Homeຂ່າວພາຍ​ໃນສອງ​ຄອນ ກັກ​ຜູ້​ຖືກ​ຫາຄ້າ​ຢາ​ເສບ​ຕິດ ​ເກືອບ 60 ຄົນ

ສອງ​ຄອນ ກັກ​ຜູ້​ຖືກ​ຫາຄ້າ​ຢາ​ເສບ​ຕິດ ​ເກືອບ 60 ຄົນ

Published on

ວັນ​ທີ 27 ເມ­ສາ ຜ່ານ​ມາ​ນີ້,ກອງ​ບັນ­ຊາ​ການ ປກສ ເມືອງ​ສອງ​ຄອນແຂວງ​ສະ​ຫັວນ​ະ​ເຂດໄດ້​ເປີດ​ກອງ​ປະຊຸມ​ສະ­ຫຼຸບ​ປີ 2015 ແລະ​ວາງ​ແຜນ­ການ ປີ 2016 ຂຶ້ນ ໂດຍ​ການ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ພຸດ​ທະ​ວົງ ພົມ​ມະ​ຈັກຮອງ​ເລ­ຂາ​ພັກ​ເມືອງ​ຮອງ​ເຈົ້າ­ເມືອງໆ ສອງ​ຄອນ, ທ່ານ ພັນ​ໂທ ທອງ​ຂຽວ ທຳ​ມະ​ວົງ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ແຂວງ​ສະ­ຫວັນ​ນະ​ເຂດ, ມີ​ຫົວໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງ, ພ້ອມ ດ້ວຍ​ການ­ຈັດ­ຕັ້ງ​ກ່ຽວ­ຂ້ອງ​ຂັ້ນ​ແຂວງ, ເມືອງ, ຄະ­ນະ​ພະ​ແນກ, ປກສ ກຸ່ມ​ບ້ານ ແລະ​ພະ­ນັກ­ງານ​ນັກ­ຮົບ​ເຂົ້າ​ຮ່ວມ.

ທ່ານ ພັນ​ໂທ ທະ​ນົງ​ສັກ ວົງ­ສາ​ເສ­ນາ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສເມືອງ ໄດ້​ຂຶ້ນ​ຜ່ານ​ບົດ​ສະ­ຫຼຸບ​ຜົນ­ງານ​ການ ເຄື່ອນ​ໄຫວ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ຂອງ​ຕົນ ຊຶ່ງ​ໃນ​ໜຶ່ງ​ປີ­ຜ່ານ­ມາ​ຢູ່​ເມືອງ​ສອງ​ຄອນ ມີ​ຄະ­ດີ​ອາ­ຍາ​ເກີດ​ຂຶ້ນ​ທັງ​ໝົດ 12 ເລື່ອງ, 41 ລາຍ, ກັກ​ຜູ້​ຖືກ​ຫາ​ໄດ້ 61 ຄົນ, ຍິງ 3 ຄົນ, ໃນ​ນີ້ ຄະ­ດີ​ທຳ­ຮ້າຍ​ຮ່າງ­ກາຍ 6 ລາຍ, ກັກ​ຕົວ​ຜູ້​ຖືກ​ຫາ 7 ຄົນ, ຄະ­ດີລັກ​ຊັບ​ພົນ­ລະ­ເມືອງ 21 ລາຍ, ກັກ​ຜູ້​ຖືກຫາ 25 ຄົນ, ສໍ້​ໂກງ​ຊັບ​ພົນ ລະ​ເມືອງ 3 ລາຍ ກັກ​ຜູ້​ຖືກ​ຫາ 5 ຄົນ​ຍິງ 1 ຄົນ, ຍັກ​ຍອກ​ຊັບ ພົນ­ລະ­ເມືອງ 1 ລາຍ ຜູ້​ຖືກ ຫາ 1 ຄົນ​ທຳ­ລາຍ​ຊັບ​ພົນ­ລະ­ເມືອງ 1 ລາຍ​ຜູ້​ຖືກ​ຫາ 1 ຄົນ, ຊຸກ­ເຊື່ອງ​ຊື້​ຂາຍຊັບ​ບໍ່​ຖືກ­ຕ້ອງ 2 ລາຍ ກັກ​ຜູ້​ຖືກ​ຫາ 6 ຄົນ, ທຳ​ມິດ­ສາ­ຈານ 2 ລາຍ ຜູ້​ຖືກ ຫາ 4 ຄົນ ຍິງ 2 ຄົນ, ນັກ­ເລງ​ອັນ­ທະ ພານ 2 ລາຍ ກັກ​ຜູ້​ຖືກ​ຫາ 8 ຄົນ, ປຸ້ນ ຊັບ​ພົນ­ລະ­ເມືອງ 1 ລາຍ ຜູ້​ຖືກ​ຫາ 1 ຄົນ, ນຳ​ໃຊ້​ເງິນ​ປອມ 1 ລາຍ, ຜູ້​ຖືກ​ຫາ 1 ຄົນ, ບໍ່​ປະ­ຕິ­ບັດ​ຄຳ​ສັ່ງ​ສານ 1 ລາຍ, ຜູ້​ຖືກ​ຫາ 1 ຄົນ, ມີ​ອາ­ວຸດ​ເສິກ​ໄວ້​ໃນ​ຄອບ​ຄອງ​ບໍ່ ຖືກ­ຕ້ອງ​ຕາມ​ກົດ­ໝາຍ 1 ລາຍ, ຜູ້​ຖືກຫາ 1 ຄົນ, ຄະ­ດີ​ຢາ​ເສບ​ຕິດ​ມີ 45 ລາຍ, ກັກ​ຜູ້​ຖືກ​ຫາ​ໄດ້ 57 ຄົນ, ຍິງ 7 ຄົນ, ຢຶດຂອງ​ກາງ​ຢາ​ບ້າ​ໄດ້ 21 ພັນ​ກວ່າ​ເມັດ, ກັນ­ຊາ​ແຫ້ງ 1,4 ກິ​ໂລກ​ຣາມ, ຢາ​ໄອ 1  ຫຼອດ, ລົດ­ຈັກ 8 ຄັນ, ລົດ​ໃຫຍ່ 1 ຄັນ, ເງິນ­ສົດ 492.000 ກີບ, ເງິນ​ບາດ 2.170 ບາດ, ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ ໝົດ 51 ລາຍ, ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ ເລັກ​ນ້ອຍ 40 ຄົນ, ຍິງ 15 ຄົນ, ບາດເຈັບ​ສົມ­ຄວນ 35 ຄົນ, ຍິງ 13 ຄົນ,ບາດ­ເຈັບ​ສາ­ຫັດ 9 ຄົນ, ຍິງ 1 ຄົນ, ເສຍຊີ­ວິດ 6 ຄົນ, ຍິງ 2 ຄົນ, ພາ­ຫະ­ນະ​ເປ້ ເພ​ສົມ­ຄວນ 45 ຄັນ, ໃຊ້​ການ​ບໍ່​ໄດ້ 2 ຄັນ, ລວມ​ມູນ​ຄ່າ​ເສຍ​ຫາຍ​ທັງ​ໝົດ 332,9 ລ້ານ​ກີບ, ທາງ​ດ້ານ​ວຽກ​ງານ​ສະ­ກັດກັ້ນ​ຕ້ານ​ອັກ­ຄີ​ໄພ 1 ປີ ມີ​ອັກ­ຄີ​ໄພ​ເກີດ​ຂຶ້ນ ທັງ​ໝົດ 10 ຄັ້ງ, ລວມ​ມູນ​ຄ່າ​ເສຍ​ຫາຍທັງ​ໝົດ 1,17 ຕື້​ກີບ.

ກອງ​ປະ­ຊຸມ​ຍັງ​ໄດ້​ຟັງ​ການ​ໂອ້​ລົມ ຂອງ​ທ່ານ ພັນ​ໂທ ທອງ​ຂຽວ ທຳ​ມະ​ວົງ ຊຶ່ງ​ທ່ານ​ໄດ້​ເນັ້ນ​ໃຫ້​ເອົາ­ໃຈ­ໃສ່​ສຶກ​ສາອົບ­ຮົມ​ການ­ເມືອງ​ແນວ​ຄິດ, ການ​ປະ­ຕິ ບັດ​ລະ­ບຽບ​ວິ­ໄນ, ກໍ​ຄື​ການ​ປະ­ຕິ­ບັດ​ແນວ ທາງ​ນະ­ໂຍ­ບາຍ​ຂອງ​ພັກ, ລະ­ບຽບ​ກົດໝາຍ​ຂອງ​ລັດ​ຕິດ​ພັນ​ກັບ​ວຽກ​ງານປ້ອງ​ກັນ​ຄວາມ​ສະ​ຫົງ​ບ​ຕາມ​ສະ­ພາບການ​ເງື່ອນ­ໄຂ​ຕົວ​ຈິງ ເພື່ອ​ເຮັດ​ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ​ໜັກແໜ້ນ, ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ​ດີ​ຂຶ້ນ​ເປັນ​ກ້າວໆ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...