Homeຂ່າວການສຶກສາສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ໂຮ​ງແຮມ​ແຫ່ງ​ຊາດ​ລາ​ນິດໄດ້​ຮັບ​ລາງວັນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດທີ່​ດີ​

ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ໂຮ​ງແຮມ​ແຫ່ງ​ຊາດ​ລາ​ນິດໄດ້​ຮັບ​ລາງວັນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດທີ່​ດີ​

Published on

ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ໂຮ​ງແຮມ​ແຫ່ງ​ຊາດ​ລາ​ນິດໄດ້​ຮັບ​ລາງວັນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດທີ່​ດີ​
ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ໂຮ​ງແຮມ​ແຫ່ງ​ຊາດ​ລາ​ນິດໄດ້​ຮັບ​ລາງວັນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດທີ່​ດີ​

ສະ​ຖາ​ບັນ​ການທ່ອງທ່ຽວ ແລະ ໂຮງ​ແຮມ​ແຫ່ງ​ຊາດ​ລາ​ນິດ​ໄດ້​ຮັບ​ລາງວັນ​ທາງ​ດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ທາງ​ດ້ານ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຫລື (Peuple Award 2014) ຈາກສະ​ພາ​ການ​ທ່ອງ​ທ່ຽວ ​ແລະ ການ​ເດີນ ທາງ​ໂລກ​ແຫ່ງ​ປະ​ເທດ​ອັງກິດຊຶ່ງ​​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າປະ​ເທດ​ລາວ​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ຂະ​ແໜງ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ໂດຍ​ຜ່ານ​ບຸກຄະລາ​ກອນ​ຜູ້​ທີ່​ໃຫ້ການ​ບໍລິການ​ທີ່​ມິ​ຄຸນ​ນະພາ​ບ​ໃນ​ລະ ດັບ​ສາກົນທັງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ້ງ​ໝັ້ນ​ຕໍ່​ກັບ​ຫລັກການ​ຂອງ​ແຜນການ​ທ່ອງ​ທ່ຽວ​ເພື່ອ​ອະນາຄົດ.

ສະ​ຖາ​ບັນການທ່ອງທ່ຽວ ແລະ ​ການໂຮງ​ແຮມ​ແຫ່ງ​ຊາດ ລາ​ນິດ​ໄດ້​ອອກ​ແບບ​ການ​ສິດ ສອນຫລັກສູດ​ການ​ສຶກສາ​ຊັ້ນ ກາງ​ລະດັບ 2 ປີ ຊຶ່ງ​ປະກອບ​ມີ: ການ​ບໍລິການ-ການ​ເດີນທາງ ແລະ ການທ່ອງທ່ຽວ, ການ​ບໍລິການ​ສະຖານ​ທີ່​ພັກ​ແຮມ, ການ​ບໍລິການ​ອາຫານ-ເຄື່ອງ​ດື່ມ ​ແລະ ການ​ປຸງ​ແຕ່ງອາຫານ ແລະ ​ເຄື່ອງ​ດື່ມ​ໂດຍ​ເນັ້ນ​ໃສ່​ຄວາມ​ຕ້ອງການ​ຂອງ​ອຸດສາຫະກຳ​ນອກ​ນັ້ນຫລັກສູດ​ການ​ຮຽນ​ການ​ສອນ​ຍັງ​ໄດ້​ກວມ​ເອົາ​ການ​ປະຕິບັດ​ຕົວ​ຈິງ​ພ້ອມໆ​ກັບ​ການ​ຮຽນ​ທິດ​ສະ​ດີບ​ວກ​ໃສ່​ການເຝິກ​ງານ​ກັບ​ບັນດາ​ຫ້າງ​ຮ້ານ​ທຸລະ​ກິດ​ຕ່າງໆ​ໃນ​ລາວ​ທີ່​ມີ​ບົດບາດ​ອັນ​ສຳຄັນ​ຕໍ່​ກັບ​ນັກ​ສຶກສາເຝິກ​ງານ​ທີ່​ມີ​ໃຈ​ຮັກ​ການ​ເຮັດວຽກ​ງານນຳ​ອີກ. ປັດຈຸ​ບັນ​ສະ​ຖາ​ບັນ​ດັ່ງກ່າວ​ມີ​ນັກຮຽນ​ທັງ​ໝົດ 56 ຄົນ, ຍິງ 36 ຄົນ.

ທີ່ມາ  http://laophatthananews.blogspot.com/2014/05/blog-post_8840.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...