Homeຂ່າວຕ່າງປະເທດເຮືອບິນອິນ​ໂດ​ເນ​ເຊຍ​ປີກ​ດາດ​ກັນ ​ຂະນະ​ກຽມ​ທະຍານ​ຂຶ້ນ​ຈາກ​ສະໜາມບິນ

ເຮືອບິນອິນ​ໂດ​ເນ​ເຊຍ​ປີກ​ດາດ​ກັນ ​ຂະນະ​ກຽມ​ທະຍານ​ຂຶ້ນ​ຈາກ​ສະໜາມບິນ

Published on

​ເຮືອບິນ​​ໂດ​ຍສານ​ຂອງ​ອິນ​ໂດ​ເນ​ເຊຍ​​ປີກດາດ​ກັນ​ຂະນະ​ທີ່​ທັງ​ສອງ​ກຳລັງ​ຈະ​ທະຍານ​ຂຶ້ນ​ຈາກສະໜາມບິນ ​ນະ​ຄອນ​ຫຼວງຈາກ​ກາຕາ.

​ເຮືອບິນ​ທັງ​ສອງ​ລຳ​ເປັນ​ຂອງ​ສາຍ​ການບິນ​ໄລ​ອອນ​ແອ ລຳ​ໜຶ່ງ​ເປັນ​​ເຮືອບິນ​​ໂບອິງ ອີກ​ລຳ​ເປັນ​​ເຮືອບິນ​ແອ​ບັສ ​ເຫດ​ເກີດ​ເມື່ອ​ວັນ​ອາອາທິດ​ ຂະນະ​ທີ່​ທັງ​ສອງ​ຕ່າງ​ມຸ່ງ​ໜ້າ​ໄປ​ທາງ​ແລ່ນ​ໃນ​ທ່າ​ອາກາດ​ສະຍານ​ຊາ​ກາ​ໂນ-ຮັດ​ຕາ ​ແລ້ວ​ປີກ​​ເຮືອບິນ​ດາດ​ກັນ ຜູ້​ບໍລິຫານ​ສາຍ​ການບິນ​ກ່າວ​ວ່າ ​ເຮືອບິນ​ເກີດ​ຄວາມ​ເສຍ​ຫາຍ​ເລັກ​ນ້ອຍ ​ແລະ​ບໍ່​ມີ​ໃຜ​ບາດ​ເຈັບ ຜູ້​ໂດຍສານ​ທາງ​ໝົດ​ຍ້າຍ​ໄປ​ຂຶ້ນ​ເຮືອບິນ​ລຳ​ໃໝ່​ເພື່ອ​ເດີນທາງ​ໄປ​ຍັງ​ຈຸດໝາຍ​ຄື​ເກາະ​ບາ​ຫຼີ ​ແລະ​ເກາະ​ສຸລາ​ເວ​ສີ ສ່ວນ​ສາ​ເຫດ​ທີ່​ເຮືອບິນ​ດາດ​ປີກ​ກັນ ທາງ​ສາຍ​ການບິນ​ກຳລັງ​ຖ້າ​ຜົນ​ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່ຢູ່.

ກ່ອນ​ໜ້າ​ນີ້ ​ເມື່ອ​ເດືອນ​ທີ່​ຜ່ານ​ມາ ຫາ​ກໍ່​ເກີດ​ເຫດ​ເຮືອບິນ​ຂອງ​ສາຍ​ການບິນ​ບາ​ຕິກ​ແອ ຊຶ່ງ​ຢູ່​ໃນ​ເຄືອຂ່າຍ​ໄລ​ອອນ​ກຣຸບ ​ແລະ ກຳລັງ​ຈະ​ທະຍານ​ຂຶ້ນ​ຈາກ​ທ່າ​ອາ​ກາດ​ສະຍານ​ຮາ​ລິ​ມ ​ເປີ​ດາ​ນາ​ສຸມາ​ໃນ​ນະຄອນຫຼວງ​ຈາ​ກາ​ຕາ ​ແຕ່​ມີ​ຂະໜາດ​ນ້ອຍ​ກວ່າ​ທ່າ​ອາກາດ​ສະ​ຍານ​ຊູ​ກາ​ໂນ-ຮັດ​ຕາ ​ໄປ​ຕຳ​ເຮືອບິນ​ສາຍ​ການບິນ​ທຣານນູຊາ​ທີ່​ກຳລັງ​ຖືກ​ລາກ​ຂ້າມ​ທາງ​ແລ່ນ ປີກ​ຂອງ​ເຮືອ​ບິນ​ລຳ​ໜຶ່ງ​ເສຍ​ຫາຍ ​ແລະ ​ເກີດ​ໄຟ​ໄໝ້ ຜູ້​​ໂດຍ​ສານ​ໄດ້​ຮັບ​ການ​ອົບ​ພະ​ຍົບຢ່າງ​ປອດ​ໄພ ​ແລະ ບໍ່​ມີ​ຜູ້​ບາດ​ເຈັບ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...