Homeຂ່າວຕ່າງປະເທດລົດເມໂດຍສານ ຂວ້ຳຕົກຂົວຢູ່ອິນເດຍ ເສຍຊີວິດຢ່າງໜ້ອຍ 13 ຄົນ ບາດເຈັບກວ່າເຄິ່ງຮ້ອຍ!

ລົດເມໂດຍສານ ຂວ້ຳຕົກຂົວຢູ່ອິນເດຍ ເສຍຊີວິດຢ່າງໜ້ອຍ 13 ຄົນ ບາດເຈັບກວ່າເຄິ່ງຮ້ອຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ ເກີດເຫດລົດເມໂດຍສານ ເກີດອຸບັດເຫດຕົກຂົວແຫ່ງໜຶ່ງ ທາງພາກຕາເວັນອອກສຽງເໜືອ ຂອງປະເທດອິນເດຍ ໃນວັນທີ 4 ພຶດສະພາ 2016 ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ບາດເຈັບອີກ 53 ຄົນ ໂດຍເຈົ້າໜ້າທີ່ຕຳຫລວດອິນເດຍໃນທ້ອງຖິ່ນລະບຸວ່າ ຄົນຂັບລົດເມໄດ້ພະຍາຍາມຫັກຫລີກລົດຈັກຄັນໜຶ່ງ ໃນໄລຍະທີ່ໃກ້ຈົນເກີນໄປ ຈົນບໍ່ສາມາດຄວບຄຸມລົດໄວ້ໄດ້ ເປັນເຫດເຮັດໃຫ້ລົດພິກຂວ້ຳຕົກລົງຈາກຂົວ ແລະ ພິກຂວ້ຳຕົກລົງສູ່ພື້ນເຫວເລິກ 2-3 ຮອບ.

ທັງນີ້ ອຸບັດເຫດຮຸນແຮງເທິງທ້ອງຖະໜົນ ແມ່ນເປັນສິ່ງທີ່ເກີດຂຶ້ນເປັນປະຈຳຢູ່ອິນເດຍ ຊຶ່ງຖືໄດ້ວ່າເປັນປະເທດ ທີ່ມີການເສຍຊີວິດຈາກການໃຊ້ລົດໃຊ້ຖະໜົນ ສູງທີ່ສຸດໃນໂລກ ດ້ວຍຕົວເລກການເສຍຊີວິດ ຫລາຍກວ່າ 200,000 ຄົນຕໍ່ປີ ຕາມຂໍ້ມູນຂອງອົງການອະນາໄມໂລກ ຫລື WTO.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...