Homeຂ່າວການພັດທະນາແຮງງານລາວດີໃຈ ໄດ້ຮັບຄ່າຕອບແທນ ແລະ ສະຫວັດດີການດີ!

ແຮງງານລາວດີໃຈ ໄດ້ຮັບຄ່າຕອບແທນ ແລະ ສະຫວັດດີການດີ!

Published on

ປັດຈຸບັນກໍາມະກອນລາວ ໄດ້ຮັບການເບິ່ງແຍງດ້ານສະຫວັດດີ ການດີຂຶ້ນກວ່າເກົ່າ, ການຍົກລະດັບຄວາມຮູ້, ຄວາມສາມາດເພື່ອໃຫ້ກາຍເປັນແຮງງານ ທີ່ມີຄວາມຊໍານິຊໍານານ ໄດ້ເກີດມີຢູ່ທົ່ວສໍານັກງານ, ບໍລິສັດ, ໂຮງຈັກ, ໂຮງງານຕ່າງໆ.

ທ້າວ ອ້ອຍ ຄຳພູມີ ອາຍຸ 31 ປີ ພະນັກງານສ້ອມແປງລົດ ຢູ່ສູນຈຳໜ່າຍບໍລິສັດ ນິວຈິບເຊັງ ສາຂາ ບ້ານເກົ້າຍອດ ໄດ້ໃຫ້ສຳພາດກັບນັກຂ່າວ ໜັງສືພິມປະເທດລາວວ່າ: ຂ້າພະເຈົ້າ ໄດ້ເຮັດວຽກ ຢູ່ບໍລິສັດ ນິວຈິບເຊັງນີ້ມາເປັນເວລາ 9 ປີແລ້ວ ເຊິ່ງເງິນເດືອນເລີ່ມຕົ້ນ ສີແສນຫ້າສິບກີບ ແຕ່ມາຮອດປັດຈຸບັນ ໄດ້ເງິນເດືອນສອງລ້ານປາຍ ເພາະວ່າບໍລິສັດ ໄດ້ເພີ່ມເງິນ ເດືອນໃຫ້ແຕ່ລະປີ ພ້ອມທັງລ້ຽງເຂົ້າສວາຍອີກ. ແຕ່ລະປີທາງບໍລິສັດ ຍັງສົ່ງພະນັກງານ ໄປຍົກລະດັບ ໃນກໍລະນີມີລົດລຸ້ນໃໝ່ເຂົ້າມາ, ສ່ວນດ້ານສະຫວັດດີການ ທາງບໍລິສັດມອບໃຫ້ ປະກັນສັງຄົມ ເປັນຜູ້ເບິ່ງແຍງ ເຊິ່ງໃນແຕ່ລະເດືອນ ແມ່ນຈະຫັກເງິນ ເດືອນຈາກຈຳນວນ ເງິນການເຮັດວຽກ ແລະ ເວລາທີ່ໄປໃຊ້ ບັດປະກັນສັງຄົມກໍຍັງຊັກຊ້າ, ຢາກໃຫ້ພາກສ່ວນ ກ່ຽວຂ້ອງປັບປຸງຄືນ ຂອດບໍລິການຕື່ມ ໃນວັນກຳມະກອນນີ້ຕົນເອງ ມີຄວາມຮູ້ສຶກດີໃຈ ເພາະວ່າປີນີ້ວັນທີ 1 ແມ່ນຖືກວັນອາທິດ ທາງພັກ–ລັດ ຈຶ່ງພັກທົດແທນ ເປັນວັນຈັນດັ່ງນັ້ນ, ຈຶ່ງພັກໄດ້ 2 ມື້ ເພາະການເຮັດວຽກ ໂດຍປົກກະຕິແລ້ວ ເຂົ້າວຽກແຕ່ວັນຈັນ–ວັນເສົາ. ສະນັ້ນ, ຕົນເອງຈຶ່ງຮູ້ ສຶກດີໃຈຫລາຍອີກຢ່າງກໍ ເພື່ອໄປຊ່ວຍວຽກຄອບຄົວ.

ທ້າວ ເພັດນະຄອນ ສີຫາລາດ ອາຍຸ 29 ປີ ຊ່າງສ້ອມແປງເຄື່ອງເຢັນ ນະຄອນຫລວງວຽງຈັນ ຢູ່ບ້ານພະໂພ  ເມືອງ ສີສັດຕະນາກ  ນະຄອນຫລວງວຽງຈັນ ໄດ້ເວົ້າວ່າ: ຕົນເອງໄດ້ ເຮັດວຽກ ໃນການເປັນນາຍຊ່າງ ມາເປັນເວລາ 5 ປີ ແລ້ວ ເຊິ່ງເງິນເດືອນເລີ່ມຕົ້ນ ແປດແສນປາຍ, ແຕ່ມາຮອດປັດຈຸບັນເງິນ ເດືອນເພີ່ມຂຶ້ນໜຶ່ງລ້ານສາມແສນກີບ ເຊິ່ງວັນເວລາເຂົ້າ ວຽກມື້ໜຶ່ງ ເຮັດແປດຊົ່ວໂມງ ວັນຈັນ– ວັນເສົາ  ວັນກຳມະກອນ ທີ່ຜ່ານໄປໃນວັນທິດແລ້ວ ຕົນຮູ້ສຶກດີໃຈຫລາຍທີ່ພັກລັດ ເພິ່ນເຫັນຄວາມສຳຄັນ ຂອງວັນກຳມະກອນ ເຖິງແມ່ນ ວ່າຈະຖືກມື້ວັນທິດ ກໍຕາມແຕ່ເພິ່ນກໍຍັງ ມີການພັກຊົດເຊີຍໃຫ້ ກັບຊາວຜູ້ອອກແຮງງານ.

ທ້າວ ຮື່ວາງ ອາຍຸ 27 ປີ ພະນັກງານຮັກສາຄວາມປອດໄພ ຢູ່ໂຮງແຮມລາວພລາຊາ ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າເຮັດວຽກຢູ່ກັບ ບໍລິສັດປ້ອງກັນ ຄວາມປອດໄພ ນະຄອນຫລວງ ວຽງຈັນ ນີ້ເປັນເວລາ ຫລາຍເດືອນແລ້ວ ປັດຈຸບັນຕົນເອງໄດ້ເງິນເດືອນ ປະມານສອງລ້ານປາຍ ແຕ່ເວລາເຈັບເປັນ ໃນເວລາປະຕິບັດໜ້າທີ່ ແມ່ນທາງບໍລິສັດ ຮັບຜິດຊອບໝົດ. ສຳລັບ ການເຮັດວຽກ ແມ່ນຂ້າພະເຈົ້າເລືອກເຮັດ ເຕັມ 24 ຊົ່ວໂມງເລີຍ. ວັນກຳມະກອນທີ່ຜ່ານມານີ້ ແມ່ນວ່າຕົນເອງ ບໍ່ໄດ້ພັກກໍຕາມ ແຕ່ກໍຮູ້ສຶກດີໃຈຫລາຍ ທີ່ເພິ່ນມີການພັກຊົດເຊີຍໃຫ້ ກັບຊາວຜູ້ອອກແຮງງານ. ອີກດ້ານໜຶ່ງລັດຖະບານ ກໍໄດ້ປະກາດ ເພີ່ມເງິນເດືອນຂັ້ນຕໍ່າ ໃຫ້ກັບກໍາມະກອນ ເຮັດໃຫ້ຜູ້ອອກແຮງງານ ມີຊີວິດການເປັນຢູ່ ທີ່ດີກວ່າເກົ່າ. ສະເພາະຊາວ ກໍາມະກອນ ແລ້ວຢາກໃຫ້ດຸໝັ່ນ, ອົດທົນ ແລະ ຊື່ສັດ ພ້ອມທັງຝຶກຝົນຕົນເອງເລື້ອຍໆ ເພື່ອໃຫ້ເກັ່ງຈຶ່ງໄດ້ ຄ່າຕອບແທນທີ່ສູງຂຶ້ນອີກ ແລະ ເປັນທີ່ໄວ້ເນື້ອເຊື່ອໃຈ ຂອງນາຍຈ້າງເພາະ ອາຊີບອອກແຮງງານ ບໍ່ວ່າດ້ານໃດກໍມີກຽດຄືກັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...