Homeຂ່າວພາຍ​ໃນປກສ ແຂວງຫົວພັນມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່

ປກສ ແຂວງຫົວພັນມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່

Published on

    ເຈົ້າໜ້າທີ່ ປກສ ແຂວງ ຫົວພັນໄດ້ລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງ ຈາກພົນລະເມືອງດີວ່າໄດ້ມີຂະບວນການລັກລອບຄ້າຂາຍຢາເສບຕິດເປັນຈຳນວນ ຫລາຍໃນເຂດເມືອງຊຳໃຕ້ ແຂວງຫົວພັນ ແລະ ໃນວັນທີ 10 ພຶດສະພາຜ່ານມານີ້ ໄດ້ນຳ ກຳລັງເຈົ້າໜ້າທີ່ເຂົ້າມ້າງເຄືອ ຂ່າຍຄ້າຂາຍຢາເສບຕິດຢູ່ບ້ານ ນ້ຳໄຕ ເມືອງຊຳ ໃຕ້ ແຂວງຫົວພັນສາມາດຍຶດຂອງກາງເຮ ໂຣອິນ 16 ແທ່ງ ນ້ຳໜັກ 5,9 ກິໂລ ກຣາມ, ຢາບ້າ 176 ເມັດ, ຢາຝິ່ນ 1 ກ້ອນ, ປືນຍາວ 2 ກະບອກພ້ອມລູກປືນຈຳ ນວນ ໜຶ່ງ, ເງິນ ສົດ 2 ແສນກວ່າກີບ, 167 ລ້ານກວ່າດົງ (ສະກຸນເງິນ ຫວຽດ ນາມ) ແລະ 350 ໂດລາ ສະຫະລັດ, ພ້ອມກັກຕົວ ທ້າວ ລໍໃຈ ເຮີ ອາຍຸ 39 ປີ ທີ່ເປັນເຈົ້າ ຂອງສິ່ງຜິດກົດໝາຍດັ່ງກ່າວ ແລະ ໃນວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ກໍໄດ້ຈັບ ຕົວ ທ້າວ ເຢເຮີ ອາຍຸ 19 ປີ ຢູ່ບ້ານ ໂພນແກ້ວ ເມືອງວັງວຽງ ແຂວງ ວຽງຈັນ, ທ້າວ ຊົງຮື ອາຍຸ 23 ປີ ແລະ ທ້າວ ລີເພັງມົວ ອາຍຸ 27 ປີ ຢູ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ, ພ້ອມຂອງກາງ ເຮໂຣອິນຈຳນວນ 18 ແທ່ງ ນ້ຳໜັກ 7 ກິໂລກຣາມ, ຢາບ້າ 1.763 ເມັດ ແລະ ເງິນສົດຈຳນວນໜຶ່ງໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດ ໝາຍ.

ທີ່ມາ http://laophatthananews.blogspot.com/2014/05/blog-post_8584.html

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...