Homeຂ່າວຕ່າງປະເທດກຳປູເຈຍ ສັ່ງຫ້າມລົດເຂົ້າເຂດ ຜາສາດຫີນນະຄອນວັດ ແກ້ບັນຫາການສັນຈອນແອອັດ!

ກຳປູເຈຍ ສັ່ງຫ້າມລົດເຂົ້າເຂດ ຜາສາດຫີນນະຄອນວັດ ແກ້ບັນຫາການສັນຈອນແອອັດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພຶດສະພານີ້ວ່າ ທາງການກຳປູເຈຍ ໄດ້ອອກກົດລະບຽບໃໝ່ ຫ້າມບໍ່ໃຫ້ລົດທຸກປະເພດ ຍົກເວັ້ນລົດຖີບ ເຂົ້າໄປແລ່ນໃນຖະໜົນສາຍຫລັກ ທີ່ຢູ່ຕິດກັບຜາສາດຫີນນະຄອນວັດ ເພື່ອແກ້ໄຂບັນຫາການສັນຈອນແອອັດ ພາຍໃນພື້ນທີ່ດັ່ງກ່າວ ເນື່ອງຈາກຜາສາດຫີນນະຄອນວັດ ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງກຳປູເຈຍ ໄດ້ຮັບການຮັບຮອງໃຫ້ເປັນມໍລະດົກໂລກ ແລະ ມີນັກທ່ອງທ່ຽວຈາກທົ່ວທຸກສາລະທິດ ເຂົ້າມາທ່ຽວຊົມຫລາຍກວ່າ 2.1 ລ້ານຄົນຕໍ່ປີ ເຮັດໃຫ້ຈຳນວນລົດນຳທ່ຽວ ແລະ ອື່ນໆ ທີ່ແຫ່ກັນເຂົ້າມາແອອັດຢູ່ໃນພື້ນທີ່ດັ່ງກ່າວ ກາຍເປັນບັນຫາທີ່ທາງການກັງວົນ ກ່ຽວກັບແຮງສັ່ນສະເທືອນ ທີ່ອາດທຳລາຍບູຮານສະຖານອັນລ້ຳຄ່າດັ່ງກ່າວ ລວມເຖິງເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວອີກດ້ວຍ.

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...