ 2009 ​ເປັນ​ຕົ້ນ​ມາ, ຄວາມເຊື່ອໜັ້ນເຊິ່ງກັນ ແລະ ກັນ ທາງດ້ານການເມືອງຂອງສອງຝ່າຍ ນັບມື້ນັບ ເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນແຕ່ລະຂົງເຂດໄດ້ຮັບໝາກຜົນ ເປັນໜ້າເພິ່ງພໍໃຈຕາມທິດນຳທີ່ວ່າ​ໝັ້ນຄົງ​ຍາວ​ນານ, ເພື່ອນບ້ານທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ ແລະ ບົນຈິດໃຈ 4 ດີ ຄືບ້ານ​​ໃກ້​ເຮືອນ​ຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີພ້ອມ​ກັນີ້. ສອງຝ່າຍລົງເລິກການຮ່ວມມືແລກປ່ຽນ ໃນຂົງເຂດຕ່າງໆຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ທີ່ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ຊ່ວຍເຫລືອກັນ​ ​ແລະ ມີຄວາມເຊື່ອໝັ້ນກັນໃນລະດັບສູງ ນັ້ນໃຫ້ກ້າວສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ຝ່າຍຈີນ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ຜົນສໍາເລັດອັນຈົບງາມໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ສະໄໝທີ VIII ແລະ ເຊື່ອໝັ້ນວ່າ ພາຍໃຕ້ການ ນຳພາອັນ ໜັກແໜ້ນຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ຈະສາມາດບັນລຸໜ້າທີ່ ແລະ ເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ ແລະ ສາມາດຍາດໄດ້ຜົນ ສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາປະເທດສັງຄົມນິຍົມໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຝ່າຍລາວ ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຝ່າຍຈີນ ທີ່ໄດ້ເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XIII ຢ່າງຈົບງາມ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນໜັກ ແໜ້ນຂອງ ພັກກອມມູນິດຈີນ, ປະຊາຊົນຈີນ ຈະປະສົບຜົນສຳເລັດ ໃນການສ້າງສັງຄົມອີ່ມໜຳ ສຳລານຮອບດ້ານ, ການລົງເລິກປະຕິຮູບຮອບດ້ານ, ການປົກຄອງລັດດ້ວຍກົດໝາຍຮອບດ້ານ ແລະ ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ; ບັນລຸເປົ້າໝາຍການສ້າງປະເທດ ສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ ແລະ ກົມກຽວປອງດອງ. 

 ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55​ ປີ, ສອງຝ່າຍ ໄດ້ຫວນຄືນປະຫວັດສາດທີ່ສະຫງ່າລາສີ ຂອງປະຊາຊົນສອງຊາດ ໃນສະໄໝການຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດ ແລະ ໃນໄລຍະແຫ່ງການສ້າງສາສັງຄົມນິຍົມ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄດ້ສະຫລຸບຖອດຖອນບົດຮຽນແຫ່ງການຂະຫຍາຍຕົວຂອງສາຍພົວພັນ ລາວ-ຈີນ ແລະ ເຫັນວ່າສອງປະເທດ ລາວ-ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາໂດຍພັກກອມມູນິດ, ມີອຸດົມການ​ທີ່ສອດຄ່ອງກັນ, ​​ມີ​ອະນາຄົດຊະຕາກຳກ່ຽວພັນກັນ ແລະ ມີເສັ້ນທາງ​​ແຫ່ງການພັດທະນາທີ່ຄ້າຍຄຽງກັນ, ເຊິ່ງແມ່ນ ພື້ນຖານດ້ານການເມືອງອັນ ສໍາຄັນໃນການພັດທະນາສາຍພົວພັນ ລາວ-ຈີນ. ສອງຝ່າຍກຳແໜ້ນ ທິດທາງແຫ່ງການເສີມຂະຫຍາຍສາຍພົວພັນນໍາກັນ, ໂດຍຢຶດໝັ້ນ ການຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນ ໃນກິດຈະການພາກພື້ນ ແລະ ສາກົນ, ເສີມຂະຫຍາຍມິດຕະພາບທີ່ດີ ລະຫວ່າງ ປະຊາຊົນສອງຊາດໃຫ້ໜັກແໜ້ນ, ຊຸກຍູ້ສາຍພົວພັນ ລາວ-ຈີນ ໃຫ້ໄດ້ຮັບຜົນສຳເລັດອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລ້ຳຄ່າ ລວມຂອງສອງພັກ, ສອງລັດ ລາວ-ຈີນ.

ສອງຝ່າຍໄດ້ເພີ່ມທະວີການປະສານສົມທົບໃນດ້ານຍຸດທະສາດ ໃນການພັດທະນາ ແລະ ຮ່ວມມືໃນດ້ານການຜະລິດ, ຊຸກຍູ້ຍຸດທະສາດ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ ການປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນ” ຂອງລາວ, ການປະສານສົມທົບ ລະຫວ່າງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລາວ ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XIII ຂອງຈີນ;  ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສ້າງແຜນ ແມ່ບົດການຮ່ວມມື ກ່ຽວກັບການຮ່ວມກັນຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ໃຫ້ສໍາເລັດໂດຍໄວ, ນຳໃຊ້ມາດຕະການຕົວຈິງ ເພື່ອຊຸກຍູ້ການຮ່ວມມືໃນຂະແໜງການຜະລິດ ແລະ ການລົງທຶນຂອງສອງປະເທດ. ສືບຕໍ່ດຳເນີນການຮ່ວມມື ໃນຂົງເຂດພະລັງງານ, ຝ່າຍຈີນ ສົ່ງເສີມ ແລະ ສະໜັບສະໜູນໃຫ້ວິສາຫະກິດ ແລະ ອົງການການເງິນ-ການທະນາຄານຂອງຈີນ ເຂົ້າຮ່ວມຍຸດທະສາດ ແຫ່ງການພັດທະນາ ດ້ານພະລັງງານຂອງລາວ, ຜັນຂະຫຍາຍສັນຍາການຮ່ວມມືລົງທຶນ ທີ່ໄດ້ລົງນາມກັນແລ້ວໃຫ້ໄດ້ດີ ເພື່ອບັນລຸການສ້າງລາຍ ຮັບຮ່ວມກັນທີ່ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ມີການພັດທະນາຢ່າງຍາວນານ.

ໃນໄລຍະການຢ້ຽມຢາມ, ສອງຝ່າຍໄດ້ລົງນາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມູນິດຈີນ ໄລຍະສົກປີ 2016-2020, ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຈີນ, ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຊຸກຍູ້ການຮ່ວມມື ໃນຂະແໜງການຜະລິດ ແລະ ການລົງທຶນ ແລະ ​​ເອກະສານຮ່ວມມືອື່ນໆອີກ ລວມທັງໝົດ ຈໍານວນ 10 ສະບັບ.

ສອງຝ່າຍ ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໃນຄັ້ງນີ້, ເຫັນດີເປັນເອກະພາບກັນວ່າ ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ການນຳຂອງ ສປ ຈີນ ສະແດງຄວາມຊົມເຊີຍ.

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ສີຈິນຜິ, ​ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ແລະ ພັກກອມມູນິດຈີນ, ລັດຖະບານແລະ ປະຊາຊົນຈີນທີ່ໄດ້​​ໃຫ້​ການຕ້ອນຮັບຢ່າງອົບອຸ່ນ​​, ສົມກຽດ ​ແລະ ​ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດ​ມິດຕະພາບ ແລະ ໄດ້​ເຊື້ອເຊີນສະຫາຍ ສິຈິນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ຢ້ຽມຢາມ ສປປ ລາວ. ສະຫາຍ ສິຈິນຜິງ ໄດ້ສະແດງຄວາມຂອບຈຕໍ່ການເຊື້ອເຊີນ ຂອງສະຫາຍ ບຸນຍັງ ວໍລະຈິດ.

ນອກຈາກຢ້ຽມຢາມນະຄອນຫລວງປັກກິ່ງແລ້ວ, ສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ແທນ ຍັງໄດ້ຢ້ຽມຢາມແຂວງຢູນນານ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!