Homeຂ່າວການພັດທະນາລາວ-ຍີ່­ປຸ່ນ ຮ່ວມ​ລົງ​ນາມແລກ­ປ່ຽນ 2 ໂຄງ­ການ

ລາວ-ຍີ່­ປຸ່ນ ຮ່ວມ​ລົງ​ນາມແລກ­ປ່ຽນ 2 ໂຄງ­ການ

Published on

ລັດ­ຖະ­ບານ​ລາວŒຍີ່­ປຸ່ນ​ໄດ້​ຮ່ວມກັນ​ລົງ​ນາມ​ເອ­ກະ­ສານແລກ­ປ່ຽນ​ຈຳນວນ 2 ໂຄງ­ການ​ຄື: ໂຄງ­ການ​ພັດ­ທະ­ນາ​ປັບ­ປຸງ​ຂົວ​ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດເລກ​ທີ 9 ແລະ​ໂຄງ­ການ​ພັດ­ທະ­ນາ​ຊັບພະ­ຍາ­ກອນ​ມະ­ນຸດ, ຊຶ່ງ​ທັງ​ສອງ​ໂຄງການ​ຈະ​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງ​ລາວ.

ເມື່ອ​ວັນ​ທີ 4 ພຶດ­ສະ­ພາ 2016 ຢູ່ກະ­ຊວງ​ການ​ຕ່າງ­ປະ­ເທດ ທ່ານ ສະ­ເຫຼີມໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ ຕ່າງ­ປະ­ເທດ​ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ການເດີນ­ທາງ​ມາ​ຢ້ຽມ­ຢາມ ສປປ ລາວ ຢ່າງເປັນ​ທາງ​ການ​ຂອງ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ຍີ່ປຸ່ນ​ໂດຍ​ມີ​ບັນ­ດາ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ກະ­ຊວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ການ​ຢ້ຽມ­ຢາມ​ຄັ້ງ​ນີ້ ທັງ​ສອງ​ຝ່າຍໄດ້​ມີ​ການ​ພົບ​ປະ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ ແລະ​ປຶກ­ສາ​ຫາ­ລື​ກັນຫຼາຍ​ຂົງ­ເຂດ​ການ​ຮ່ວມ​ມື​ຂອງ​ສອງ​ປະເທດ ແລະ​ການ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ຕໍ່ສະ­ພາບ​ການ​ພາກ​ພື້ນ ແລະ​ສາ­ກົນ​ທີ່ສອງ​ຝ່າຍ​ມີ​ຄວາມ​ສົນ­ໃຈ​ໄດ້​ສະ­ຫຼຸບ​ຕີລາ­ຄາ​ຄືນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາພ້ອມ​ທັງ​ກຳ­ນົດ​ທິດ​ທາງ ແລະ​ແຜນ​ນະ­ໂຍ­ບາຍ​ໃນ​ການ​ຮ່ວມ​ມື​ຕໍ່ໜ້າ​ເພື່ອ​ເພີ່ມ​ທະ­ວີ​ສາຍ​ພົວ­ພັນ​ມິດ​ຕະພາບ​ພາຍ​ໃຕ້​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ​ໃຫ້​ຂະ­ຫຍາຍ​ອອກ​ໄປ​ສູ່​ລວງ​ເລິກ, ຊຶ່ງ​ຈະ​ນຳ​ເອົາ​ຜົນ​ປະ­ໂຫຍດ​ສູງ​ສຸດ​ມາສູ່​ປະ­ຊາ­ຊົນ​ທັງ​ສອງ​ຝ່າຍ​ກໍ​ຄື: ລາວŒຍີ່­ປຸ່ນສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ຜົນ​ສຳເລັດ​ອັນ​ຈົບ­ງາມ, ໃນ​ການ​ສະ­ເຫຼີມ​ສະຫຼອງ​ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດລາວŒຍີ່­ປຸ່ນ​ຄົບ­ຮອບ 60 ປີ ໃນ​ປີ 2015 ທີ່​ຜ່ານ​ມາ.

ນອກ​ນີ້ລັດ­ຖະ­ບານ​ລາວ​ໄດ້​ຕາງ­ໜ້າໃຫ້​ແກ່​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ກໍ​ໄດ້ສະ­ແດງ​ຄວາມ​ເສຍ​ໃຈ​ໄປ​ຍັງ​ລັດ​ຖະ ບານ ແລະ​ປະ­ຊາ­ຊົນ​ຍີ່­ປຸ່ນ​ຕໍ່​ເຫດ­ການແຜ່ນ­ດິນ​ໄຫວ​ຢູ່​ທາງ​ພາກ​ຕາ­ເວັນ­ຕົກສ່ຽງ​ໃຕ້​ຂອງ​ຍີ່­ປຸ່ນ, ຊຶ່ງ​ໄດ້​ສ້າງ​ຄວາມເສຍ​ຫາຍ​ອັນ​ໜັກ­ໜ່ວງ​ໃຫ້​ແກ່​ຊີ­ວິດ, ຊັບສິນ ແລະ​ພື້ນ­ຖານ​ໂຄງ​ລ່າງ​ໃນ​ບໍ­ລິ­ເວນດັ່ງ­ກ່າວ.

ຄຽງ​ຄູ່​ກັນ​ນັ້ນ​ທັງ​ສອງ​ຝ່າຍ​ໄດ້​ຮ່ວມກັນ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ​ຈຳນວນ 2 ໂຄງ­ການ​ຄື: ໂຄງ­ການ​ພັດ­ທະ­ນາ​ປັບ­ປຸງ​ຂົວ​ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ ເລກ​ທີ 9 ແລະ​ໂຄງ­ການ​ພັດ­ທະ­ນາ​ຊັບ​ພະຍາ​ກອນ​ມະ­ນຸດ, ຊຶ່ງ​ໂຄງ­ການ​ດັ່ງ­ກ່າວຈະ​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການ​ພັດ​ທະນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງ​ສປ​ປລາວ.

ພ້ອມ​ນີ້​ສອງ​ຝ່າຍ​ຍັງ​ໄດ້​ຕີ​ລາ­ຄາ​ສູງຕໍ່​ການ​ເພີ່ມ​ຂຶ້ນ​ຂອງ​ນັກ​ລົງ­ທຶນ​ຍີ່­ປຸ່ນ​ຢູ່ ສປປ ລາວ, ຊຶ່ງ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນລາວ​ມີ​ວຽກ​ເຮັດ​ງານ​ທຳ ແລະ​ ສ້າງ​ລາຍໄດ້​ໃຫ້​ແກ່​ປະ­ຊາ­ຊົນ​ທ້ອງ­ຖິ່ນ, ສອງ​ຝ່າຍມີ​ຄວາມ​ຍິນ​ດີ​ທີ່​ຈະ​ສືບ­ຕໍ່​ປຶກ­ສາ​ຫາ­ລື ແລະ​ຊຸກ­ຍູ້​ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ, ການ​ຄ້າ, ການ​ລົງ­ທຶນ, ການ​ສຶກ​ສາ ແລະ​ວັດ­ທະ­ນະ­ທຳ​ລາວລວມ​ເຖິງ​ບັນດາ​ໂຄງ­ການ​ຕ່າງໆ​ທີ່­ຢູ່​ພາຍ​ໃຕ້​ການຮ່ວມ​ມື.

ໃນ​ການ​ພົບ​ປະ​ຝ່າຍ​ຍີ່­ປຸ່ນ​ໄດ້​ຢືນ­ຢັນຕໍ່​ການ​ຊ່ວຍ­ເຫຼືອ​ທາງ​ການ​ເພື່ອ​ການ​ພັດທະ​ນາ (ODA) ແລະ​ເຫັນ​ດີ​ພິ­ຈາ­ລະ­ນາຕື່ມ​ກ່ຽວ​ກັບ​ໂຄງ­ການ​ທີ່ ສປປ ລາວ ໄດ້ ສະ­ເໜີ​ໃນ​ສົກ​ປີ 2015 ນີ້.

ແນວ­ໃດ​ກໍ​ດີ ຍີ່­ປຸ່ນ​ຍິນ​ດີ​ໃຫ້­ການຊ່ວຍ­ເຫຼືອ​ແກ່​ລາວ​ໃນ​ການ​ເປັນ​ປະ­ທານອາ​ຊຽນ​ໃນ​ປີ 2016 ໂດຍ​ສະ­ເພາະ​ໂຄງ ການ​ຂະ­ຫຍາຍ​ສະ­ໜາມ​ບິນ​ສາ­ກົນ​ວັດໄຕ, ຊຶ່ງ​ຈະ​ໃຫ້​ສຳ­ເລັດ​ກ່ອນ​ກອງ​ປະ­ຊຸມສຸດ​ຍອດ​ອາ​ຊຽນ​ໃນ​ເດືອນ​ກັນ­ຍາ​ທີ່​ຈະມາ​ເຖິງ​ນີ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...