Homeຂ່າວການພັດທະນາວາງ­ສະ­ແດງ​ສິນ­ຄ້າ​ໂອ​ດ໊ອບ ແລະ ຄອບ­ຄົວ​ຕົວ​ແບບເລີ່ມ​ທ້າຍ​ເດືອນ​ນີ້

ວາງ­ສະ­ແດງ​ສິນ­ຄ້າ​ໂອ​ດ໊ອບ ແລະ ຄອບ­ຄົວ​ຕົວ​ແບບເລີ່ມ​ທ້າຍ​ເດືອນ​ນີ້

Published on

ເມື່ອ​ວັນ​ທີ 4 ພຶດ­ສະ­ພາ​ຜ່ານ​ມາພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ​ການ​ຄ້ານະ­ຄອນ­ຫຼວງ​ວຽງ​ຈັນ, ໄດ້​ຖະ­ແຫຼງ​ຂ່າວ​ທີ່​ສູນ​ການ​ຄ້າ​ລາວŒໄອ​ເຕັກກ່ຽວກັບ​ການ​ຈະ​ຈັດ​ງານ​ວາງ­ສະ­ແດງ ແລະ​ ຈຳ­ໜ່າຍ​ສິນ­ຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະ­ລິດ​ຕະ​ພັນ ແລະ ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ​ຄັ້ງ​ທີ III, ໂດຍ​ເປັນ​ປະ­ທານ​ຂອງ ທ່ານ ເບີ​ລິນ ເພັດ​ຈັນ­ທະ​ລາດ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້ານະ­ຄອນ­ຫຼວງ​ວຽງ​ຈັນ, ພ້ອມ​ນີ້​ກໍ​ມີ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ເບີ​ລິນ ເພັດ​ຈັນ­ທະ​ລາດ ໄດ້​ກ່າວ​ວ່າ: ຈຸດ­ປະ­ສົງ​ການ​ຈັດ​ງານ​ກໍເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ໃນ​ການ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ແລະ​ການ​ໂຄ­ສະ­ນາ​ສິນ­ຄ້າ​ໃຫ້​ແກ່​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ​ກາງ​ທົ່ວ​ປະ­ເທດເວົ້າ​ສະ­ເພາະ​ທີ່­ຢູ່ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃຫ້​ມີ​ຕະໜ່າງ​ຮອງ​ຮັບ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ແລະ ເສີມ​ສ້າງ​ທ່າ­ແຮງ​ໃຫ້​ແກ່​ສິນ­ຄ້າ​ໜຶ່ງ​ເມືອງໜຶ່ງ​ຜະ­ລິດ​ຕະ​ພັນ​ທີ່​ໄດ້​ຖືກ​ຄັດ​ເລືອກ​ໃຫ້ ເປັນ​ສິນ­ຄ້າ​ກາ​ໝາຍ​ໂອ​ດ໊ອບ ຂອງ​ນະ­ຄອນຫຼວງ​ວຽງ​ຈັນ​ກໍ​ຄື​ໃນ​ທົ່ວ​ປະ­ເທດ​ໃຫ້​ມີ​ພື້ນຖານ​ໂຄງ​ລ່າງ​ໃນ​ການ​ເປີດ​ຕະ­ຫຼາດ​ຈຳໜ່າຍ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ເອງ.

ໃນ​ນັ້ນ ກໍ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ເຮັດ​ການ​ຜະ­ລິດແລະ​ສາ­ມາດ​ກ້າວ​ເຂົ້າ​ສູ່​ຕະ­ຫຼາດ​ທັງ​ພາຍໃນ ແລະ ​ເຊື່ອມ​ໂຍງ​ເຂົ້າ​ຕະ­ຫຼາດ​ປະ­ຊາ​ຄົມເສດ­ຖະ­ກິດ​ອາ​ຊຽນ ຫຼື AEC ເທື່ອ​ລະກ້າວ, ພ້ອມ​ກັນ​ນັ້ນ​ຍັງ​ສາ­ມາດ​ຊຸກ­ຍູ້ໃຫ້​ທຸ­ລະ​ກິດ​ຄອບ­ຄົວ​ຕົວ​ແບບມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ຫັນ​ເຂົ້າ​ເປັນສິນ­ຄ້າ​ໂອ​ດ໊ອບ, ເພື່ອ​ເປັນ​ການ​ໂຄ­ສະ ນາ​ແລກ­ປ່ຽນ​ລະ­ຫວ່າງ​ນັກ­ທຸ­ລະ­ກິດ​ຜະລິດ​ສິນ­ຄ້າ​ໂອ​ດ໊ອບ​ດ້ວຍ​ກັນ​ໃນ​ທົ່ວ​ປະເທດ.

ພິ­ເສດ​ໃນ​ງານ​ວາງ­ສະ­ແດງ​ສິນ­ຄ້າປີ​ນີ້ ແມ່ນ​ຈະ​ມີ​ງານ​ປະ​ກວດ​ຜະ­ລິດ​ຕະພັນ​ສິນ­ຄ້າ​ໂອ​ດ໊ອບ​ດີ­ເດັ່ນ, ເປົ້າ​ໝາຍ​ໃນ ການ​ເຂົ້າ​ຮ່ວມ​ງານ​ລວມ​ມີ​ທັງ​ໝົດ 163 ຫົວ­ໜ່ວຍ, ມີ 175 ຫ້ອງ ໂດຍ​ງານ​ຈະດຳ­ເນີນ​ເປັນ​ເວ­ລາ 6 ວັນ ແຕ່​ພິ­ທີ​ເປີດງານ​ຢ່າງ​ເປັນ​ທາງ​ການ​ແມ່ນ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 27 ພຶດ­ສະ­ພາ 2016 ທີ່​ສູນ​ການ​ຄ້າ​ລາວŒໄອ​ເຕັກນະຄອນ​ຫຼວງ​ວຽງ​ຈັນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...