spot_img
HomeມູມໄອທີລາວHuawei G9 Lite ແລະ Mediapad M2 7.0 ເປີດໂຕຢ່າງເປັນທາງແລ້ວທີ່ປະເທດຈີນ

Huawei G9 Lite ແລະ Mediapad M2 7.0 ເປີດໂຕຢ່າງເປັນທາງແລ້ວທີ່ປະເທດຈີນ

Published on

ບໍລິສັດສະມາດໂຟນຍັກໃຫຍ່ຈາກປະເທດຈີນຄື Huawei ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ຢ່າງເປັນທາງການໃນນາມວ່າ G9 Lite ແລະ Mediapad M2 7.0 ທີ່ປະເທດຈີນ. ຫຼັງຈາກທີ່ຫົວເຫວີ່ຍໄດ້ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ແບບ Huawei P9 ແລະ P9 Plus ໄປແລ້ວ, ກໍມາເຖິງຄິວຂອງ P9 Lite ລຸ້ນນ້ອງສຸດແລ້ວໂດຍໃນປະເທດຈີນແມ່ນຈະໃຊ້ຊື່ G9 Lite ໃນການເຮັດຕະຫຼາດແທນ. ໃນຂະນະທີ່ແທັບເລັດໜ້າຈໍ 7 ນິ້ວແບບ Mediapad M2 ນີ້ເປັນລຸ້ນທີສາມຂອງຊີຣີໄປແລ້ວ ໂດຍກ່ອນໜ້ານີ້ກໍມີລຸ້ນ ຈໍ 10 ນິ້ວ ແລະ 8 ນິ້ວອອກມາກ່ອນແລ້ວ.

image

Huawei G9 Lite (P9 Lite)

ມາພ້ອມກັບໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (FHD). ໃຊ້ງານຊິບປະມວນຜົນ octa core ລະດັບກາງໂຕໃໝ່ຫຼ້າສຸດແບບ Kirin 650 ທີ່ 4 ຄໍຫຼັກມີຄວາມແຮງປະມວນຜົນທີ່ 2.0GHz ແລະ ອີກ 4 ຄໍມີຄວາມແຮງທີ່ 1.7GHz, ໃຊ້ງານຊິບປະມວນຜົນກຣາບຟິກ Mali 830 MP2 (ໂຕດຽວກັນກັບ Honor 5C). ໂຕເຄື່ອງມີ RAM 3GB ແລະ ພື້ນທີ່ຈັດເກັບ 16GB (ສາມາດເພີ່່ມ MicroSD ໄດ້ສູງສຸດ 128 GB). ໃນດ້ານຫຼັງໂຕເຄື່ອງນັ້ນຈະມີລະບົບສະແກນລາຍນິ້ວມືຢູ່ ດ້ວຍຄວາມໄວສະແກນພຽງ 0.5 ວິນາທີ.

ອັບເດດ: ສຳລັບຊິບປະມວນຜົນແມ່ນມີອີກໂມເດວທີ່ໃຊ້ງານ Snapdragon 617

image

ໃນສ່ວນຂອງກ້ອງຫຼັງແມ່ນມີຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບແຟລັດ LED ແລະກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ ພ້ອມຮູຮັບແສງທີ່ f/2.0. ໃນດ້ານຂອງແບັດເຕີຣີແມ່ນໃຫ້ມາ 3,000mAh ເຊິ່ງເປັນແບບແກະອອກບໍ່ໄດ້ ແລະ ສາມາດໃຊ້ງານໄດ້ຄົບ 1 ມື້ ກັບການໃຊ້ງານທີ່ຫຼາກຫຼາຍ. ສຳລັບ G9 Lite ແມ່ນໃຊ້ງານລະບົບ Android 6.0 Marshmallow ທັບດ້ວຍ EMUI 4.1. ດ້ານການເຊື່ອມຕໍ່ແມ່ນຮອງຮັບ 3G, 4G LTE, Wi-Fi, Bluetooth, GPS, ແລະ MicroUSB 2.0.

Huawei Media Pad M2

ໂດຍໃນປີນີ້ທາງ Huawei ແມ່ນໄດ້ເປີດໂຕ Mediapad M2 ທີ່ມີຂະໜາດຈໍ 10.1 ນິ້ວ ໄປແລ້ວ ແລະມາໃນຕອນນີ້ກໍເປັນລຸ້ນທີ່ຫຼຸດຂະໜາດຈໍລົງຄື Mediapad 7.0 ທີ່ມາພ້ອມຈໍ 7 ນິ້ວ. ສຳລັບ Mediapad M2 7.0 ນີ້ຈະເປັນລຸ້ນທຳອິດຂອງຫົວເຫວີ່ຍທີ່ມີລະບົບສະແກນລາຍນິ້ວມື, ໂດຍຈະຢູ່ລະຫວ່າງກາງຂອງປຸ່ມ ຫຼຸດສຽງ/ເພີ່ມສຽງ ແລະປຸ່ມ Power. ສຳລັບແທັບເລັດລຸ້ນນີ້ແມ່ນມາພ້ອມກັບລະບົບ Android 5.1.1 Lollipop ທີ່ທັບດ້ວນ EMUI.

image

ມາເວົ້າເລື່ອງຮາດແວຣ໌ນຳກັນເລີຍ ໂດຍມາພ້ອມກັບຈໍຂະໜາດ 7 ນິ້ວ, ຄວາມລະອຽດ 1920 x 1200 ພິກເຊວ (FHD) ແລະມາພ້ອມກັບເທັກໂນໂລຢີ Huawei ClariVu 2.0 ທີ່ສາມາດເພີ່ມປະສິດທິພາບຂອງສີ. ໃຊ້ງານຊິບປະມວນຜົນ Snapdragon 615 octa core ພ້ອມກັບຊິບກຣາບຟິກ Adreno 405 ແລະ RAM 3GB. ກ້ອງຫຼັງມີຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບແຟລັດ LED ແລະຮູຮັບແສງທີ່ f/2.0. ສຳລັບກ້ອງໜ້າມີຄວາມລະອຽດ 5 ລ້ານພິກເຊວ.

ແທັບເລັດ Mediapad M2 ມາພ້ອມກັບພື້ນທີ່ຈັດເກັບ 16GB ແລະ 32GB (ຮອງຮັບ MicroSD ສູງສຸດທີ່ 128GB). ລຸ້ນ 7 ນິ້ວແບັດເຕີຣີໃຫ້ມາ 4,360mAh, ໃນຂະນະທີ່ລຸ້ນ 10.1 ນິ້ວ ແມ່ນໃຫ້ມາ 6,660mAh. ສຳລັບ Mediapad M2 7.0 ແມ່ນຮອງຮັບ 2 ຊິມ; ສ່ວນ  M2 10.0 ມາພຽງລຸ້ນຮອງຮັບ Wi-Fi ຢ່າງດຽວແລະ Wi-Fi + LTE.

ສຳລັບລາຄາສາມາດສະຫຼຸບໄດ້ດັ່ງນີ້:

+ Huawei G9 Lite ຫຼື P9 Lite ທີ່ໃຊ້ Kirin 650 ມີລາຄາຢູ່ທີ່ 1599 ຢວນ (2.020.000 ກີບ) ແລະ ອີກໂມເດວທີ່ໃຊ້ Snapdragon 617 ມີລາຄາຢູ່ທີ່ 1699 ຢວນ (2.145.000 ກີບ)
– ໂຕເຄື່ອງມີທັງໝົດ 3 ສີໃຫ້ເລືອກໄດ້ແກ່: ສີຂາວ, ດຳ ແລະທອງ

+ Mediapad M2 7.0 ມີລາຄາຢູ່ທີ່ 1599 ຢວນ (2.020.000 ກີບ) ສຳລັບລຸ້ນ 16GB ແລະ 1799 ຢວນ (2.270.000 ກີບ) ສຳລັບລຸ້ນ 32GB.
– ໂຕເຄື່ອງມິ 4 ສີໃຫ້ເລືອກໄດ້ແກ່: ສີຂາວ, ຟ້າ, ທອງ ແລະບົວ

+ Mediapad M2 10.1 ລຸ້ນ Wi-Fi ຢ່າງດຽວ ແມ່ນ 1499 ຢວນ(1.900.000 ກີບ) ແລະລຸ້ນ LTE ຈະມີພື້ນທີ່ຈັດເກັບ 16GB ແລະ 32GB ໃຫ້ເລືອກໃນລາຄາ 1899 ຢວນ (2.400.000 ກີບ) ແລະ 2099 ຢວນ (2.650.000 ກີບ)
– ໂຕເຄື່ອງມີ 2 ສີໃຫ້ເລືອກໄດ້ແກ່: ສີຂາວ ແລະ ສີດຳ

ສຳລັບ Huawei G9 Lite ຈະເລີ່ມເປີດໃຫ້ສັ່ງຈອງແລ້ວຕັ້ງແຕ່ມື້ນີ້ຈົນຮອດວັນທີ 12 ພຶດສະພາ ແລະຈະເລີ່ມຂາຍໃນວັນທີ 13 ພຶດສະພາ ຜ່ານຮ້ານຄ້າອອນລາຍໃນປະເທດຈີນ.

ທີ່ມາ:phoneradar

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...