Homeຂ່າວຕ່າງປະເທດກຳປູເຈຍ ສັ່ງຫລຸດເວລາຮຽນລົງ ມື້ລະໜຶ່ງຊົ່ວໂມງ ຫລັງສະພາບອາກາດຮ້ອນອົບເອົ້າ!

ກຳປູເຈຍ ສັ່ງຫລຸດເວລາຮຽນລົງ ມື້ລະໜຶ່ງຊົ່ວໂມງ ຫລັງສະພາບອາກາດຮ້ອນອົບເອົ້າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພຶດສະພານີ້ວ່າ ທ່ານ ຊວນ ນາຣອນ ລັດຖະມົນຕີວ່າການ ກະຊວງສຶກສາທິການກຳປູເຈຍ ໄດ້ປະກາດຫລຸດເວລາຮຽນລົງ ມື້ລະ 1 ຊົ່ວໂມງທົ່ວປະເທດ ເພື່ອຊ່ວຍໃຫ້ນັກຮຽນຜ່ອນຄາຍ ຈາກສະພາວະອາກາດຮ້ອນອົບເອົ້າ ໂດຍສະເລ່ຍອຸນຫະພູມບາງມື້ ສູງເຖິງ 42 ອົງສາ ຊຶ່ງຄຳສັ່ງດັ່ງກ່າວນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 2 ພຶດສະພາເປັນຕົ້ນໄປ ຈົນກວ່າສະພາບອຸນຫະພາບ ຈະຫລຸດລົງເຂົ້າສູ່ພາວະປົກກະຕິໃນທ້າຍເດືອນພຶດສະພານີ້.

ຄຳສັ່ງດັ່ງກ່າວ ຈະເຮັດໃຫ້ນັກຮຽນກຳປູເຈຍທົ່ວປະເທດ ເຂົ້າຮຽນໃນຕອນເຊົ້າຊ້າກວ່າປົກກະຕິ 30 ນາທີ ແລະ ຈະເລີກຮຽນໄວຂຶ້ນ 30 ນາທີ ໃນແຕ່ລະມື້.

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...