Homeຂ່າວເຫດການທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສສ ມຽນມາ ຈະເດີນທາງຢ້ຽມຢາມ ສປປ ລາວ 6...

ທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສສ ມຽນມາ ຈະເດີນທາງຢ້ຽມຢາມ ສປປ ລາວ 6 ພຶດສະພານີ້!

Published on

ຂ​ປລ.​ຕອບ​ສະ​ໜອງ​ຕາມການ​ເຊີນຂອງ ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ​ປະ​ທານ​ປ​ະ​ເທດ ແຫ່ງ ສາ​ທ​າ​ລະ​ນະ​ລັດ ປະ​ຊາ​ທິ​ປະໄຕ​ ປະ​ຊາ​ຊົນ​ລາວ, ທ່ານ ອູ ຕິນ ຈໍ, ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດສະ​ຫະ​ພາບມຽນ​ມາ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມທາງລັດ​ຖະ​ກິດ ທີ່ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ໃນ​ວັນ​ທີ 6 ພຶດ​ສະ​ພາ 2016.

ທ່ານ ອູ ຕິນ ຈໍ ​ເກີດ​ເມື່ອວັນ​ທີ 20 ກໍລະກົດ 1946 ທີ່ນະຄອນຢັ້ງ​ກຸ້ງ, ​ເປັນ​ລູກ​ຄົນ​ທີ່​ສອງຂອງ ທ່ານ ວູນ ​ແລະ ນາງ ຈີ ຈີ.  ທ່ານ ວູນ ​​ເປັນນັກ​ຄົ້ນຄ້ວາ ​ແລະ  ນັກກະວີທີ່​ມີ​ຊື່​ສຽງ ທີ່​ຮູ້ຈັກ​ກັນ​ດີ​ໃນ​ນາມ​ປາກກາ ມິນ ຕູ ວູນ. ທ່ານ ອູ ຕິນ ຈໍ ​ໄດ້​ສ້າງ​ຄອບຄົວກັບ ນາງ ສຸ ສຸ ລິນ, ສະມາຊິກ​ສະພາ​ປະຊາຊົນ ຫລື ສະພາ​ຕ່ຳ (Pyithu Hluttaw) ​ເຂດ​ເລືອກ​ຕັ້ງ​ຕົງ​ວະ ​ແລະ ອະດີ​ດປະທານ​ຄະນະ​ກຳມະການພົວພັນ​ສາກົນ​ຂອງສະພາ​ຕ່ຳ ​ແລະ ຄະນະ​ກຳມະການ​​ລັດຖະສະພາ​ສາກົນອາ​ຊຽນ (AIPA) ຂອງ​ລັດຖະສະພາມຽນມາ.

ທ່ານໄດ້​ເຂົ້າຮຽນທີ່​ ​ໂຮງຮຽນ​ມັດທະຍົມປາຍພາສາ​ອັງກິດ​ເມ​ໂທ​ດິດ ​ແລະ ໄດ້ເຂົ້າມະຫາວິທະຍາໄລ​ ​ໃນ​ປີ 1962. ​ທ່ານໄດ້​ຈົບ​ການ​ສຶກສາ ໃນ​ຂະ​​ແໜງສິນ​ລະ​ປະກຳ​ສາດສາກົນ (ລະດັບ A) ຈາກ​ມະຫາວິທະຍາ​ໄລສິນລະ​ປະກຳ​ສາດ​ ​ແລະ ວິທະຍາສາດຢາງ​ກຸ້ງ ໃນປີ 1963. ໃນຂະນະທີ່ພວມສຶກສາຕໍ່ໃນລະດັບປະລິນຍາໂທ ດ້ານເສດຖະສາດ (ຂະແໜງສະຖິຕິ) ທີ່ສະຖາບັນເສດຖະສາດ ໃນໄຕມາດທີ 2, ທ່ານໄດ້ເປັນອາຈານສອນຮັບເຊີນ ທີ່ສະຖາບັນດັ່ງກ່າວ.

ໃນປີ 1970 ຕໍ່ມາ, ທ່ານໄດ້​​ເຂົ້າ​ເຮັດວຽກທີ່ສູນຄອມພິວເຕີຂອງ ມະຫາວິທະຍາໄລຕ່າງໆ ໃນຕຳແໜ່ງນັກໂປກຣາມ ແລະ ນັກວິເຄາະຂໍ້ມູນ. ທ່ານໄດ້ສືບຕໍ່ສຶກສາ ທີ່ສະຖາບັນວິທະຍາສາດຄອມພິວເຕີ, ມະຫາວິທະຍາໄລລອນດອນ ໃນລະຫ່ວາງປີ 1971 ເຖິງ 1972. ພ້ອມນັ້ນ, ຍັງໄດ້ສຶກສາຕໍ່ ໃນຂະແໜງວິທະຍາສາດຄອມພິວເຕີ ທີ່ ສູນເອເລັກໂຕນິກອາຊີ ໃນປີ 1974 ແລະ ໄດ້ສືບຕໍ່ຮ່ຳຮຽນໃນຂະແໜງວິທະຍາສາດຄອມພິວເຕີ ທີ່ ມະຫາວິທະຍາໄລສີລະປະກຳສາດ ແລະ ວິທະຍາສາດຢາງກຸ້ງ ໃນເວລານັ້ນ ແລະ ຈົບການສຶກສາໃນລະດັບປະລິນຍາໂທ ສາຂາວິທະຍາສາດ ໃນປີ 1975.

ຈາກນັ້ນ, ໄດ້ເຂົ້າເຮັດວຽກໃນວິສະຫະກິດ ກ່ຽວກັບອຸດສາຫະກຳໜັກ ຊຶ່ງຂຶ້ນກັບກະຊວງອຸດສະຫະກຳ ໃນຕຳແໜ່ງຫົວໜ້າພະແນກ ໃນປີ 1975 ເຖິງ 1980. ທ່ານ ໄດ້ເຂົ້າເຮັດວຽກຢູ່ ກົມພົວພັນເສດຖະກິດຕ່າງປະເທດ, ກະຊວງແຜນການ ແລະ ການເງິນ ໃນປີ 1980 ແລະ ໄດ້ເປັນຮອງຫົວໜ້າກົມ. ໃນໄລຍະນັ້ນ ທ່ານໄດ້ສືບຕໍ່ສຶກສາ ທີ່ມະຫາວິທະຍາໄລການບໍລິຫານ ອາດເຕີ ດີ (The Arthur D. Little School of Management) ທີ່ເມືອງເຄມບຣິດ, ລັດແມດເຊ​ຈູເຊັດ ໃນປີ 1987 ແລະ ໃນປີ 1992, ແລະ ໄດ້ລາອອກຈາກການເຮັດວຽກນຳລັດຖະບານ.

ຫຼັງຈາກນັ້ນ, ທ່ານໄດ້ເປັນຜູ້ປະສານງານໃຫ້ ທ່ານ ນາງ ອອງຊານ ຊູຈີ, ໂດຍ​ເປັນ​ຜູ້ຮັບຜິດຊອບ ວຽກງານພົວພັນຕ່າງ​ປະ​ເທດ ແລະ ເປັນຜູ້ຕາງໜ້າສ່ວນຕົວຂອງ ທ່ານ ນາງ ອອງຊານ ໃນບັນຫາທາງລັດຖະການໃດໜຶ່ງຕາມການມອບໝາຍ.

​ເລີ່​ມ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, ທ່ານ​ໄດ້​ເຮັດ​ວຽກ​ເປັນ​ສະມາຊິກ ​ຄະນະ​ກຳມະການ​​ຝ່າຍ​ບໍລິຫານ ຂອງ​ມູນ​ນິທິ ນາງ ຄິນ ຈີ, ຊຶ່ງ​ເປັນ​ອົງ​ກອນ​ການ​ກຸສົນ ທີ່ຕັ້ງຊື່ຕາມ​ຊື່ແມ່​ຜູ້ທີ່ລ່ວງລັບໄປແລ້ວຂອງ ທ່ານ ນາງ ອອງຊານ ຊູຈີ, ຫົວໜ້າ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ. ​ທ່ານໄດ້​ຮັບ​ການ​ເລືອກ​ຕັ້ງ ໃຫ້ດຳລົງຕຳແໜ່ງ​ເປັນ​ປະທານາທິບໍດີ ​ແຫ່ງ ສາທາລະນະ​ລັດສະຫະພາບມຽນມາ ​ໂດຍ​ລັດຖະສະພາ ແລະ ໄດ້ເຂົ້າເຮັດວຽກທີ່ສຳນັກງານປະທານປະເທດ ​ໃນ​ວັນ​ທີ 30 ມີນາ 2016. ທ່ານ ອູ ຕິນ ຈໍ ຍັງ​ເປັນ​ນັກ​ຂຽນພາຍໃຕ້ນາມ​ປາກກາ “Dala Ban” ​ແລະ ມີຜົນງານ​ການປະພັນ​​​​ທີ່​ມີ​ຊື່​ສຽງ​ ລວມມີປື້​ມທີ່​ມີ​ຊື່ວ່າ “Ahba-My Father and Vignettes of His Life”, ​ເຊິ່ງ​ເປັນ​ປື້​ມ​ທີ່ອຸທິດເຖິງ​ຊີວິດຂອງບິດາຂອງພະນະທ່ານ ທີ່ເປັນນັກຄົ້ນຄ້ວາດ້ານພາສາສາດ ແລະ ນັກກະວີ ທີ່ມີຊີຶ່ສຽງຂອງ ມຽນມາ ເຊິ່ງຮູ້ຈັກກັນໃນນາມປາກກາ ມິນ ຕູ ວູນ (Min Thu Wun).
ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...