ສະຫາຍ ເລຂາທິການໃຫຍ່-ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມສັນຖະວະໄມຕີ ສປ ຈີນ!

ຂປລ. ຕອບສະໜອງຕາມການເຊີນຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກລັດ ສປປ ລາວ ໄດ້ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການ ແຕ່ວັນທີ 3-5 ພຶດສະພາ 2016 ນີ້.

ໃນວັນທີ 3 ພຶດສະພານີ້ ຢູ່ຫໍສະພາປະຊາຊົນຈີນ ນະຄອນຫລວງປັກກິ່ງ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງລາວ ຢ່າງເປັນທາງການ. ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ໂດຍມີການນຳຂັ້ນສູງຂອງພັກລັດ ສປ ຈີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາຍຫລັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ໄດ້ພົບປະລະດັບສູງສອງຝ່າຍ ລາວຈີນ ຢູ່ ຫໍສະພາປະຊາຊົນຈີນ ຝ່າຍລາວນຳໂດຍ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຝ່າຍຈີນ ນຳໂດຍສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ. ການພົບປະລະດັບສູງຄັ້ງນີ້ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການອັນພົ້ນເດັ່ນຂອງແຕ່ລະພັກ, ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລີກເຊິ່ງ ແລະ ມີຄວາມເອກະພາບກັນ ຢ່າງກວ້າງຂວາງ ກ່ຽວກັບການເສີມຂະຫຍາຍສາຍພົວພັນ ແມ່ນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ, ແລກປ່ຽນທັດສະນະກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ໃນສະພາບການໃໝ່.

13148150_1027602770651270_575641053_oສອງຝ່າຍສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດອັນໃຫຍ່ຫລວງ ໃນພາລະກິດສ້າງສາສັງຄົມນິຍົມ ຂອງແຕ່ລະຝ່າຍ, ພາລະກິດປ່ຽນແປງໃໝ່ຂອງລາວ ແລະ ພາລະກິດປະຕິຮູບເປີດປະຕູສູ່ພາຍນອກຂອງຈີນ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຈີນ ຍາດມາໄດ້.

ໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວຈີນ ຄົບຮອບ 55 ປີ, ສອງຝ່າຍໃນສະໄໝການ ຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດ, ໄດ້ຫວນຄືນປະຫວັດສາດທີ່ສະຫງ່າລາສີ ຂອງປະຊາຊົນສອງຊາດ ແລະ ໄລຍະແຫ່ງການສ້າງສາສັງຄົມນິຍົມ ເຊິ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໄດ້ສະຫລຸບ ຖອດຖອນບົດຮຽນ ວິວັດແຫ່ງການຂະຫຍາຍຕົວ ຂອງສາຍພົວພັນ ລາວຈີນ ແລະ ເຫັນວ່າສອງປະເທດ ລາວຈີນ ລ້ວນແລ້ວແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາດ້ວຍພັກກອມມູນິດ, ມີອຸດົມການທີ່ສອດຄ່ອງກັນ, ມີອະນາຄົດຊະຕາກຳກ່ຽວພັນກັນ ແລະ ມີເສັ້ນທາງແຫ່ງການພັດທະນາຄ້າຍຄຽງກັນ ເຊິ່ງແມ່ນຮາກຖານ ການເມືອງອັນສຳຄັນ ໃນການພັດທະນາສາຍພົວພັນ ລາວຈີນ.

ສອງຝ່າຍກຳແໜ້ນ ທິດທາງການເສີມຂະຫຍາຍ ສາຍພົວພັນສອງຝ່າຍ, ໂດຍຢຶດໜັ້ນຊຸກຍູ້ການຮ່ວມມື ທີ່ເປັນຮູບປະທຳ ໃນຂົງເຂດຕ່າງໆ, ເພີ່ມທະວີການປະສານສົມທົບກັນ ໃນກິດຈະການພາກພື້ນ ແລະ ສາກົນ, ເສີມຂະຫຍາຍມິດຕະພາບອັນດີ ລະຫວ່າງປະຊາຊົນສອງຊາດ ໃຫ້ໜັກແໜ້ນ, ຊຸກຍູ້ສາຍພົວພັນ ລາວຈີນ ໃຫ້ໄດ້ຜົນສຳເລັດອັນອຸດົມສົມບູນຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າ ຮ່ວມກັນຂອງສອງພັກ, ສອງລັດລາວຈີນ.

ສອງຝ່າຍຢືນຢັນວ່າ: ລາວຈີນ ໃນຖານະເປັນປະເທດສັງຄົມນິຍົມ ເພື່ອນບ້ານໃກ້ເຮືອນຄຽງ ທີ່ເປັນຄູ່ຮ່ວມຊະຕາກຳ ທີ່ມີຄວາມໝາຍຍຸດທະສາດ. ຈະສືບຕໍ່ຢຶດໜັ້ນ ຕາມທິດໜັ້ນຄົງຍາວນານ, ເພື່ອນບ້ານມິດຕະພາບ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານບົນຈິດໃຈ ແຫ່ງການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ລົງເລິກການຮ່ວມມືແລກປ່ຽນ ໃນຂົງເຂດຕ່າງໆຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວຈີນ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍເຫລືອກັນ ແລະ ເຊື່ອໜັ້ນກັນ ໃນລະດັບສູງໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນສຳຄັນ ເຂົ້າໃນ ການປົກປັກຮັກສາສັນຕິພາບ, ຄວາມໜັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາພາກພື້ນ ແລະ ໃນໂລກ.

ສອງຝ່າຍເຫັນດີ ສືບຕໍ່ເສີມຂະຫຍາຍການຮ່ວມມື ໃນວຽກງານກໍ່ສ້າງພັກ, ສ້າງສັງຄົມນິຍົມ, ການແລກປ່ຽນທິດສະດີ ແລະ ຈັດກອງປະຊຸມສຳມະນາທິດສະດີປະຈຳປີ ລະຫວ່າງພັກ, ການແລກປ່ຽນ ຄະນະພະນັກງານ ໄປທັດສະນະສຶກສາ ແລະ ຝຶກອົບຮົມ, ໃນຂົງເຂດຕ່າງໆ ລະຫວ່າງອົງການຈັດຕັ້ງ ອ້ອມຂ້າງສູນກາງ, ຂັ້ນທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນຂອງສອງພັກ ໃຫ້ກ້າວສູ່ທັງທາງເລິກ ແລະ ທາງກວ້າງ, ຍົກສູງຄຸນນະພາບ ແລະ ລະດັບການຮ່ວມມື ຕາມທິດແຫ່ງການເພີ່ມທະວີ ການຮ່ວມມືຍຸດທະສາດ ຮອບດ້ານຍາວນານ ແລະ ພົວພັນຕາມທິດ 4 ດີ. ພ້ອມນັ້ນ, ສອງຝ່າຍຕີລາຄາສູງຕໍ່ການຮ່ວມມື ຢ່າງມີປະສິດທິຜົນຂອງສອງຝ່າຍ ໃນວຽກງານພາກພື້ນ ແລະ ສາກົນ, ທັງໄດ້ຢືນຢັນຄືນ ຈະສືບຕໍ່ເພີ່ມທະວີ ການປະສານງານ ແລະ ສົມທົບກັນ ໃນຂອບກົນໄກພະຫຸພາຄີຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ອົງການການຄ້າໂລກ, ກອງປະຊຸມອາຊີເອີຣົບ, ກອງປະຊຸມສຸດຍອດອາຊີຕາເວັນອອກ, ຈີນອາຊຽນ, ອາຊຽນຍີ່ປຸ່ນ, ເວທີປືກສາຫາລືຂົງເຂດອາຊຽນ, ກົນໄກແມ່ນ້ຳຂອງແມ່ນ້ຳລ້ານຊ້າງ, ການຮ່ວມມື ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ກົນໄກຮ່ວມມືອື່ນໆ ເພື່ອປະກອບສ່ວນສຳຄັນ ໃນການປົກປັກຮັກສາ ສັນຕິພາບ, ຄວາມໜັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ.

ໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງນີ້ ສອງຝ່າຍໄດ້ລົງນາມ ແຜນການຮ່ວມມືລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໄລຍະ 2016-2020, ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບແຜນແມ່ບົດ ຂອງແຜນການຮ່ວມມືສອງຝ່າຍ ສຳລັບຂໍ້ລິເລີ່ມໜຶ່ງແລວທາງ, ໜຶ່ງເສັ້ນທາງ, ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຊຸກຍູ້ການຮ່ວມມື ໃນຂະແໜງການຜະລິດ, ການລົງທຶນ ແລະ ເອກະສານຮ່ວມມືອື່ນໆອີກຈຳນວນ ຫລາຍສະບັບ, ໂດຍການເຂົ້າຮ່ວມເປັນສັກຄີພິຍານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ພ້ອມຄະນະຜູ້ແທນຂັ້ນສູງ ຂອງສອງຝ່າຍ.

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ, ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ເຊື້ອເຊີນສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ມາຢ້ຽມຢາມ ສປປ ລາວ. ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈຕໍ່ການເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ  ແລະ ຍິນດີຈະຢ້ຽມຢາມ ສປປ ລາວ ໃນເວລາທີ່ທັງສອງຝ່າຍສະດວກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!