Homeຂ່າວຕ່າງປະເທດອີຢູຈະຍອມໃຫ້ຕວັກກີເຂົ້າໂດຍບໍ່ມີວີຊາ ເພື່ອຮັກສາຂໍ້ຕົກລົງແກ້ວິກິດຜູ້ອົບພະຍົບ

ອີຢູຈະຍອມໃຫ້ຕວັກກີເຂົ້າໂດຍບໍ່ມີວີຊາ ເພື່ອຮັກສາຂໍ້ຕົກລົງແກ້ວິກິດຜູ້ອົບພະຍົບ

Published on

ຄະນະກຳມາທິການເອີຣົບຈະຍອມໃຫ້ຊາວຕວັກກີເດີນທາງເຂົ້າເຂດເຊງເກນໃນສະຫະພາບເອີຣົບ (ອີຢູ) ໂດຍບໍ່ຕ້ອງກວດລົງກາໜັງສືເດີນທາງ (ວີຊາ) ແຕ່ມີເງື່ອນໄຂເພື່ອໃຫ້ຂໍ້ຕົກລົງແກ້ໄຂວິກິດຜູ້ອົບພະຍົບກັບຕວັກກີຍັງມີຜົນຕໍ່ໄປ.

ແຫລ່ງຂ່າວຄາດວ່າ ຄະນະກຳມາທິການເອີຣົບຈະປະກາດວ່າ ຕວັກກີປະຕິບັດເງື່ອນໄຂການເດີນທາງໂດຍບໍ່ຕ້ອງຂໍວີຊາໄດ້ພຽງ 64 ຂໍ້ຈາກທັງໝົດ 72 ຂໍ້ ຈິ່ງຍັງບໍ່ສາມາດເຮັດຕາມທີ່ຕວັກກີຮຽກຮ້ອງໄດ້ ຈົນກວ່າຕວກກີຈະປະຕິບັດຕາມເງື່ອນໄຂໄດ້ຄົບໝົດພາຍໃນສິ້ນເດືອນມິຖຸນາ ດ້ານຕວກກີກຳລັງຫາທາງຜ່ານຮ່າງກົດໝາຍເພື່ອໃຫ້ສາມາດປະຕິບັດຕາມເງື່ອນໄຂທັງໝົດຂອງອີຢູ ແຕ່ຍັງຖືກຂັດຂວາງໃນສະພາເຊັ່ນ ການເຮັດຂໍ້ຕົກລົງວີຊາແບບຕ່າງຕອບແທນກັບພົນລະເມືອງອີຢູ ຊຶ່ງລວມເຖິງໄຊປຣັສ ສະມາຊິກອີຢູທີ່ມີຂໍ້ພິພາດກັບຕວັກກີມາດົນຈາກການທີ່ຕວັກກີຢຶດພື້ນທີ່ທາງເໝືອຂອງເກາະໄຊປຣັສ.

ຕວັກກີຂູ່ຈະຈີກຂໍ້ຕົກລົງເດືອນມີນາເລື່ອງຮັບກັບຜູ້ອົບພະຍົບທີ່ຂ້າມທະເລອີຈຽນໄປເກຣກ ຫາກອີຢູບໍ່ຮັກສາສັນຍາເລື່ອງຈະອະນຸຍາດໃຫ້ຊາວຕວັກກີກວ່າ 80 ລ້ານຄົນເດີນທາງເຂົ້າເຂດເຊງເກນໄດ້ໂດຍບໍ່ຕ້ອງໃຊ້ວີຊາພາຍໃນເດືອນໜ້າ ແຕ່ສະມາຊິກອີຢູຫຼາຍປະເທດເປັນຫ່ວງເລື່ອງຄວາມຖືກຕ້ອງຕາມກົດໝາຍຂອງຂໍ້ຕົກລົງດັ່ງກ່າວ ແລະ ສະຖານະການສິດທິມະນຸດໃນຕວກກີ, ຂະນະທີ່ການໃຫ້ຊາວຕວັກກີອາໄສຢູ່ 90 ວັນ ໂດຍບໍ່ຕ້ອງຂໍວີຊາຕາມທີ່ຕວັກກີຕ້ອງການ ຈະຕ້ອງໄດ້ຮັບຄວາມເຫັນດີຈາກສະພາເອີຣົບ ແລະ ສະມາຊິກອີຢູທັງ 28 ຊາດ ຊຶ່ງບໍ່ໄດ້ເປັນສະມາຊິກເຂດເຊງເກນໝົດທຸກປະເພດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...