Homeຂ່າວພາຍ​ໃນລະວັງໂຈນຊີງຊັບມາໃນຮູບແບບໃຫມ່

ລະວັງໂຈນຊີງຊັບມາໃນຮູບແບບໃຫມ່

Published on

ລະວັງໂຈນຊີງຊັບມາໃນຮູບແບບໃຫມ່
ລະວັງໂຈນຊີງຊັບມາໃນຮູບແບບໃຫມ່

 

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ເຄື່ອນໄຫວ ຊີງຊັບໂດຍສະເພາະແມ່ນໃນຫົວໜ່ວຍແລກປ່ຽນເງິນຊຶ່ງຄົນ ຮ້າຍໄດ້ມີ ການປອມເປັນລູກຄ້າເຂົ້າ ມາແລກປ່ຽນເງິນ ແລະ ໃນຂະນະພະນັກງານບໍລິການ ຂາດສະຕິພວກເຂົາຈະສວຍໂອກາດລັກ ຖອດເອົາເງິນທີ່ແລກປ່ຽນນັ້ນ ທັນທີ ແລ້ວຫຼົບໜີໄປ, ຊຶ່ງສະພາບດັ່ງກ່າວນີ້ ໄດ້ເກີດຂຶ້ນມາຫຼາຍກໍລະນີແລ້ວຄື:

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ມີຄົນຮ້າຍຊີງຊັບເກີດຂຶ້ນຫຼາຍກໍລະນີພົ້ນເດັ່ນ ແມ່ນການຊີງຊັບ ຂອງກຸ່ມຊາວຕ່າງປະເທດ ທີ່ເຂົ້າມາແລກປ່ຽນເງິນຕາຕາມຫົວໜ່ວຍແລກປ່່ຽນເງິນຕ່າງໆກ່ອນຈະລົງມືລັກ ເອົາເງີນທີ່ແລກປ່ຽນນັ້ນຫຼົບໜີໄປຄື: ເມື່ອບໍ່ ດົນມານີ້ ໄດ້ມີຄົນຈີນ 3 ຄົນ ເຂົ້າມາລັກເອົາເງີນໃນຮ້ານແລກປ່ຽນເງິນຕາແຫ່ງ ໜຶ່ງຢູ່ບ້ານ ສີສະຫວາດ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ກຸ່ມຄົນຈີນດັ່ງກ່າວ ໄດ້ເຂົ້າມາພາຍໃນຮ້ານແລກປ່ຽນເງິນ

ສົມໝາຍ (ເປັນຮ້ານ ຂອງ ນາງ ວິໄລພອນ) ຢູ່ ບ້ານ ໜອງບອນ, ໂດຍກຸ່ມຄົນຮ້າຍໄດ້ໃຊ້ຮູບການປ່ຽນຈາກເງິນໂດລາເປັນ ເງິນບາດ (ສະກຸນເງິນໄທ) ແຕ່ພາຍຫຼັງທີ່ພະນັກງານນຮ້ານຢື່ນເງິນທີ່ຈະແລກໃຫ້ກຸ່ມຊາຍດັ່ງກ່າວກໍຈະຈັບເອົາເງິນແລ້ວລັກ ຖອດເອົາຈຳນວນໃດໜຶ່ງອອກຕໍ່ຫນ້າຕໍ່ຕາ ແລ້ວກໍ ຈະພາກັນຫຼົບໜີໄປພ້ອມກັບເງິນທີ່ມາແລກ ແລະ ອີກເຫດການ ໜຶ່ງເກີດ ໃນທ້າຍອາທິດຜ່ານມາ ຢູ່ຮ້ານແລກປ່ຽນເງິນຕາແຫ່ງ ໜຶ່ງຢູ່ທີ່ຕະຫຼາດເຊົ້າຊ໋ອບປີງມໍ ຊຶ່ງມີຊາວຕ່າງປະເທດສອງຄົນເຂົ້າມາ ຂໍແລກປ່ຽນເງິນ 10 ພັນໂດລາ ເປັນເງິນນບາດພາຍຫຼັງເຈົ້າຂອງຮ້ານກຳລັງນັບເງິນດັ່ງກ່າວຄົນຮ້າຍກໍທຳທ່າຂໍນັບເງິນທີ່ແລກ ນັ້ນກ່ອນຈະລັກຖອດໄປຈຳນວນໜຶ່ງແລ້ວຫຼົບໜີໄປພ້ອມກັບເງິນທີ່ນຳມາແລກ, ຕໍ່ກັບປາກົດການນີ້ຈຶ່ງຂໍເຕືອນໃຫ້ສັງຄົມ ມີຕະສິລະວັງຕົວກັບພຶດຕິກຳ ເລ່ຫຼ່ຽມຂອງຄົນບໍ່ດີຊຶ່ງເປັນຮູບ ການໃໝ່ທີ່ເກີດຂຶ້ນ ແລະ ມີສະຕິການປ້ອງກັນຕົວໃຫ້ດີ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີດັ່ງກ່າວສວຍໂອກາດລັກເອົາຊັບສິນໄປໄດ້ງ່າຍ.

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນອາທິດຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນມີປາກົດການຫຍໍ້ທໍ້ເກີດ ຂຶ້ນ 50 ກວ່າເລື່ອງທຽບໃສ່ໄລ ຍະດຽວກັນຜ່ານມາເພີ່ມຂຶ້ນ 10 ກ່ວາເລື່ອງ ຊຶ່ງພົ້ນເດັ່ນແມ່ນສະ ພາບລັກຊັບ-ຊີງຊັບ ພົນລະ ເມືອງໂດຍມີຜົນເສຍຫາຍຫຼາຍຮ້ອຍລ້ານກີບ, ລົດໃຫຍ່ 3 ຄັນ, ລົດຈັກ 10 ກວ່າຄັນ ແລະອື່ນໆອີກ.

ທີ່ມາ http://laophatthananews.blogspot.com/2014/05/blog-post_6462.html

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...