Homeຂ່າວພາຍ​ໃນສະຫາຍ ບຸນຍັງ ວໍລະຈິດ ສືບຕໍ່ເຂົ້າພົບປະ ບັນດາການນຳ ພັກ-ລັດ ສປ ຈີນ ລະຫວ່າງຢ້ຽມຢາມ ສັນທະວະໄມຕີ!

ສະຫາຍ ບຸນຍັງ ວໍລະຈິດ ສືບຕໍ່ເຂົ້າພົບປະ ບັນດາການນຳ ພັກ-ລັດ ສປ ຈີນ ລະຫວ່າງຢ້ຽມຢາມ ສັນທະວະໄມຕີ!

Published on

ຂປລ. ວັນທີ 4 ພຶດສະພາ 2016 ເປັນມື້ທີ 2 ຂອງການຢ້ຽມຢາມສັນຖະວະໄມຕີ ສປ ຈີນ ຢ່າງເປັນທາງການ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້​ແທນຂັ້ນສູງ ພັກ-ລັດລາວ ໄດ້ໄປວາງພວງມາລາຢູ່ອະນຸສາວະລີວິລະຊົນ ປະຊາຊົນ ເພື່ອຈາລຶກຮູ້ບຸນຄຸນ ບັນດານັກຮົບວິລະຊົນປະຊາຊົນ ທີ່ເສຍສະຫລະຊີວິດເລືອດເນື້ອ ເຂົ້າໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ.

13100697_468290340047363_8858081538487459224_n
ວາງພວງມາລາຢູ່ອະນຸສາວະລີວິລະຊົນປະຊາຊົນຈີນ

ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະເຂົ້າພົບປະ ສະຫາຍ ຈ່າງເຕີຈຽງ ຄະນະປະຈຳກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາຜູ້ແທນແຫ່ງຊາດຈີນ, ສະຫາຍ ຫລີເຄີ້ສຽງ, ຄະນະປະຈຳກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຫ້ອງຮັບແຂກຫໍສະພາປະຊາຊົນແຫ່ງຊາດຈີນ ນະຄອນຫລວງປັກກິ່ງ ສປ ຈີນ, ​ເຊິ່ງການ​ນຳ​ຂອງ​ຝ່າ​ຍຈີນ​ ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ສະຫາຍ ​ບຸນ​ຍັງ ວໍລະ​ຈິດ ​ທີ່​ໄດ້​ໄວ້​ວາງ​ໃຈ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ. ສະຫາຍ ບຸນ​ຍັງ ວໍລະ​ຈິດ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ສະນິດ​ສະໜົມຂອງພັກ-ລັດ ​ແລະ ປະຊາຊົນ​ຈີ​ນ​ໃນ​ຄັ້ງ​ນີ້. ​ເຊິ່ງທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະປະເທດ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລີກເຊິ່ງ ແລະ ມີຄວາມເປັນເອກະພາບກັນຢ່າງ ກວ້າງຂວາງ ກ່ຽວກັບການເສີມຂະຫຍາຍ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມຫລາກຫລາຍ ແລະ ອຸດົມສົມບູນຍິ່ງໆຂື້ນ. ພ້ອມນັ້ນ, ກໍໄດ້ແລກປ່ຽນທັດສະນະຕໍ່ບາງ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຕໍ່ການຮ່ວມມືສອງຝ່າຍລາວ-ຈີນ. ຜູ້ນໍາສອງປະເທດ ໄດ້ເປັນເອກະພາບກັນວ່າ: ນັບແຕ່ສອງປະເທດ ໄດ້ສ້າງສາຍພົວພັນ ແບບຄູ່ຮ່ວມຍຸດທະສາດ ໃນ ປີ 2009 ເປັນຕົ້ນມາ, ຄວາມເຊື່ອໜັ້ນ ເຊິ່ງກັນ ແລະ ກັນ  ທາງດ້ານການເມືອງຂອງສອງຝ່າຍ ນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນແຕ່ລະຂົງເຂດ ໄດ້ຮັບໝາກຜົນເປັນໜ້າເພິ່ງພໍໃຈ ຕາມທິດນຳທີ່ວ່າ: ໜັ້ນຄົງຍາວນານ, ເພື່ອນບ້ານທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມື ຮອບດ້ານ ແລະ ບົນຈິດໃຈ 4 ດີ ຄື: ບ້ານໃກ້ຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການ ສະໜັບສະໜູນ ແລະ ຮ່ວມມືປະສານສົມທົບກັນ ໃຫ້ສະໜິດແໜ້ນ ໃນຂອບການຮ່ວມມື ໃນພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງສອງຝ່າຍ ກໍຄືພາລະກິດ ສັນຕິພາບ ແລະ ມິດຕະພາບ ແລະ ການຮ່ວມມືພັດທະນາ ຂອງພາກພື້ນ ແລະ ໃນໂລກ.

13103287_468290376714026_1159214204922747574_n
ເຂົ້າພົບປະ ສະຫາຍ ຈ່າງເຕີຈຽງ ຄະນະປະຈຳກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາຜູ້ແທນແຫ່ງຊາດຈີນ.

ຂ່າວໃຫ້ຮູ້ຕື່ມວ່າ: ໃນຕອນເຊົ້າວັນທີ 4 ພຶດສະພາ ນີ້ ສະຫາຍ ບຸນຍັງ ວໍລະຈິດ, ພ້ອມຄະນະຜູ້​ແທນຂັ້ນສູງພັກ-ລັດລາວ ໄດ້ໄປຢ້ຽມຢາມໂຮງຮຽນທິດສະດີ ສູນກາງພັກກອມມູນິດຈີນ, ພົບປະກັບຄະນະອຳນວຍການໂຮງຮຽນ ​ແລະ ​ໄດ້ພົບປະໂອ້ລົມພະນັກງານລາວ ທີ່ກຳລັງຝຶກອົບຮົມທິດສະດີຢູ່ໂຮງຮຽນດັ່ງກ່າວ, ເຊິ່ງສະຫາຍ ເລຂາທິການໃຫຍ່ ​ໄດ້​ເນັ້ນ​ໜັກ ໃຫ້ພະນັກງານທຸກຄົນຈົ່ງຕັ້ງໃຈສຶກສາເອົາຄວາມຮູ້ ຄວາມສາມາດ ແລະ ປະສົບການ ໃນການພັດທະນາປະເທດຂອງ ສປ ຈີນ, ປະເທດເພື່ອນມິດຍຸດທະສາດ ນຳໄປໜູນ​ໃຊ້ໃນການພັດທະນາປະເທດເຮົາ ໃຫ້ມີການພັດທະນາດີຂຶ້ນ ເທົ່າທຽມກັບ ປະເທດເພື່ອນມິດອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...