spot_img
Homeຂ່າວການພັດທະນາເທດສະການອາຫານເອີຣົບ ຢູ່ນະຄອນຫລວງວຽງຈັນ ຈະຈັດຂຶ້ນ 7 ພຶດສະພານີ້!

ເທດສະການອາຫານເອີຣົບ ຢູ່ນະຄອນຫລວງວຽງຈັນ ຈະຈັດຂຶ້ນ 7 ພຶດສະພານີ້!

Published on

ຂປລ. ​ເທດສະການ​ອາຫານ ​ເອີຣົບຄັ້ງ​ທີ 5 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພຶດສະພາ 2016 ນີ້ ທີ່​ຫໍ​ວັດທະ​ນະ​ທຳ​ແຫ່ງ​ຊາດ ​ເພື່ອ​ສະ​ເຫລີ​ມສະ​ຫລອງ​ວັນ​ສ້າງ​ຕັ້ງ​ສະຫະພາບ​ເອີຣົບ ຄົບຮອບ 66 ປີ ພາຍ​​ໃຕ້​ການ​ຮ່ວມ​ມື​ ລະຫວ່າງ ສະຫະ ພາບ ​ເອີຣົບ ​ຮ່ວມ​ກັບສະພາ​ການ​ຄ້າ, ອຸດ​ສະ​ຫະກຳ​ເອີຣົບ ​ແລະ ບໍລິສັດ​ອານາ​ມຟາຍ​ຟູ​ ​ເຊິ່ງມີ​​ຮ້ານ​ອາຫານ ຫລາຍ​ຫວ່າ 120 ຮ້ານ​ເຂົ້າ​ຮ່ວມ.

ທ່ານ ມີ​ແຊນ ​ໂກ​​ແພງ ອຸປະ​ທູດ ສຳນັກງານ​ຕາງໜ້າສະຫະພາບ ​ເອີຣົບ ປະຈຳ​ລາວ ກ່າວ​ໃນ​ງານ​ຖະ​ແຫລ​ງ ຂ່າວ ງານ​​ເທດສະການ​ອາຫານເອີຣົບ ວ່າ:  ເທດສະການ ​ອາຫານ​ໃນ​ຄັ້ງ​ນີ້ ຈະ​ໄດ້​ນຳ​ສະ​ເໜີ ຄວາມ​ຫລາກ​ຫລາຍ​ຂອງ​ຮ້ານ​ອາຫານ​ເອີຣົບ ທີ່​ດຳ​ເນີນ​ທຸລະ​ກິດ​ໃນ​ນະຄອນຫລວງ​ວຽງຈັນ ​ເຊິ່ງປີ​ນີ້​ ມີ​ຮ້ານອາຫານ​ເຂົ້າ​ຮ່ວມ​ງານຫລາຍ​ກວ່າ 120 ຮ້ານ ເຊິ່ງທ່ານ ​ສາມາດ​ຊີມ​ລົດ​ຊາດ​ອາຫານ ​ແລະ ​ເຄື່ອງ​ດື່ມ​ຈາກ ​ເອີຣົບ​ໄດ້, ພ້ອມ​ທັງ​ມີ​ກິດຈະກຳ​​ສຳລັບ​ເດັກ ​ແລະ ກາ​ນສະ​ແດງ​ສີ​ລິປະ​ ​ເພື່ອ​ສ້າງ​ຄວາມ​ເບີກບານ​ມວນ​ຊື່ນ ​ໃຫ້​ກັບ​ແຂກ​ທີ່​ໄປ​ໃນ​ງານ ພິ​ເສດ ​ຜູ້​ເຂົ້າ​ຮ່ວມ​ງານ ຍັງ​ມີ​ໂອກ​າດ ຈະ​ໄດ້​ຮັບ​ລາງວັນປີ້​ຍົນ​ໄປ​ກັບ​ວຽງຈັນ​-​ເອີຣົບ ​ແລະ ຂອງ​ລາງວັນ​ຫລາກ​ຫລາຍ​ໃນ​ງານ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...