Homeມູມໄອທີລາວພົບ Kobe Bryant ນັກກິລາບານບ້ວງ NBA ຢູ່ທີ່ສຳນັກງານໃຫຍ່ Apple

ພົບ Kobe Bryant ນັກກິລາບານບ້ວງ NBA ຢູ່ທີ່ສຳນັກງານໃຫຍ່ Apple

Published on

ບໍ່ດຸຫຼາຍທີ່ເຮົາຈະໄດ້ເຫັນພາບຄົນດັງມາທີ່ສຳນັກງານໃຫຍ່ຂອງແອັບເປີ້ນ ໂດຍຫຼ້າສຸດນີ້ມີຜູ້ເຫັນ Kobe Bryant ນັກກິລາບານບ້ວງຊຸບເປີ້ສະຕຣາ NBA ແຫ່ງທີມ Los Angeles Lakers ຢູ່ທີ່ສຳນັກງາຍໃຫຍ່ຂອງແອັບເປີ້ນ ຄາດວ່າອາດຈະເຂົ້າໄປລົມກັບ Jony Ive ໃນໂປຣເຈັກ iWatch !!

ຈາກພາບທີ່ຫຼຸດອອກມານັ້ນ Kobe ກຳລັງກິນເຂົ້າກັບເມຍຢູ່ ຈາກໂມງທີ່ໃສ່ກໍເປັນເຮືອນທີ່ Kobe ມັກໃຊ້ເປັນປະຈຳ ເຊິ່ງດດ້ານຫຼັງຂອງພາບນັ້ນຖ້າຫາກໃຜຮູ້ກໍຈະຮູ້ເລີຍວ່າເປັນໂຮງອາຫານຂອງແອັບເປີ້ນ ລວມໄປເຖິງເມື່ອກວດສອບຂໍ້ມູນຕຳແໜ່ງ Geolocation ທີ່ຖ່າຍມາກໍພົບວ່າເປັນສຳນັກງາຍໃຫຍ່ຂອງແອັບເປີ້ນແທ້

kobe-bryant-iphone-568x426

ໂດຍແຫຼ່ງຂ່າວໄດ້ອ້າງວ່າ Kobe ເຂົ້າມາທີ່ແອັບເປີ້ນເພື່ອພົບກັບ Jony Ive ໃນໂປຣເຈັກກ່ຽວກັບສຸຂະພາບ ເຊິ່ງໜ້າຈະເປັນ Healthbook ທີ່ກຳລັງຈະມີໃນ iOS 8 ລວມໄປເຖິງໂມງອັດສະລິຍະ iWatch ນຳ (ສ່ວນຕົວຄິດວ່າມາລົມກ່ຽວກັບເລື່ອງໂຄສະນາໃຫ້ກັບແອັບເປີ້ນ)

Kobe Bryant ເປັນໜຶ່ງໃນນັກກິລາບານບ້ວງ NBA ເຊິ່ງເປັນພຣີເຊັນເຕີ້ໃຫ້ກັບ Nike ມາດົນແລ້ວ ໂດຍກ່ອນໜ້ານີ້ມີຂ່າວວ່າ Nike ອາດຈະມີສ່ວນຮ່ວມໃນໂປຣເຈັກ iWatch ຂອງແອັບເປີ້ນ ແລະ Tim Cook ເອງກໍເປັນໜຶ່ງໃນບອດບໍລິຫານຂອງ Nike ອີກນຳ

ທີ່ມາ – 9to5mac

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...